Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ພຣະອົງ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ເປັນ​ເວລາ​ສີ່ສິບ​ວັນ, ຖືກ​ທົດລອງ​ໂດຍ​ມານຊາຕານ. ພຣະອົງ​ຢູ່​ກັບ​ສັດ​ປ່າ ແລະ ບັນດາ​ເທວະດາ​ໄດ້​ມາ​ບົວລະບັດ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ບ່ອນ​ທີ່​ພຣະອົງ​ຖືກ​ມານຊາຕານ​ທົດລອງ​ເປັນ​ເວລາ​ສີ່ສິບ​ວັນ ພຣະອົງ​ຢູ່​ທ່າມກາງ​ເຫຼົ່າ​ສັດຮ້າຍ, ແຕ່​ມີ​ພວກ​ເທວະດາ​ໄດ້​ມາ​ບົວລະບັດ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 1:13
13 Jak'a apnaqawi uñst'ayäwi  

ເຈົ້າ​ຄິດ​ວ່າ​ເຮົາ​ບໍ່​ສາມາດ​ຮ້ອງຂໍ​ພຣະບິດາ​ຂອງ​ເຮົາ ແລະ ພຣະອົງ​ຈະ​ໃຫ້​ເທວະດາ​ຫລາຍ​ກວ່າ​ສິບສອງ​ກອງ​ມາ​ຊ່ວຍ​ເຮົາ​ທັນທີ​ບໍ?


ຫລັງຈາກນັ້ນ ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ໃຫ້​ມານຮ້າຍ​ທົດລອງ.


ພຣະເຢຊູເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ພຣະອົງ​ກັບ​ມາ​ຈາກ​ແມ່ນ້ຳ​ຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້າ​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ເພາະ​ພວກເຮົາ​ບໍ່​ໄດ້​ມີ​ມະຫາ​ປະໂລຫິດ​ທີ່​ບໍ່​ສາມາດ​ຈະ​ເຫັນອົກເຫັນໃຈ​ໃນ​ຄວາມອ່ອນແອ​ທັງ​ຫລາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ມີ​ພຣະອົງ​ຜູ້​ທີ່​ຖືກ​ທົດລອງ​ໃນ​ທຸກ​ທາງ​ເໝືອນ​ຢ່າງ​ພວກເຮົາ, ເຖິງປານນັ້ນ​ພຣະອົງ​ກໍ​ຍັງ​ບໍ່​ໄດ້​ເຮັດ​ບາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka