Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 7:3 - ພຣະຄຳພີລາວສະບັບສະໄໝໃໝ່

3 “ເປັນຫຍັງ​ເຈົ້າ​ຈຶ່ງ​ແນມເບິ່ງ​ຜົງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແລະ ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ​ພັດ​ແນມເບິ່ງ​ບໍ່​ເຫັນ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເປັນຫຍັງ​ເຈົ້າ​ຈຶ່ງ​ຫລຽວ​ເຫັນ​ຂີ້ເຫຍື້ອ​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແຕ່​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ​ແລ້ວ​ເຈົ້າ​ບໍ່​ເຫັນ?

Uka jalj uñjjattʼäta Copia luraña




ມັດທາຍ 7:3
10 Jak'a apnaqawi uñst'ayäwi  

ດ້ວຍ​ເຫດ​ໃດ ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ຈົ່ງ​ໃຫ້​ຂ້ອຍ​ເຂ່ຍ​ເອົາ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ເຈົ້າ’ ໃນ​ເມື່ອ​ເຈົ້າ​ກໍ​ມີ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນ​ຢູ່​ຕະຫລອດ​ເວລາ?


ພວກ​ຄົນ​ໜ້າຊື່ໃຈຄົດ ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ຕົນ​ເອງ​ກ່ອນ, ແລ້ວ​ຫລັງຈາກນັ້ນ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ເພື່ອ​ເຂ່ຍ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ​ໄດ້.


ຄົນ​ຟາຣີຊາຍ​ນັ້ນ​ຢືນ​ຢູ່​ຄົນ​ດຽວ ແລະ ອະທິຖານ​ວ່າ: ‘ຂ້າ​ແດ່​ພຣະເຈົ້າ, ຂອບພຣະຄຸນ​ພຣະອົງ​ທີ່​ຂ້ານ້ອຍ​ບໍ່​ເປັນ​ເໝືອນ​ຄົນ​ອື່ນ​ຄື: ເປັນ​ຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່​ເປັນ​ເໝືອນ​ຄົນເກັບພາສີ​ຜູ້​ນີ້.


ເຫດສະນັ້ນ ພວກເຈົ້າ​ກໍ​ບໍ່​ມີ​ຂໍ້​ແກ້ໂຕ, ພວກເຈົ້າ​ຜູ້​ຕັດສິນ​ຄົນ​ອື່ນ ເພາະວ່າ​ພວກເຈົ້າ​ຈະ​ຕັດສິນ​ຄົນ​ອື່ນ​ດ້ວຍ​ປະການ​ໃດ ພວກເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນ​ເອງ​ດ້ວຍ, ເພາະວ່າ​ພວກເຈົ້າ​ຜູ້​ເປັນ​ຄົນ​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ຜູ້ໃດ​ຖືກ​ຈັບ​ໄດ້​ວ່າ​ເຮັດ​ບາບ, ພວກເຈົ້າ​ຜູ້​ທີ່​ມີຊີວິດ​ໂດຍ​ພຣະ​ວິນຍານ​ຄວນ​ຊ່ວຍ​ຜູ້​ນັ້ນ​ໃຫ້​ລາວ​ກັບໃຈໃໝ່​ຢ່າງ​ອ່ອນສຸພາບ. ແຕ່​ຈົ່ງ​ລະວັງ​ຕົວ​ໄວ້​ໃຫ້​ດີ, ບໍ່​ດັ່ງນັ້ນ​ພວກເຈົ້າ​ເອງ​ກໍ​ຈະ​ຫລົງ​ເຮັດ​ບາບ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka