Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 10:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນເກັບພາສີ, ຢາໂກໂບ ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນ​ເກັບພາສີ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,

Uka jalj uñjjattʼäta Copia luraña




ມັດທາຍ 10:3
30 Jak'a apnaqawi uñst'ayäwi  

ແຕ່​ຖ້າ​ພວກເຂົາ​ປະຕິເສດ​ບໍ່​ຍອມ​ຟັງ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ ຖ້າ​ພວກເຂົາ​ຍັງ​ບໍ່​ຍອມ​ຟັງ​ແມ່ນແຕ່​ຄຣິສຕະຈັກ ກໍ​ໃຫ້​ປະຕິບັດ​ຕໍ່​ພວກເຂົາ​ເໝືອນ​ທີ່​ພວກເຈົ້າ​ເຮັດ​ກັບ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ ແລະ ຄົນເກັບພາສີ.


ໃນ​ພວກແມ່ຍິງ​ເຫລົ່ານີ້​ມີ​ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ໂຢເຊັບ ແລະ ແມ່​ຂອງ​ລູກ​ເຊເບດາຍ.


ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ທີ່​ນັ້ນ​ໄປ​ແລ້ວ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ມັດທາຍ ກຳລັງ​ນັ່ງ​ຢູ່​ທີ່​ດ່ານເກັບພາສີ, ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”. ມັດທາຍ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.


ມີ​ແມ່ຍິງ​ບາງຄົນ​ທີ່​ເຝົ້າ​ເບິ່ງ​ຢູ່​ຫ່າງໆ. ໃນ​ພວກເຂົາ​ນັ້ນ​ມີ​ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ​ຜູ້​ເປັນ​ນ້ອງຊາຍ, ໂຢເຊ ແລະ ນາງ​ຊາໂລເມ.


ໃນຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ​ນັ້ນ ພຣະອົງ​ກໍ​ເຫັນ​ເລວີ ລູກຊາຍ​ຂອງ​ອາລະຟາຍ ກຳລັງ​ນັ່ງ​ຢູ່​ດ່ານເກັບພາສີ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”, ແລ້ວ​ເລວີ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.


ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ທາດາຍ, ຊີໂມນ​ຜູ້ຮັກຊາດ


“ມີ​ຊາຍ​ສອງ​ຄົນ​ຂຶ້ນ​ໄປ​ທີ່​ວິຫານ​ເພື່ອ​ອະທິຖານ, ຄົນ​ໜຶ່ງ​ເປັນ​ຄົນ​ຟາຣີຊາຍ ແລະ ອີກ​ຄົນ​ໜຶ່ງ​ເປັນ​ຄົນເກັບພາສີ.


ຄົນ​ຟາຣີຊາຍ​ນັ້ນ​ຢືນ​ຢູ່​ຄົນ​ດຽວ ແລະ ອະທິຖານ​ວ່າ: ‘ຂ້າ​ແດ່​ພຣະເຈົ້າ, ຂອບພຣະຄຸນ​ພຣະອົງ​ທີ່​ຂ້ານ້ອຍ​ບໍ່​ເປັນ​ເໝືອນ​ຄົນ​ອື່ນ​ຄື: ເປັນ​ຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່​ເປັນ​ເໝືອນ​ຄົນເກັບພາສີ​ຜູ້​ນີ້.


“ແຕ່​ຄົນເກັບພາສີ​ນັ້ນ​ຢືນ​ຢູ່​ແຕ່​ໄກ. ລາວ​ບໍ່​ກ້າ​ແມ່ນແຕ່​ຈະ​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ທຸບຕີ​ເອິກ​ຂອງ​ຕົນ ແລະ ເວົ້າ​ວ່າ, ‘ຂ້າ​ແດ່​ພຣະເຈົ້າ, ຂໍ​ພຣະອົງ​ເມດຕາ​ຂ້ານ້ອຍ​ຜູ້​ເປັນ​ຄົນບາບ​ດ້ວຍ’.


ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ທີ່​ນັ້ນ​ຊື່​ຊັກຂ່າຍ, ລາວ​ເປັນ​ຫົວໜ້າ​ຄົນເກັບພາສີ ແລະ ເປັນ​ຄົນຮັ່ງມີ.


ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ອອກ​ໄປ ແລະ ເຫັນ​ຄົນເກັບພາສີ​ຜູ້​ໜຶ່ງ​ຊື່​ວ່າ​ເລວີ​ນັ່ງ​ຢູ່​ທີ່​ດ່ານເກັບພາສີ. ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”


ນະທານາເອັນ​ຖາມ​ວ່າ, “ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງໃດ?” ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ເຫັນ​ເຈົ້າ​ຂະນະ​ທີ່​ເຈົ້າ​ຍັງ​ຢູ່​ກ້ອງ​ຕົ້ນໝາກເດື່ອ​ນັ້ນ ກ່ອນ​ທີ່​ຟີລິບ​ຈະ​ເອີ້ນ​ເຈົ້າ”.


ໂທມາ​ທີ່​ມີ​ຊື່​ອີກ​ວ່າ​ດີໄດມັດ ໄດ້​ເວົ້າ​ກັບ​ພວກສາວົກ​ຄົນ​ອື່ນໆ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ນຳ​ກັນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ກັບ​ພຣະອົງ”.


ແລ້ວ​ຢູດາ (ບໍ່ແມ່ນ​ຢູດາ​ອິດສະກາຣີອົດ) ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ດ້ວຍເຫດໃດ ພຣະອົງ​ຈຶ່ງ​ເຈດຕະນາ​ທີ່​ຈະ​ສະແດງ​ພຣະອົງ​ເອງ​ໃຫ້​ແກ່​ພວກຂ້ານ້ອຍ​ແຕ່​ບໍ່​ສະແດງ​ໃຫ້​ແກ່​ໂລກ?”


ໂທມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພວກຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ທ່ານ​ກຳລັງ​ຈະ​ໄປ​ໃສ, ດັ່ງນັ້ນ​ພວກຂ້ານ້ອຍ​ຈະ​ຮູ້ຈັກ​ທາງ​ນັ້ນ​ໄດ້​ຢ່າງໃດ?”


ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ​ແລ້ວ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະບິດາເຈົ້າ. ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ບອກ​ວ່າ, ‘ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ’?


ຊີໂມນ​ເປໂຕ, ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ), ນະທານາເອັນ ມາ​ຈາກ​ບ້ານ​ການາ​ໃນ​ແຂວງ​ຄາລີເລ, ລູກຊາຍ​ທັງ​ສອງ​ຂອງ​ເຊເບດາຍ ແລະ ສາວົກ​ອີກ​ສອງ​ຄົນ​ກໍ​ຢູ່​ນຳ​ກັນ.


ເມື່ອ​ພວກເພິ່ນ​ມາ​ເຖິງ​ທີ່​ນັ້ນ ພວກເພິ່ນ​ກໍ​ໄດ້​ຂຶ້ນ​ໄປ​ທີ່​ຫ້ອງ​ພັກ​ຊັ້ນເທິງ​ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກເຊົາ. ໃນ​ພວກເພິ່ນ​ມີ: ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ລູກຊາຍ​ຂອງ​ຢາໂກໂບ.


ແຕ່​ເປໂຕ​ໂບກ​ມື​ໃຫ້​ພວກເຂົາ​ມິດ ແລ້ວ​ເລົ່າ​ເຖິງ​ເລື່ອງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ນຳ​ເພິ່ນ​ອອກ​ມາ​ຈາກ​ຄຸກ​ໄດ້​ຢ່າງໃດ. ເພິ່ນ​ເວົ້າ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ແກ່​ຢາໂກໂບ ແລະ ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ”. ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ບ່ອນ​ອື່ນ.


ເມື່ອ​ພວກເພິ່ນ​ເວົ້າ​ຈົບ​ແລ້ວ, ຢາໂກໂບ​ກໍ​ກ່າວ​ຂຶ້ນ. ເພິ່ນ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້າພະເຈົ້າ​ກ່ອນ.


ໃນ​ມື້​ຕໍ່ມາ ໂປໂລ​ກັບ​ພວກເຮົາ​ໄປ​ພົບ​ຢາໂກໂບ ແລະ ຜູ້ອາວຸໂສ​ທັງໝົດ​ກໍ​ຢູ່​ທີ່​ນັ້ນ.


ເຮົາ​ບໍ່​ໄດ້​ເຫັນ​ອັກຄະສາວົກ​ຄົນ​ອື່ນ​ເລີຍ ນອກຈາກ​ຢາໂກໂບ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ.


ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢາໂກໂບ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ, ເຖິງ​ຄົນ​ສິບສອງ​ເຜົ່າ​ທີ່​ກະຈັດກະຈາຍ​ຢູ່​ໃນ​ຊາດ​ຕ່າງໆ:


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢູດາ ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ ເຊິ່ງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ພຣະບິດາ ແລະ ຮັກສາ​ໄວ້​ເພື່ອ​ພຣະເຢຊູຄຣິດເຈົ້າ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka