2 ອັບຣາຮາມເປັນພໍ່ຂອງອີຊາກ, ອີຊາກເປັນພໍ່ຂອງຢາໂຄບ, ຢາໂຄບເປັນພໍ່ຂອງຢູດາ ແລະ ອ້າຍນ້ອງຂອງລາວ,
ນີ້ແມ່ນເຊື້ອສາຍຂອງພຣະເຢຊູເຈົ້າຜູ້ເປັນພຣະເມຊີອາ ຜູ້ທີ່ເປັນເຊື້ອສາຍຂອງດາວິດ ຜູ້ທີ່ເປັນເຊື້ອສາຍຂອງອັບຣາຮາມ ເຊິ່ງມີດັ່ງນີ້:
ຢູດາເປັນພໍ່ຂອງເປເຣັດ ແລະ ເຊຣາ ແມ່ຂອງພວກເຂົາຊື່ວ່າຕາມາ, ເປເຣັດເປັນພໍ່ຂອງເຮຊະໂຣນ, ເຮຊະໂຣນເປັນພໍ່ຂອງຣາມ,
ແລ້ວພຣະອົງໄດ້ໃຫ້ພັນທະສັນຍາແຫ່ງການຮັບພິທີຕັດແກ່ອັບຣາຮາມ. ແລະ ຕໍ່ມາອັບຣາຮາມກໍໄດ້ລູກຊາຍຊື່ວ່າອີຊາກ ແລະ ເພິ່ນໃຫ້ອີຊາກຮັບພິທີຕັດເມື່ອອາຍຸໄດ້ແປດມື້. ຫລັງຈາກນັ້ນ ອີຊາກກໍມີລູກຊາຍຊື່ວ່າຢາໂຄບ ແລະ ຢາໂຄບເປັນພໍ່ຂອງບັນພະບຸລຸດທັງສິບສອງຄົນນັ້ນ.
ແລະ ໂດຍຄວາມເຊື່ອແມ່ນແຕ່ນາງຊາຣາ ຜູ້ທີ່ເກີນໄວທີ່ຈະມີລູກແລ້ວ, ແຕ່ກໍຍັງສາມາດມີລູກໄດ້ເພາະນາງຖືວ່າພຣະອົງຜູ້ສັນຍານັ້ນສັດຊື່.
ເພາະເປັນທີ່ຈະແຈ້ງແລ້ວວ່າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້ສືບເຊື້ອສາຍມາຈາກຕະກູນຢູດາ ແລະ ເປັນຕະກຸນທີ່ໂມເຊບໍ່ໄດ້ກ່າວເຖິງເລື່ອງບັນດາປະໂລຫິດ.
ຈາກເຜົ່າຢູດາ ສິບສອງພັນຄົນໄດ້ຮັບການປະທັບຕາ, ຈາກເຜົ່າຣູເບັນ ສິບສອງພັນຄົນ ຈາກເຜົ່າກຸນກາດ ສິບສອງພັນຄົນ