Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 4:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຜູ້ລໍ້ລວງ​ກໍ​ໄດ້​ມາ​ຫາ​ພຣະອົງ ແລະ ກ່າວ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ຈົ່ງ​ສັ່ງ​ກ້ອນຫີນ​ເຫລົ່ານີ້​ໃຫ້​ກາຍເປັນ​ເຂົ້າຈີ່”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ແລ້ວ​ຜູ້ລໍ້ລວງ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫຼົ່ານີ້​ໃຫ້​ເປັນ​ອາຫານ​ແມ.”

Uka jalj uñjjattʼäta Copia luraña




ມັດທາຍ 4:3
34 Jak'a apnaqawi uñst'ayäwi  

ແລ້ວ​ພວກສາວົກ​ທີ່​ຢູ່​ໃນ​ເຮືອ​ນັ້ນ​ຈຶ່ງ​ຂາບໄຫ້ວ​ນະມັດສະການ​ພຣະອົງ​ພ້ອມ​ທັງ​ກ່າວ​ວ່າ, “ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້”.


ຊີໂມນ​ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່”.


ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່. ມະຫາ​ປະໂລຫິດ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພາຍໃຕ້​ຄຳສາບານ​ໂດຍ​ອ້າງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່ ເຮົາ​ສັ່ງ​ເຈົ້າ​ວ່າ: ຖ້າ​ເຈົ້າ​ແມ່ນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ມາ”.


ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ເພິ່ນ​ຫລາຍ”.


ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ເລີ່ມຕົ້ນ​ດັ່ງນີ້,


ເມື່ອ​ໃດ​ທີ່​ພວກ​ວິນຍານສົກກະປົກ​ໄດ້​ເຫັນ​ພຣະອົງ ພວກມັນ​ກໍ​ຂາບ​ລົງ​ຕໍ່ໜ້າ​ພຣະອົງ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.


ລາວ​ຮ້ອງ​ດ້ວຍ​ສຸດສຽງ​ຂອງ​ລາວ​ວ່າ, “ພຣະເຢຊູ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ໃຫ້​ທ່ານ​ສັນຍາ​ໃນ​ນາມ​ພຣະເຈົ້າ​ວ່າ​ຈະ​ບໍ່​ທໍລະມານ​ຂ້ານ້ອຍ!”


ເທວະດາ​ນັ້ນ​ໄດ້​ຕອບ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຈົ້າ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດັ່ງນັ້ນ ອົງ​ບໍລິສຸດ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ແລ້ວ​ພວກເຂົາ​ກໍ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ ເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ບໍ?” ພຣະອົງ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ທັງຫລາຍ​ເວົ້າ​ຖືກ​ແລ້ວ​ວ່າ​ເຮົາ​ເປັນ”.


ມານຮ້າຍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫລົ່ານີ້​ໃຫ້​ກາຍເປັນ​ເຂົ້າຈີ່”.


ຫລາຍກວ່າ​ນັ້ນ​ອີກ, ມີ​ຜີມານຮ້າຍ​ໄດ້​ອອກ​ມາ​ຈາກ​ຫລາຍ​ຄົນ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!” ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກມັນ ແລະ ບໍ່​ອະນຸຍາດ​ໃຫ້​ພວກມັນ​ເວົ້າ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ.


ມານຮ້າຍ​ໄດ້​ນຳ​ພຣະອົງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຈຸດ​ສູງ​ສຸດ​ຂອງ​ວິຫານ​ແລ້ວ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂດດ​ລົງ​ໄປ​ຈາກ​ທີ່​ນີ້.


ເຮົາ​ໄດ້​ເຫັນ​ແລ້ວ ແລະ ເຮົາ​ເປັນພະຍານ​ໄດ້​ວ່າ ນີ້​ຄື​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້”.


ນະທານາເອັນ​ຈຶ່ງ​ຮ້ອງ​ວ່າ, “ຣັບບີ ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະອົງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ”.


ແຕ່​ເລື່ອງ​ເຫລົ່ານີ້​ໄດ້​ບັນທຶກ​ໄວ້​ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ ແລະ ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ພຣະເຢຊູເຈົ້າ​ໄດ້​ຍິນ​ວ່າ​ພວກເຂົາ​ໄດ້​ໄລ່​ລາວ​ອອກໄປ​ແລ້ວ ແລະ ເມື່ອ​ພຣະອົງ​ພົບ​ລາວ, ພຣະອົງ​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ເຊື່ອ​ໃນ​ບຸດມະນຸດ​ບໍ?”


ເພິ່ນ​ກໍ​ໄດ້​ເລີ່ມ​ເທດສະໜາ​ທັນທີ​ໃນ​ທຳມະສາລາ​ຕ່າງໆ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ເພາະ​ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ຜູ້​ທີ່​ເຮົາ​ກັບ​ຊີລາ ແລະ ຕີໂມທຽວ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ​ບໍ່ແມ່ນ​ທັງ “ຈິງ” ແລະ “ບໍ່ຈິງ” ແຕ່​ໃນ​ພຣະອົງ​ເປັນ “ຈິງ” ສະເໝີ.


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ດ້ວຍເຫດນີ້ ເມື່ອ​ເຮົາ​ບໍ່​ສາມາດ​ທົນ​ຕໍ່ໄປ​ໄດ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ​ມາ​ເບິ່ງ​ຄວາມເຊື່ອ​ຂອງ​ພວກເຈົ້າ. ເຮົາ​ຢ້ານ​ວ່າ​ຜູ້ທົດລອງ​ໄດ້​ລໍ້ລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ແລ້ວ ແລະ ການເຮັດວຽກ​ໜັກ​ຂອງ​ພວກເຮົາ​ກໍ​ອາດ​ຈະ​ເສຍປະໂຫຍດ.


ຈົ່ງ​ລະວັງ​ຢ່າ​ໃຫ້​ຜູ້ໃດ​ເຮັດ​ຜິດສິນທຳທາງເພດ, ຫລື ບໍ່​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ເອຊາວ​ຜູ້​ຂາຍ​ສິດທິ​ອ້າຍກົກ​ໃນ​ການ​ຮັບມໍລະດົກ​ເພື່ອ​ແລກ​ກັບ​ອາຫານ​ພຽງ​ແຕ່​ຄາບ​ດຽວ.


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຜູ້​ຍິ່ງໃຫຍ່​ຜູ້​ທີ່​ໄດ້​ຂຶ້ນ​ສູ່​ສະຫວັນ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ໃຫ້​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມເຊື່ອ​ທີ່​ພວກເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ບໍ່​ມີ​ບັນທຶກ​ວ່າ​ຜູ້ໃດ​ເປັນ​ບິດາ ຫລື ມານດາ, ບໍ່​ມີ​ລຳດັບ​ວົງ​ຕະກູນ, ບໍ່​ມີ​ວັນ​ເລີ່ມຕົ້ນ ຫລື ວັນ​ສິ້ນສຸດ​ຊີວິດ, ເໝືອນກັນ​ກັບ​ພຣະບຸດ​ຂອງ​ພຣະເຈົ້າ, ເພິ່ນ​ເປັນ​ປະໂລຫິດ​ຕະຫລອດໄປ.


ຜູ້​ທີ່​ເຮັດບາບ​ກໍ​ມາ​ຈາກ​ມານຮ້າຍ ເພາະ​ມານຮ້າຍ​ເຮັດ​ບາບ​ມາ​ຕັ້ງແຕ່​ປະຖົມມະການ. ເຫດຜົນ​ທີ່​ພຣະບຸດ​ຂອງ​ພຣະເຈົ້າ​ມາ​ປາກົດ​ກໍ​ຄື​ເພື່ອ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ.


ຢ່າ​ຢ້ານ​ການທົນທຸກ​ທີ່​ເຈົ້າ​ກຳລັງ​ຈະ​ປະເຊີນ. ເຮົາ​ບອກ​ເຈົ້າ​ວ່າ, ມານຮ້າຍ​ຈະ​ຂັງ​ພວກເຈົ້າ​ບາງຄົນ​ໄວ້​ໃນ​ຄຸກ​ເພື່ອ​ທົດລອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ທົນທຸກ​ເພາະ​ການຂົ່ມເຫັງ​ເຖິງ​ສິບ​ວັນ. ຈົ່ງ​ສັດຊື່​ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ຕາຍ ແລະ ເຮົາ​ຈະ​ມອບ​ຊີວິດ​ໃຫ້​ເຈົ້າ​ເພື່ອ​ເປັນ​ມົງກຸດ​ແຫ່ງ​ໄຊຊະນະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka