Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 3:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ໃນ​ວັນ​ເຫລົ່ານັ້ນ ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເທດສະໜາ​ໃນ​ຖິ່ນແຫ້ງແລ້ງກັນດານ​ທີ່​ແຂວງ​ຢູດາຍ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ໃນ​ເວລາ​ນັ້ນ ໂຢຮັນ​ບັບຕິສະໂຕ​ໄດ້​ຕັ້ງຕົ້ນ​ເທດສະໜາ​ປ່າວ​ປະກາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແຂວງ​ຢູດາຍ​ວ່າ,

Uka jalj uñjjattʼäta Copia luraña




ມັດທາຍ 3:1
27 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ບັນດາ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ໂຢຮັນ​ບັບຕິສະໂຕ; ແຕ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ໃນ​ອານາຈັກ​ສະຫວັນ​ກໍ​ຍິ່ງໃຫຍ່​ກວ່າ​ເພິ່ນ.


ຂະນະ​ທີ່​ພວກລູກສິດ​ຂອງ​ໂຢຮັນ​ກຳລັງ​ຈະ​ຈາກ​ໄປ, ພຣະເຢຊູເຈົ້າ​ກໍ​ເລີ່ມ​ກ່າວ​ເຖິງ​ເລື່ອງ​ໂຢຮັນ​ແກ່​ປະຊາຊົນ​ວ່າ: “ພວກເຈົ້າ​ທັງຫລາຍ​ອອກ​ໄປ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໄປ​ມາ​ຕາມ​ລົມ​ພັດ​ບໍ?


ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ເປັນ​ໂຢຮັນ​ບັບຕິສະໂຕ, ບາງຄົນ​ເວົ້າ​ວ່າ​ທ່ານ​ເປັນ​ເອລີຢາ, ແລະ ຍັງ​ມີ​ຄົນ​ອື່ນໆ​ອີກ​ເວົ້າ​ວ່າ​ທ່ານ​ເປັນ​ເຢເຣມີຢາ ຫລື ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ”.


ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເພື່ອ​ຊີ້​ບອກ​ທາງ​ແຫ່ງ​ຄວາມຊອບທຳ​ໃຫ້​ແກ່​ພວກເຈົ້າ ແລະ ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ແຕ່​ຄົນເກັບພາສີ ແລະ ຍິງໂສເພນີ​ໄດ້​ເຊື່ອ​ເພິ່ນ ແລະ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ແລ້ວ​ກໍຕາມ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບໃຈ ແລະ ເຊື່ອ​ເພິ່ນ.


ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່.


ພຣະອົງ​ກ່າວ​ວ່າ, “ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາ​ເຖິງ​ແລ້ວ ແລະ ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ. ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ເຊື່ອ​ໃນ​ຂ່າວປະເສີດ!”


ໃນ​ພຣະທຳ​ເອຊາຢາ​ຜູ້ທຳນວາຍ​ມີ​ຂຽນ​ໄວ້​ວ່າ: “ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ໄປ​ກ່ອນໜ້າ​ທ່ານ ເພື່ອ​ຈັດຕຽມ​ຫົນທາງ​ສຳລັບ​ທ່ານ”


“ແລະ ສ່ວນ​ເຈົ້າ, ລູກ​ຂອງ​ພໍ່, ເຈົ້າ​ຈະ​ໄດ້​ຊື່​ວ່າ​ຜູ້ທຳນວາຍ​ຂອງ​ອົງ​ສູງສຸດ, ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນໜ້າ​ອົງພຣະຜູ້ເປັນເຈົ້າ​ເພື່ອ​ຈັດຕຽມ​ທາງ​ສຳລັບ​ພຣະອົງ,


ຫລັງຈາກ​ຄົນ​ທີ່​ໂຢຮັນ​ໄດ້​ໃຊ້​ມາ​ນັ້ນ​ກັບ​ໄປ​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ເລີ່ມ​ກ່າວ​ກັບ​ປະຊາຊົນ​ກ່ຽວກັບ​ໂຢຮັນ​ວ່າ: “ພວກເຈົ້າ​ທັງຫລາຍ​ອອກ​ໄປ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໄປ​ມາ​ຕາມ​ລົມ​ພັດ​ບໍ?


ຄື​ຕັ້ງແຕ່​ບັບຕິສະມາ​ຂອງ​ໂຢຮັນ​ຈົນ​ເຖິງ​ເວລາ​ທີ່​ພຣະເຢຊູເຈົ້າ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ພວກເຮົາ. ເພາະ​ສິ່ງ​ເຫລົ່ານີ້​ຈະ​ຕ້ອງ​ເປັນ​ພະຍານ​ຮ່ວມ​ກັບ​ພວກເຮົາ​ເຖິງ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະອົງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka