Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ແລ້ວ​ມີ​ສຽງ​ໜຶ່ງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ ເຮົາ​ພໍໃຈ​ທ່ານ​ຫລາຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ແລະ ໄດ້​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ, ເຮົາ​ພໍໃຈ​ໃນ​ທ່ານ​ຫລາຍ.”

Uka jalj uñjjattʼäta Copia luraña




ມາຣະໂກ 1:11
19 Jak'a apnaqawi uñst'ayäwi  

“ນີ້​ແມ່ນ​ຜູ້ຮັບໃຊ້​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້, ຜູ້​ທີ່​ເຮົາ​ຮັກ ແລະ ຜູ້​ທີ່​ເຮົາ​ພໍໃຈ; ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງ​ເຮົາ​ໃສ່​ໄວ້​ເທິງ​ເພິ່ນ, ແລະ ເພິ່ນ​ຈະ​ປະກາດ​ຄວາມຍຸຕິທຳ​ແກ່​ບັນດາ​ປະຊາຊາດ.


ຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ ກໍ​ມີ​ກ້ອນເມກ​ອັນ​ສຸກໃສ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ພໍໃຈ​ເພິ່ນ​ຫລາຍ ຈົ່ງ​ເຊື່ອຟັງ​ເພິ່ນ!”


ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ເພິ່ນ​ຫລາຍ”.


ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຂຶ້ນ​ຈາກ​ນ້ຳ​ນັ້ນ, ພຣະອົງ​ກໍ​ເຫັນ​ສະຫວັນ​ເປີດ​ອອກ ແລະ ມີ​ພຣະວິນຍານບໍລິສຸດເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.


ແລ້ວ​ກໍ​ມີ​ກ້ອນເມກ​ປາກົດ​ຂຶ້ນ​ມາ​ປົກຄຸມ​ພວກເພິ່ນ​ໄວ້, ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້, ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຈົ່ງ​ເຊື່ອຟັງ​ເພິ່ນ!”


ແລະ ພຣະວິນຍານບໍລິສຸດເຈົ້າ​ໃນ​ຮູບຮ່າງ​ເໝືອນ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ທ່ານ​ຫລາຍ”.


ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ນີ້​ເປັນ​ບຸດ​ຂອງ​ເຮົາ ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຈົ່ງ​ເຊື່ອຟັງ​ເພິ່ນ”.


ເຮົາ​ໄດ້​ເຫັນ​ແລ້ວ ແລະ ເຮົາ​ເປັນພະຍານ​ໄດ້​ວ່າ ນີ້​ຄື​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້”.


ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.


ແລະ ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ ພຣະອົງ​ເອງ​ໄດ້​ເປັນ​ພະຍານ​ໃຫ້​ເຮົາ. ພວກເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ສຽງ ແລະ ບໍ່​ເຄີຍ​ເຫັນ​ຮູບຮ່າງ​ຂອງ​ພຣະອົງ​ຈັກເທື່ອ,


ພວກຂ້ານ້ອຍ​ເຊື່ອ ແລະ ຮູ້​ແລ້ວ​ວ່າ​ພຣະອົງ​ເປັນ​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ”.


ແລະ ຜູ້​ທີ່​ໂດຍ​ທາງ​ພຣະວິນຍານ​ແຫ່ງ​ຄວາມບໍລິສຸດ ພຣະອົງ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ດ້ວຍ​ລິດອຳນາດ​ໂດຍ​ການເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເພາະ​ພຣະອົງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຮົາ​ອອກມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ ໄດ້​ນຳ​ພວກເຮົາ​ເຂົ້າ​ມາ​ສູ່​ອານາຈັກ​ຂອງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka