Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 2:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເມື່ອ​ເຮໂຣດ​ໄດ້​ເອີ້ນ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຂອງ​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມກັນ​ແລ້ວ, ເພິ່ນ​ກໍ​ໄດ້​ຖາມ​ພວກເຂົາ​ວ່າ​ພຣະຄຣິດເຈົ້າ​ຈະ​ມາ​ບັງເກີດ​ຢູ່​ທີ່​ໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເພິ່ນ​ໄດ້​ເອີ້ນ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລ້ວ​ເພິ່ນ​ກໍ​ຖາມ​ພວກເຂົາ​ວ່າ, “ພຣະຄຣິດ​ນັ້ນ ຈະ​ບັງເກີດ​ຢູ່​ທີ່​ໃດ?”

Uka jalj uñjjattʼäta Copia luraña




ມັດທາຍ 2:4
30 Jak'a apnaqawi uñst'ayäwi  

ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ ຄູສອນກົດບັນຍັດ​ທຸກຄົນ​ທີ່​ໄດ້​ຮຽນຮູ້​ເຖິງ​ເລື່ອງ​ອານາຈັກ​ສະຫວັນ ກໍ​ເປັນ​ເໝືອນ​ເຈົ້າຂອງ​ເຮືອນ​ຜູ້​ໜຶ່ງ​ທີ່​ນຳ​ຊັບສົມບັດ​ໃໝ່ ແລະ ຊັບສົມບັດ​ເກົ່າ​ອອກ​ມາ​ຈາກ​ຄັງ​ຂອງ​ຕົນ”.


ເມື່ອ​ກະສັດ​ເຮໂຣດ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ​ກໍ​ກັງວົນໃຈ​ຫລາຍ ແລະ ຊາວ​ເຢຣູຊາເລັມ​ທຸກຄົນ​ກໍ​ພາກັນ​ກັງວົນໃຈ​ນໍາ​ດ້ວຍ.


ພວກເຂົາ​ຕອບ​ວ່າ, “ຢູ່​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ, ເພາະ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ດັ່ງນີ້​ວ່າ:


ແຕ່​ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ເຫັນ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ ແລະ ໄດ້​ຍິນ​ພວກ​ເດັກນ້ອຍ​ຮ້ອງ​ສຽງດັງ​ໃນ​ເຂດ​ວິຫານ​ວ່າ, “ໂຮຊັນນາ ແດ່​ບຸດ​ຂອງ​ດາວິດ”, ແລ້ວ​ພວກເຂົາ​ກໍ​ບໍ່​ພໍໃຈ.


ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ແລະ ໃນ​ຂະນະ​ທີ່​ພຣະອົງ​ສັ່ງສອນ​ຢູ່​ນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ກໍ​ມາ​ຫາ​ພຣະອົງ. ພວກເຂົາ​ໄດ້​ຖາມ​ວ່າ, “ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ? ແລະ ຜູ້ໃດ​ໃຫ້​ສິດອຳນາດ​ນີ້​ແກ່​ເຈົ້າ?”


ຫລັງຈາກນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ກໍ​ໄດ້​ມາ​ປະຊຸມ​ກັນ​ທີ່​ເຮືອນ​ຂອງ​ມະຫາ​ປະໂລຫິດ ຜູ້​ທີ່​ຊື່​ວ່າ ກາຢະຟາ


ພຣະອົງ​ກ່າວ​ຍັງ​ບໍ່​ທັນ​ສຸດ​ຄຳ, ຜູ້​ໜຶ່ງ​ໃນ​ຈໍານວນ​ສາວົກ​ສິບສອງ​ຄົນ​ນັ້ນ​ຄື ຢູດາ​ກໍ​ໄດ້​ມາ​ຮອດ​ພ້ອມ​ກັບ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ທີ່​ຖື​ດາບ ແລະ ໄມ້ຄ້ອນ ເຊິ່ງ​ເປັນ​ຄົນ​ທີ່​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ໃຊ້​ມາ.


ຕັ້ງແຕ່​ເຊົ້າໆ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ຂອງ​ປະຊາຊົນ​ທັງໝົດ​ໄດ້​ວາງແຜນ​ກັນ​ວ່າ​ຈະ​ຂ້າ​ພຣະເຢຊູເຈົ້າ.


ເພາະວ່າ​ພຣະອົງ​ໄດ້​ສັ່ງສອນ​ເໝືອນ​ຜູ້​ມີ​ສິດອຳນາດ ແລະ ບໍ່​ເໝືອນ​ກັບ​ພວກ​ຄູສອນກົດບັນຍັດ​ຂອງ​ພວກເຂົາ.


ຕັ້ງ​ແຕ່​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມ​ສັ່ງສອນ​ພວກສາວົກ​ວ່າ​ບຸດມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ. ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ອີກ.


ພວກ​ຄູສອນກົດບັນຍັດ ແລະ ພວກຫົວໜ້າ​ປະໂລຫິດ​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ​ທັນທີ ເພາະ​ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ. ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ.


ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ກໍ​ຢືນ​ຢູ່​ທີ່​ນັ້ນ ແລະ ກ່າວຫາ​ພຣະອົງ​ຢ່າງ​ຮຸນແຮງ.


ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກທະຫານ ແລະ ພວກ​ເຈົ້າໜ້າທີ່​ຈຳນວນ​ໜຶ່ງ​ທີ່​ມາ​ຈາກ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ ມາ​ທີ່​ສວນ​ນັ້ນ. ພວກເຂົາ​ຖື​ກະບອງ, ໂຄມໄຟ ແລະ ອາວຸດ​ມາ​ພ້ອມ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຄົນ​ອິດສະຣາເອນ ແລ້ວ​ເຈົ້າ​ຍັງ​ບໍ່​ເຂົ້າໃຈ​ສິ່ງ​ເຫລົ່ານີ້​ບໍ?


ພວກ​ຟາຣີຊາຍ​ໄດ້​ຍິນ​ປະຊາຊົນ​ຊິ່ມ​ກັນ​ເລື່ອງ​ພຣະອົງ​ຢ່າງ​ນັ້ນ. ດັ່ງນັ້ນ ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ສົ່ງ​ຄົນຍາມ​ວິຫານ​ໄປ​ຈັບ​ພຣະອົງ.


ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ໄດ້​ນຳເອົາ​ຍິງ​ຄົນ​ໜຶ່ງ​ທີ່​ຖືກ​ຈັບ​ໃນ​ຖານ​ຫລິ້ນຊູ້​ມາ. ພວກເຂົາ​ໄດ້​ໃຫ້​ນາງ​ຢືນ​ຢູ່​ຕໍ່ໜ້າ​ຄົນ​ກຸ່ມ​ນັ້ນ


ແລ້ວ​ກໍ​ເກີດ​ຄວາມ​ວຸ້ນວາຍ​ຄັ້ງ​ໃຫຍ່ ແລະ ມີ​ພວກ​ຄູສອນກົດບັນຍັດ​ທີ່​ເປັນ​ຟາຣີຊາຍ​ບາງຄົນ​ໄດ້​ລຸກຂຶ້ນ ແລະ ຄັດຄ້ານ​ຢ່າງ​ດຸເດືອດ. ພວກເຂົາ​ເວົ້າ​ວ່າ, “ເຮົາ​ເຫັນ​ວ່າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ຜິດ, ອາດ​ເປັນ​ວິນຍານ ຫລື ເທວະດາ​ເວົ້າ​ກັບ​ລາວ​ກໍ​ໄດ້?”


ໃນ​ມື້​ຕໍ່ມາ​ພວກ​ຜູ້ນຳ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ມາ​ປະຊຸມ​ກັນ​ທີ່​ເຢຣູຊາເລັມ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຍຸຍົງ​ປະຊາຊົນ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໃຫ້​ລຸກຮື້​ຂຶ້ນ. ພວກເຂົາ​ໄດ້​ຈັບ​ຊະເຕຟາໂນ ແລະ ນຳເອົາ​ເພິ່ນ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka