Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 9:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ພວກ​ຄູສອນກົດບັນຍັດ​ບາງຄົນ​ໄດ້​ຍິນ​ດັ່ງນັ້ນ​ກໍ​ຄິດໃນໃຈ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ແລ້ວ​ທຳມະຈານ​ບາງຄົນ​ກໍ​ຄິດ​ໃນ​ໃຈ ແລ້ວ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ.”

Uka jalj uñjjattʼäta Copia luraña




ມັດທາຍ 9:3
13 Jak'a apnaqawi uñst'ayäwi  

ມະຫາ​ປະໂລຫິດ​ຈຶ່ງ​ຈີກ​ເສື້ອ​ຂອງ​ຕົນ ແລະ ເວົ້າ​ວ່າ, “ລາວ​ໄດ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ! ພວກເຮົາ​ຈະ​ຕ້ອງການ​ພະຍານ​ຕື່ມ​ອີກ​ເຮັດຫຍັງ? ເບິ່ງແມ, ບັດນີ້​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ຄຳເວົ້າ​ໝິ່ນປະໝາດ​ແລ້ວ.


ເພາະວ່າ​ພຣະອົງ​ໄດ້​ສັ່ງສອນ​ເໝືອນ​ຜູ້​ມີ​ສິດອຳນາດ ແລະ ບໍ່​ເໝືອນ​ກັບ​ພວກ​ຄູສອນກົດບັນຍັດ​ຂອງ​ພວກເຂົາ.


ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳເວົ້າ​ໝິ່ນປະໝາດ​ແລ້ວ. ພວກເຈົ້າ​ຄິດ​ຢ່າງໃດ?” ພວກເຂົາ​ທັງໝົດ​ເຫັນດີ​ພ້ອມກັນ​ວ່າ​ພຣະອົງ​ສົມຄວນ​ຕາຍ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ການ​ບາບ ແລະ ຄຳ​ໝິ່ນປະໝາດ​ທຸກຢ່າງ​ທີ່​ມະນຸດ​ກ່າວ​ສາມາດ​ໃຫ້​ອະໄພ​ໄດ້.


ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ​ຈັກເທື່ອ, ພວກເຂົາ​ໄດ້​ເຮັດ​ຄວາມຜິດ​ອັນ​ເປັນ​ບາບ​ຕິດ​ໂຕ​ຕະຫລອດໄປ”.


ເພາະ​ທີ່​ອອກ​ມາ​ຈາກ​ພາຍໃນ, ອອກມາ​ຈາກ​ຈິດໃຈ​ຂອງ​ມະນຸດ​ຄື: ຄວາມຄິດຊົ່ວ, ການ​ຜິດສິນທຳທາງເພດ, ການລັກ, ການຂ້າຄົນ,


ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເລີ່ມ​ຄິດໃນໃຈ​ວ່າ, “ຄົນ​ທີ່​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຄົນ​ນີ້​ແມ່ນ​ຜູ້ໃດ? ນອກຈາກ​ພຣະເຈົ້າ​ແລ້ວ​ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka