Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 11:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຖາມ​ພຣະອົງ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຖາມ​ພຣະເຢຊູເຈົ້າ​ວ່າ, “ຈົ່ງ​ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ, ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ? ຫລື​ພວກ​ຂ້ານ້ອຍ​ຈະ​ຕ້ອງ​ລໍຄອຍ​ຖ້າ​ຜູ້​ອື່ນ​ອີກ​ບໍ?”

Uka jalj uñjjattʼäta Copia luraña




ມັດທາຍ 11:3
38 Jak'a apnaqawi uñst'ayäwi  

ເພິ່ນ​ແມ່ນ​ຜູ້​ທີ່​ພຣະຄຳພີ​ຂຽນ​ໄວ້​ເຖິງ​ວ່າ: “‘ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ໄປ​ກ່ອນໜ້າ​ທ່ານ, ເພື່ອ​ຈັດຕຽມ​ຫົນທາງ​ໄວ້​ລ່ວງໜ້າ​ສຳລັບ​ທ່ານ’.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຈົ່ງ​ກັບ​ໄປ​ລາຍງານ​ຕໍ່​ໂຢຮັນ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ເຫັນ​ຄື:


“ຈົ່ງ​ບອກ​ລູກສາວ​ແຫ່ງ​ຊີໂອນ​ວ່າ, ‘ເບິ່ງ​ແມ, ກະສັດ​ຂອງ​ເຈົ້າ​ມາ​ຫາ​ເຈົ້າ ຜູ້​ອ່ອນສຸພາບ ແລະ ຂີ່​ລໍ ແລະ ຢູ່​ເທິງ​ລໍນ້ອຍ ລູກ​ສັດໃຊ້ງານ​ໂຕ​ໜຶ່ງ’”.


ປະຊາຊົນ​ທີ່​ຍ່າງ​ອອກໜ້າ​ໄປ​ກ່ອນ​ພຣະອົງ ແລະ ຜູ້​ທີ່​ຕິດຕາມ​ມາ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ​ແດ່​ບຸດ​ດາວິດ! “ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ໂຮຊັນນາ​ໃນ​ສະຫວັນ​ສູງສຸດ!”


ບັນດາ​ຄົນ​ທີ່​ຍ່າງ​ນຳໜ້າ​ໄປ​ກ່ອນ ແລະ ບັນດາ​ຄົນ​ທີ່​ຕາມຫລັງ​ພຣະເຢຊູເຈົ້າ​ໄປ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ! “ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!”


“ພຣະພອນ​ມີ​ແດ່​ກະສັດ​ຜູ້​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ສັນຕິສຸກ​ຈົ່ງ​ມີ​ໃນ​ສະຫວັນ ແລະ ສະຫງ່າລາສີ​ຈົ່ງ​ມີ​ໃນ​ທີ່​ສູງສຸດ!”


ນາງ​ຕອບ​ວ່າ, “ເຊື່ອ​ຢູ່​ແລ້ວ​ອົງພຣະຜູ້ເປັນເຈົ້າ​ເອີຍ, ຂ້ານ້ອຍ​ເຊື່ອ​ແລ້ວ​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ເຂົ້າ​ມາ​ໃນ​ໂລກ​ນີ້”.


ພວກເຂົາ​ກໍ​ພາກັນ​ຖື​ກ້ານຕານ​ອອກ​ມາ​ຕ້ອນຮັບ​ພຣະອົງ ແລະ ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ!” “ສັນລະເສີນ​ພຣະອົງ​ຜູ້​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ສັນລະເສີນ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ!”


ພຣະອົງ​ຈະ​ຖວາຍ​ກຽດ​ເຮົາ​ໂດຍ​ການ​ນຳ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ມາ​ສະແດງ​ໃຫ້​ພວກເຈົ້າ​ໄດ້​ຮູ້.


ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຍິງ​ເອີຍ ຈົ່ງ​ເຊື່ອ​ໃນ​ເຮົາ​ເທາະ ໃກ້​ຈະ​ເຖິງ​ເວລາ​ແລ້ວ​ທີ່​ພວກເຈົ້າ​ຈະ​ບໍ່​ໄດ້​ນະມັດສະການ​ພຣະບິດາເຈົ້າ​ຢູ່​ທີ່​ພູ​ນີ້ ຫລື ທີ່​ນະຄອນ​ເຢຣູຊາເລັມ,


ຫລັງຈາກ​ທີ່​ປະຊາຊົນ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະເຢຊູເຈົ້າ​ໄດ້​ສະແດງ​ແລ້ວ, ພວກເຂົາ​ກໍ​ເລີ່ມ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ​ທີ່​ກຳນົດ​ວ່າ​ຈະ​ເຂົ້າ​ມາ​ໃນ​ໂລກ”.


ແຕ່​ປະຊາຊົນ​ຫລາຍ​ຄົນ​ກໍ​ຍັງ​ເຊື່ອ​ໃນ​ພຣະອົງ​ຢູ່. ພວກເຂົາ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດເຈົ້າ​ມາ, ພຣະອົງ​ຈະ​ສະແດງ​ໝາຍສຳຄັນ​ຫລວງຫລາຍ​ກວ່າ​ຜູ້​ນີ້​ບໍ?”


ເພາະວ່າ, “ໃນ​ອີກ​ບໍ່​ດົນ, ພຣະອົງ​ຜູ້​ທີ່​ກຳລັງ​ມາ​ກໍ​ຈະ​ມາ​ເຖິງ ແລະ ຈະ​ບໍ່​ຊັກຊ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka