Biblia Todo Logo
Internet tuqin Biblia

- Anuncios ukanaka -




ມັດທາຍ 1:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ນີ້​ແມ່ນ​ເຊື້ອສາຍ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ເຊິ່ງ​ມີ​ດັ່ງນີ້:

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຕໍ່​ໄປ​ນີ້ ແມ່ນ​ລາຍຊື່​ບັນພະບູລຸດ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ດາວິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ. 2-6(ກ) ແຕ່​ອັບຣາຮາມ​ເຖິງ​ກະສັດ​ດາວິດ​ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງ​ຂອງ​ຕົນ, ຕໍ່ມາ ແມ່ນ​ເປເຣັດ ແລະ ເຊຣາ (ແມ່​ຂອງ​ພວກ​ເຂົາ​ຊື່​ວ່າ​ຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ), ໂອເບັດ (ແມ່​ຂອງ​ລາວ​ຊື່​ວ່າ ຣຸດ), ເຢຊີ ແລະ ກະສັດ​ດາວິດ. 6(ຂ)-11 ແຕ່​ດາວິດ​ເຖິງ​ສະໄໝ​ທີ່​ປະຊາຊົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ນະຄອນ​ບາບີໂລນ ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ດາວິດ, ໂຊໂລໂມນ (ແມ່​ຂອງ​ລາວ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ.

Uka jalj uñjjattʼäta Copia luraña




ມັດທາຍ 1:1
39 Jak'a apnaqawi uñst'ayäwi  

ເລື່ອງລາວ​ການເກີດ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ​ມີ​ດັ່ງນີ້: ມາຣີ​ແມ່​ຂອງ​ພຣະອົງ​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ແຕ່​ກ່ອນ​ທີ່​ທັງສອງ​ຈະ​ຢູ່​ກິນ​ຮ່ວມກັນ, ກໍ​ປາກົດ​ວ່າ​ມາຣີ​ໄດ້​ຖືພາ​ແລ້ວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ.


ອັບຣາຮາມ​ເປັນ​ພໍ່​ຂອງ​ອີຊາກ, ອີຊາກ​ເປັນ​ພໍ່​ຂອງ​ຢາໂຄບ, ຢາໂຄບ​ເປັນ​ພໍ່​ຂອງ​ຢູດາ ແລະ ອ້າຍ​ນ້ອງ​ຂອງ​ລາວ,


ມີ​ຍິງ​ຊາວ​ການາອານ​ຄົນ​ໜຶ່ງ​ຈາກ​ຂົງເຂດ​ໃກ້ຄຽງ​ນັ້ນ​ໄດ້​ມາ​ຂໍຮ້ອງ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ! ລູກສາວ​ຂອງ​ຂ້ານ້ອຍ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່ ແລະ ທຸກທໍລະມານ​ຫລາຍ”.


ທັນທີ​ທີ່​ພຣະເຢຊູເຈົ້າ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ຈາກ​ນ້ຳ. ໃນທັນໃດ​ນັ້ນ ສະຫວັນ​ກໍ​ເປີດອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.


ຂະນະ​ທີ່​ພຣະເຢຊູເຈົ້າ​ອອກ​ໄປ​ຈາກ​ທີ່​ນັ້ນ, ກໍ​ມີ​ຊາຍ​ຕາບອດ​ສອງ​ຄົນ​ຍ່າງ​ຕາມ​ພຣະອົງ​ໄປ ແລະ ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາວິດ​ເອີຍ ຂໍ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ!”


ແລະ ພຣະອົງ​ຈະ​ປົກຄອງ​ເຊື້ອສາຍ​ຂອງ​ຢາໂຄບ​ຕະຫລອດໄປ, ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ມີ​ວັນ​ສິ້ນສຸດ​ເລີຍ”.


ພຣະຄຳພີ​ບອກ​ໄວ້​ບໍ່​ແມ່ນ​ບໍ​ວ່າ​ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ ແລະ ຈາກ​ເບັດເລເຮັມ ເມືອງ​ທີ່​ດາວິດ​ຢູ່?”


ແຕ່​ເພິ່ນ​ເປັນ​ຜູ້ທຳນວາຍ ແລະ ຮູ້​ວ່າ​ພຣະເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ເພິ່ນ​ວ່າ​ພຣະອົງ​ຈະ​ຕັ້ງ​ຜູ້​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເພິ່ນ​ໃຫ້​ຄອງ​ບັນລັງ​ຂອງ​ເພິ່ນ.


ຂ່າວປະເສີດ​ນັ້ນ​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ໃນ​ຖານະ​ມະນຸດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ,


ບໍ່​ແມ່ນ​ໂດຍ​ທາງ​ກົດບັນຍັດ ແຕ່​ໂດຍ​ທາງ​ຄວາມຊອບທຳ​ທີ່​ມາ​ຈາກ​ຄວາມເຊື່ອ, ອັບຣາຮາມ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຈຶ່ງ​ໄດ້​ຮັບ​ຄຳ​ສັນຍາ​ໃຫ້​ເປັນ​ຜູ້​ທີ່​ຈະ​ໄດ້​ຮັບ​ໂລກ​ນີ້​ເປັນ​ມໍລະດົກ.


ພວກເຂົາ​ມີ​ບັນພະບຸລຸດ​ຜູ້​ຍິ່ງໃຫຍ່ ແລະ ເມື່ອ​ພຣະຄຣິດເຈົ້າ​ບັງເກີດ​ເປັນ​ມະນຸດ ພຣະອົງ​ກໍ​ສືບເຊື້ອສາຍ​ມາ​ຈາກ​ພວກເຂົາ, ຂໍ​ໃຫ້​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ເໜືອ​ສິ່ງ​ສາລະພັດ ຈົ່ງ​ໄດ້​ຮັບ​ການ​ສັນລະເສີນ​ຕະຫລອດໄປ​ເປັນນິດ! ອາແມນ.


ສັນຍາ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ເຮັດ​ໄວ້​ກັບ​ອັບຣາຮາມ ແລະ ລູກຫລານ​ຂອງ​ເພິ່ນ. ພຣະຄຳພີ​ບໍ່​ໄດ້​ກ່າວ​ວ່າ “ແກ່​ບັນດາ​ລູກຫລານ” ເຊິ່ງ​ໝາຍເຖິງ​ຄົນ​ຈຳນວນ​ຫລາຍ, ແຕ່​ກ່າວ​ວ່າ “ແກ່​ລູກຫລານ​ຂອງ​ເຈົ້າ” ເຊິ່ງ​ໝາຍ​ເຖິງ​ພຽງ​ຜູ້​ດຽວ, ຄື​ພຣະຄຣິດເຈົ້າ.


ດ້ວຍວ່າ ມີ​ພຣະເຈົ້າ​ອົງ​ດຽວ ແລະ ມີ​ຜູ້ກາງ​ແຕ່​ຜູ້​ດຽວ​ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ, ຄື​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ມະນຸດ,


ຈົ່ງ​ລະນຶກເຖິງ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ໄດ້​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ, ຜູ້​ສືບ​ເຊື້ອສາຍ​ຈາກ​ດາວິດ. ນີ້​ຄື​ຂ່າວປະເສີດ​ທີ່​ເຮົາ​ປະກາດ,


“ເຮົາ​ຄື​ເຢຊູ, ເຮົາ​ໄດ້​ໃຊ້​ເທວະດາ​ຂອງ​ເຮົາ​ມາ​ເປັນພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ເພື່ອ​ຄຣິສຕະຈັກ​ຕ່າງໆ. ເຮົາ​ເປັນ​ຮາກ ແລະ ເປັນ​ເຊື້ອສາຍ​ຂອງ​ດາວິດ ແລະ ເຮົາ​ເປັນ​ດາວ​ຍາມ​ເຊົ້າ​ທີ່​ສົດໃສ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka