ລູກາ 9:51 - ພຣະຄຳພີລາວສະບັບສະໄໝໃໝ່51 ເມື່ອໃກ້ເຖິງເວລາທີ່ພຣະອົງຈະຖືກຮັບຂຶ້ນສູ່ສະຫວັນແລ້ວ, ພຣະເຢຊູເຈົ້າຕັ້ງໃຈຈະໄປທີ່ເຢຣູຊາເລັມ Uka jalj uñjjattʼätaພຣະຄຳພີສັກສິ51 ເມື່ອໃກ້ເວລາທີ່ພຣະເຢຊູເຈົ້າຈະຖືກຮັບຂຶ້ນສູ່ສະຫວັນແລ້ວ ພຣະອົງກໍຕັ້ງໃຈຢ່າງຄັກແນ່ທີ່ຈະໄປນະຄອນເຢຣູຊາເລັມ. Uka jalj uñjjattʼäta |
ຂ້ານ້ອຍຈະບໍ່ຢູ່ໃນໂລກອີກຕໍ່ໄປແຕ່ພວກເຂົາຍັງຈະຢູ່ໃນໂລກ ແລະ ຂ້ານ້ອຍກຳລັງຈະໄປຫາພຣະອົງ. ພຣະບິດາເຈົ້າຜູ້ບໍລິສຸດເອີຍ, ຂໍປົກປ້ອງຄຸ້ມຄອງພວກເຂົາໄວ້ໂດຍລິດອຳນາດແຫ່ງນາມຂອງພຣະອົງ, ຄືນາມທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍ ເພື່ອວ່າພວກເຂົາຈະເປັນອັນໜຶ່ງອັນດຽວກັນເໝືອນດັ່ງພຣະອົງກັບຂ້ານ້ອຍເປັນອັນໜຶ່ງອັນດຽວກັນ.
ໃຫ້ພວກເຮົາປັກຕາເບິ່ງທີ່ພຣະເຢຊູເຈົ້າ, ພຣະອົງເປັນຜູ້ບຸກເບີກຄວາມເຊື່ອ ແລະ ເປັນຜູ້ເຮັດໃຫ້ຄວາມເຊື່ອສົມບູນ. ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະອົງ ພຣະອົງຈຶ່ງໄດ້ອົດທົນຕໍ່ໄມ້ກາງແຂນ ແລະ ບໍ່ໃສ່ໃຈໃນຄວາມອັບອາຍຂອງໄມ້ກາງແຂນ ແລະ ໄດ້ນັ່ງລົງທີ່ເບື້ອງຂວາຂອງບັນລັງຂອງພຣະເຈົ້າ.