Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 7:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ດ້ວຍວ່າ ພວກເຈົ້າ​ຕັດສິນ​ຄົນ​ອື່ນ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຖືກ​ຕັດສິນ​ຢ່າງນັ້ນ ແລະ ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງຜອງ​ອັນ​ໃດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ດ້ວຍ​ເຄື່ອງຜອງ​ອັນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ດ້ວຍວ່າ, ເຈົ້າ​ຈະ​ຕັດສິນ​ຄົນອື່ນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຈະ​ຕັດສິນ​ເຈົ້າ​ຢ່າງ​ນັ້ນ ແລະ​ເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະເຈົ້າ​ກໍ​ຈະ​ຕວງ​ໃຫ້​ເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ.

Uka jalj uñjjattʼäta Copia luraña




ມັດທາຍ 7:2
19 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້​ອື່ນ​ທີ່​ໄດ້​ເຮັດ​ບາບ​ຕໍ່​ພວກເຈົ້າ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ ກໍ​ຈະ​ຍົກໂທດ​ໃຫ້​ພວກເຈົ້າ​ເໝືອນ​ກັນ.


ພຣະອົງ​ກ່າວ​ຕໍ່​ໄປ​ອີກ​ວ່າ, “ຈົ່ງ​ພິຈາລະນາ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ໃຫ້​ດີ. ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງຜອງ​ຢ່າງໃດ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ດ້ວຍ​ເຄື່ອງຜອງ​ຢ່າງນັ້ນ ແລະ ຈະ​ໄດ້​ຮັບ​ຫລາຍກວ່າ​ນັ້ນ​ອີກ.


ຈົ່ງ​ໃຫ້​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ. ດ້ວຍ​ເຄື່ອງຜອງ​ທີ່​ຍັດ​ສັ່ນ​ລົງ​ແໜ້ນ​ເຕັມລົ້ນ​ຈະ​ຖືກ​ເທ​ລົງ​ໃນ​ຕັກ​ຂອງ​ພວກເຈົ້າ. ເພາະວ່າ​ພວກເຈົ້າ​ຈະ​ໃຊ້​ເຄື່ອງຜອງ​ອັນໃດ​ກໍ​ຈະ​ໃຊ້​ເຄື່ອງຜອງ​ອັນ​ດຽວ​ກັນ​ນັ້ນ​ຕວງ​ໃຫ້​ພວກເຈົ້າ”.


ຈົ່ງ​ຈົດຈຳ​ສິ່ງ​ນີ້​ຄື: ຜູ້​ທີ່​ຫວ່ານ​ພຽງ​ເລັກນ້ອຍ​ກໍ​ຈະ​ເກັບກ່ຽວ​ໄດ້​ແຕ່​ພຽງ​ເລັກນ້ອຍ​ເໝືອນກັນ ແລະ ຜູ້​ທີ່​ຫວ່ານ​ດ້ວຍ​ໃຈກວ້າງຂວາງ​ກໍ​ຈະ​ເກັບ​ກ່ຽວ​ໄດ້​ຢ່າງ​ຫລວງຫລາຍ​ເໝືອນກັນ.


ເພາະວ່າ​ການພິພາກສາ​ທີ່​ບໍ່ມີຄວາມເມດຕາ​ຈະ​ສະແດງ​ແກ່​ຜູ້​ທີ່​ບໍ່​ມີ​ຄວາມເມດຕາ. ຄວາມເມດຕາ​ມີ​ໄຊຊະນະ​ເໜືອ​ການພິພາກສາ!


ຈົ່ງ​ຕອບແທນ​ນາງ​ເໝືອນດັ່ງ​ທີ່​ມັນ​ໄດ້​ໃຫ້​ແກ່​ຜູ້​ອື່ນ. ຈົ່ງ​ຕອບແທນ​ນາງ​ສອງ​ເທົ່າ​ຂອງ​ສິ່ງ​ທີ່​ນາງ​ໄດ້​ເຮັດ. ຈົ່ງ​ຖອກ​ຄືນ​ເປັນ​ສອງ​ເທົ່າ​ຂອງ​ຈອກ​ທີ່​ນາງ​ປະສົມ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka