1 ຂ່າວປະເສີດເລື່ອງພຣະເຢຊູເຈົ້າພຣະເມຊີອາ ພຣະບຸດຂອງພຣະເຈົ້າໄດ້ເລີ່ມຕົ້ນດັ່ງນີ້,
1 ນີ້ແມ່ນຂ່າວປະເສີດເລື່ອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ
ແລ້ວພວກສາວົກທີ່ຢູ່ໃນເຮືອນັ້ນຈຶ່ງຂາບໄຫ້ວນະມັດສະການພຣະອົງພ້ອມທັງກ່າວວ່າ, “ພຣະອົງເປັນພຣະບຸດຂອງພຣະເຈົ້າແທ້”.
ຂະນະທີ່ເປໂຕກຳລັງເວົ້າຢູ່ນັ້ນ ກໍມີກ້ອນເມກອັນສຸກໃສມາປົກຄຸມພວກເພິ່ນໄວ້ ແລະ ມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ຄືບຸດທີ່ຮັກຂອງເຮົາ ເຮົາພໍໃຈເພິ່ນຫລາຍ ຈົ່ງເຊື່ອຟັງເພິ່ນ!”
ແລະ ມີສຽງໜຶ່ງດັງມາຈາກສະຫວັນວ່າ, “ທ່ານຜູ້ນີ້ເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ; ເຮົາພໍໃຈເພິ່ນຫລາຍ”.
ຜູ້ລໍ້ລວງກໍໄດ້ມາຫາພຣະອົງ ແລະ ກ່າວວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນເຂົ້າຈີ່”.
ເທວະດານັ້ນໄດ້ຕອບວ່າ, “ພຣະວິນຍານບໍລິສຸດເຈົ້າຈະລົງມາເທິງເຈົ້າ ແລະ ລິດອຳນາດຂອງພຣະເຈົ້າສູງສຸດຈະປົກຄຸມເຈົ້າໄວ້. ດັ່ງນັ້ນ ອົງບໍລິສຸດທີ່ຈະເກີດມາຈະໄດ້ຊື່ວ່າເປັນພຣະບຸດຂອງພຣະເຈົ້າ.
ພຣະທຳໄດ້ມາບັງເກີດເປັນມະນຸດ ແລະ ສະຖິດຢູ່ທ່າມກາງພວກເຮົາທັງຫລາຍ. ພວກເຮົາໄດ້ເຫັນສະຫງ່າລາສີຂອງພຣະອົງ ຄືສະຫງ່າລາສີຂອງພຣະບຸດອົງດຽວ, ຜູ້ທີ່ມາຈາກພຣະບິດາເຈົ້າ, ພຣະອົງຜູ້ເຕັມດ້ວຍພຣະຄຸນ ແລະ ຄວາມຈິງ.
ເຮົາໄດ້ເຫັນແລ້ວ ແລະ ເຮົາເປັນພະຍານໄດ້ວ່າ ນີ້ຄືຜູ້ທີ່ພຣະເຈົ້າເລືອກໄວ້”.
ນະທານາເອັນຈຶ່ງຮ້ອງວ່າ, “ຣັບບີ ພຣະອົງເປັນພຣະບຸດຂອງພຣະເຈົ້າ, ພຣະອົງເປັນກະສັດຂອງຊາດອິດສະຣາເອນ”.
ແຕ່ເລື່ອງເຫລົ່ານີ້ໄດ້ບັນທຶກໄວ້ກໍເພື່ອພວກເຈົ້າທັງຫລາຍຈະໄດ້ເຊື່ອວ່າພຣະເຢຊູເຈົ້າເປັນພຣະເມຊີອາ ພຣະບຸດຂອງພຣະເຈົ້າ ແລະ ໂດຍຄວາມເຊື່ອໃນນາມຂອງພຣະອົງນັ້ນ ພວກເຈົ້າຈະມີຊີວິດ.
ເພາະພຣະເຈົ້າຮັກໂລກຈົນໄດ້ມອບພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.
ພວກຂ້ານ້ອຍເຊື່ອ ແລະ ຮູ້ແລ້ວວ່າພຣະອົງເປັນອົງບໍລິສຸດຂອງພຣະເຈົ້າ”.
ຄືຕັ້ງແຕ່ບັບຕິສະມາຂອງໂຢຮັນຈົນເຖິງເວລາທີ່ພຣະເຢຊູເຈົ້າຖືກຮັບຂຶ້ນໄປຈາກພວກເຮົາ. ເພາະສິ່ງເຫລົ່ານີ້ຈະຕ້ອງເປັນພະຍານຮ່ວມກັບພວກເຮົາເຖິງການເປັນຄືນມາຈາກຕາຍຂອງພຣະອົງ”.
ກ່ອນທີ່ພຣະເຢຊູເຈົ້າມາ, ໂຢຮັນໄດ້ປະກາດເລື່ອງການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບບັບຕິສະມາໃຫ້ຄົນອິດສະຣາເອນທັງໝົດ.
ເພາະສິ່ງທີ່ກົດບັນຍັດເຮັດບໍ່ໄດ້ ເນື່ອງຈາກເນື້ອໜັງເຮັດໃຫ້ອ່ອນແອນັ້ນພຣະເຈົ້າກໍໄດ້ເຮັດແລ້ວ ໂດຍສົ່ງພຣະບຸດຂອງພຣະອົງເອງມາໃນສະພາບເໝືອນກັບມະນຸດທີ່ເປັນຄົນບາບ ເພື່ອເປັນເຄື່ອງບູຊາໄຖ່ຄວາມບາບ ແລະ ດັ່ງນັ້ນພຣະອົງໄດ້ຕັດສິນລົງໂທດຄວາມບາບໃນມະນຸດທີ່ເປັນຄົນບາບ,
ພຣະອົງຜູ້ບໍ່ໄດ້ຫວງພຣະບຸດອົງດຽວຂອງພຣະອົງ ແຕ່ໄດ້ມອບພຣະບຸດນັ້ນໃຫ້ແກ່ພວກເຮົາທຸກຄົນ ຖ້າເປັນຢ່າງນັ້ນພຣະອົງຈະບໍ່ເມດຕາໃຫ້ທຸກສິ່ງແກ່ພວກເຮົາພ້ອມກັບພຣະບຸດນັ້ນບໍ?