Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 13:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ແລ້ວ​ພຣະອົງ​ໄດ້​ກ່າວ​ຫລາຍ​ເລື່ອງ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ ໂດຍ​ກ່າວ​ວ່າ: “ມີ​ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ພຣະອົງ​ກ່າວ​ຫລາຍ​ເລື່ອງ​ເປັນ​ຄຳອຸປະມາ​ເພື່ອ​ສອນ​ປະຊາຊົນ ໂດຍ​ກ່າວ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ.

Uka jalj uñjjattʼäta Copia luraña




ມັດທາຍ 13:3
27 Jak'a apnaqawi uñst'ayäwi  

ຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ, ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ມາ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຄຳອຸປະມາ​ເຫລົ່ານີ້​ຈົບ​ແລ້ວ ກໍ​ອອກ​ຈາກ​ທີ່​ນັ້ນ​ໄປ.


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ອີກ​ວ່າ:


“ບັດນີ້ ຈົ່ງ​ຮຽນຮູ້​ເອົາ​ບົດຮຽນ​ນີ້​ຈາກ​ຕົ້ນໝາກເດື່ອ​ຄື: ທັນທີ​ທີ່​ກິ່ງ​ອ່ອນ ແລະ ໃບ​ຂອງ​ມັນ​ປົ່ງ​ອອກມາ ພວກເຈົ້າ​ກໍ​ຮູ້​ວ່າ​ລະດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ​ແລ້ວ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ. ເພິ່ນ​ໄດ້​ເຮັດ​ຮົ້ວ​ອ້ອມສວນ​ໄວ້, ເຈາະ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ຢຽບ​ເອົາ​ນໍ້າອະງຸ່ນ ແລະ ໄດ້​ສ້າງ​ຫໍຄອຍ​ໄວ້​ເພື່ອ​ເຝົ້າຍາມ. ຫລັງຈາກນັ້ນ ເພິ່ນ​ໄດ້​ໃຫ້​ພວກຊາວສວນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຍ້າຍ​ອອກ​ໄປ​ບ່ອນ​ອື່ນ.


ດັ່ງນັ້ນ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ຈຶ່ງ​ໄດ້​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ. ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈາກ​ພຣະອົງ ແລະ ໄປ​ທາງ​ອື່ນ.


ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກເຂົາ​ມາ ແລະ ກ່າວ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ມານຊາຕານ​ຈະ​ຂັບໄລ່​ມານຊາຕານ​ອອກ​ໄດ້​ຢ່າງ​ໃດ?


ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ເຂົ້າໃຈ​ຄຳອຸປະມາ​ນີ້​ບໍ? ຖ້າ​ເປັນ​ຢ່າງນັ້ນ ພວກເຈົ້າ​ຈະ​ເຂົ້າໃຈ​ຄຳອຸປະມາ​ເລື່ອງ​ອື່ນ​ໄດ້​ຢ່າງໃດ?


ພຣະເຢຊູເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ເປັນ​ຄຳອຸປະມາ​ຫລາຍ​ເລື່ອງ​ຢ່າງ​ດຽວ​ກັນ​ນີ້​ໃຫ້​ພວກເຂົາ​ຟັງ, ຕາມ​ທີ່​ພວກເຂົາ​ສາມາດ​ເຂົ້າໃຈ​ໄດ້.


ແລ້ວ​ເປໂຕ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ແກ່​ພວກຂ້ານ້ອຍ ຫລື ແກ່​ທຸກຄົນ?”


ພຣະອົງ​ກ່າວ​ວ່າ, “ສິ່ງ​ເລິກລັບ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ໃຫ້​ພວກເຈົ້າ​ຮູ້ ແຕ່​ສຳລັບ​ຄົນ​ອື່ນ​ນັ້ນ​ເຮົາ​ໄດ້​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ, “‘ເຖິງ​ແມ່ນ​ວ່າ​ພວກເຂົາ​ເບິ່ງ, ພວກເຂົາ​ກໍ​ບໍ່​ເຫັນ ເຖິງ​ແມ່ນ​ວ່າ​ພວກເຂົາ​ຟັງ, ພວກເຂົາ​ກໍ​ບໍ່​ເຂົ້າໃຈ’.


“ເຖິງແມ່ນວ່າ​ເຮົາ​ໄດ້​ກ່າວ​ເປັນ​ຄຳປຽບທຽບ​ຕະຫລອດ​ມາ, ແຕ່​ອີກ​ບໍ່​ດົນ​ເຮົາ​ຈະ​ບໍ່​ໃຊ້​ພາສາ​ແບບ​ນີ້​ອີກ​ຕໍ່ໄປ ແຕ່​ເຮົາ​ຈະ​ບອກ​ພວກເຈົ້າ​ຢ່າງ​ຈະແຈ້ງ​ກ່ຽວກັບ​ເລື່ອງ​ພຣະບິດາເຈົ້າ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka