ມັດທາຍ 8:2 - ພຣະຄຳພີລາວສະບັບສະໄໝໃໝ່2 ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດໄດ້ມາຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າພຣະອົງພໍໃຈ, ພຣະອົງກໍສາມາດເຮັດໃຫ້ຂ້ານ້ອຍດີສະອາດໄດ້”. Uka jalj uñjjattʼätaພຣະຄຳພີສັກສິ2 ຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດໄດ້ມາຫາພຣະອົງໂດຍກົ້ມຂາບລົງ ແລະເວົ້າວ່າ, “ພຣະອົງເຈົ້າເອີຍ ຖ້າພຣະອົງພໍໃຈຊົງໂຜດຂ້ານ້ອຍ ພຣະອົງກໍໂຜດໃຫ້ຂ້ານ້ອຍດີສະອາດໄດ້.” Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.