Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 2:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເບັດເລເຮັມ​ໃນ​ແຂວງ​ຢູດາຍ, ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ, ມີ​ພວກໂຫລາຈານ​ຈາກ​ທິດຕາເວັນອອກ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ມັດທາຍ 2:1
25 Jak'a apnaqawi uñst'ayäwi  

ແຕ່​ລາວ​ບໍ່​ໄດ້​ສົມສູ່​ກັບ​ນາງ​ຈົນກວ່າ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ໂຢເຊັບ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ, ເຢຊູ.


ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ​ພວກໂຫລາຈານ​ຫລອກລວງ​ຕົນ, ເພິ່ນ​ກໍ​ໃຈຮ້າຍ​ຫລາຍ ແລະ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທັງໝົດ​ໃນ​ເບັດເລເຮັມ ແລະ ບໍລິເວນ​ໃກ້ຄຽງ​ທີ່​ມີ​ອາຍຸ​ສອງ​ປີ​ລົງ​ມາ, ເຊິ່ງ​ສອດຄ່ອງ​ກັບ​ເວລາ​ທີ່​ເພິ່ນ​ໄດ້​ຮູ້​ຈາກ​ພວກໂຫລາຈານ.


ຫລັງຈາກ​ເຮໂຣດ​ໄດ້​ຕາຍ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ທາງ​ຄວາມຝັນ​ໃນ​ປະເທດ​ເອຢິບ


ເມື່ອ​ກະສັດ​ເຮໂຣດ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ​ກໍ​ກັງວົນໃຈ​ຫລາຍ ແລະ ຊາວ​ເຢຣູຊາເລັມ​ທຸກຄົນ​ກໍ​ພາກັນ​ກັງວົນໃຈ​ນໍາ​ດ້ວຍ.


ພວກເຂົາ​ຕອບ​ວ່າ, “ຢູ່​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ, ເພາະ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ດັ່ງນີ້​ວ່າ:


ດັ່ງນັ້ນ ເຮໂຣດ​ຈຶ່ງ​ເອີ້ນ​ພວກ​ໂຫລາຈານ​ເຂົ້າ​ມາ​ພົບ​ຢ່າງ​ລັບໆ ແລະ ສືບ​ຖາມ​ພວກເຂົາ​ເຖິງ​ເວລາ​ທີ່​ແນ່ນອນ​ທີ່​ດາວ​ນັ້ນ​ໄດ້​ປາກົດ​ຂຶ້ນ.


ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ​ແຫ່ງ​ຢູດາຍ ມີ​ປະໂລຫິດ​ຄົນ​ໜຶ່ງ​ຊື່​ວ່າ ເຊກາຣີຢາ ຢູ່​ໃນ​ສັງ​ກັດ​ຂອງ​ປະໂລຫິດ​ອາບີຢາ, ເມຍ​ຂອງ​ເພິ່ນ​ຊື່ ເອລີຊາເບັດ ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ເໝືອນ​ກັນ.


ໃນ​ວັນ​ນີ້​ທີ່​ເມືອງ​ຂອງ​ດາວິດ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ອົງ​ໜຶ່ງ​ໄດ້​ມາ​ບັງເກີດ​ເພື່ອ​ພວກເຈົ້າ, ພຣະອົງ​ຄື​ພຣະເມຊີອາ, ອົງພຣະຜູ້ເປັນເຈົ້າ.


ເມື່ອ​ບັນດາ​ເທວະດາ​ເຫລົ່ານັ້ນ​ຈາກ​ພວກເຂົາ​ໄປ ແລະ ກັບ​ຂຶ້ນ​ສູ່​ສະຫວັນ​ແລ້ວ ພວກ​ຜູ້ລ້ຽງແກະ​ກໍ​ເວົ້າ​ກັນ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ຍັງ​ເມືອງ​ເບັດເລເຮັມ ແລະ ໄປ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ບອກ​ພວກເຮົາ”.


ພຣະຄຳພີ​ບອກ​ໄວ້​ບໍ່​ແມ່ນ​ບໍ​ວ່າ​ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ ແລະ ຈາກ​ເບັດເລເຮັມ ເມືອງ​ທີ່​ດາວິດ​ຢູ່?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka