Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຖ້າ​ປະຊາຊົນ​ບໍ່​ຕ້ອນຮັບ​ພວກເຈົ້າ, ຈົ່ງ​ອອກ​ຈາກ​ເມືອງ​ຂອງ​ພວກເຂົາ​ໄປ ແລະ ຈົ່ງ​ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເມືອງ​ໃດ ທີ່​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໜີ​ຈາກ​ເມືອງ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ.”

Uka jalj uñjjattʼäta Copia luraña




ລູກາ 9:5
13 Jak'a apnaqawi uñst'ayäwi  

ພວກເຈົ້າ​ຈະ​ຖືກ​ນຳ​ໄປ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ບັນດາ​ກະສັດ​ເພື່ອ​ຈະ​ເປັນ​ພະຍານ​ແກ່​ພວກເຂົາ ແລະ ຄົນຕ່າງຊາດ​ເພາະ​ເຫັນ​ແກ່​ເຮົາ.


ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ ຫລື ບໍ່​ຮັບ​ຟັງ​ພວກເຈົ້າ, ຈົ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ”.


“ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ໄດ້​ຕ້ອນຮັບ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ”.


“ຜູ້ໃດ​ກໍ​ຕາມ​ທີ່​ຟັງ​ພວກເຈົ້າ​ກໍ​ໄດ້​ຟັງ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ພວກເຈົ້າ​ກໍ​ບໍ່​ຍອມຮັບ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ເຮົາ​ກໍ​ບໍ່​ຍອມຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ”.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງ​ລາວ​ວ່າ, “ຢ່າ​ບອກ​ຜູ້ໃດ ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ໃຫ້​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.


ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ໃດ ຈົ່ງ​ພັກ​ຢູ່​ທີ່​ນັ້ນ​ຈົນກວ່າ​ພວກເຈົ້າ​ຈະ​ໄປ​ຈາກ​ເມືອງ​ນັ້ນ.


ແລ້ວ​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ນີ້​ໃນ​ນາມ​ຂອງ​ເຮົາ​ກໍ​ຕ້ອນຮັບ​ເຮົາ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ເພາະ​ວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ພວກເຈົ້າ​ທັງໝົດ​ຄື​ຜູ້​ຍິ່ງໃຫຍ່​ທີ່ສຸດ”.


ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເພິ່ນ​ເພື່ອ​ເປັນ​ການ​ເຕືອນ​ພວກເຂົາ ແລ້ວ​ກໍ​ອອກ​ເດີນທາງ​ໄປ​ຍັງ​ເມືອງ​ອີໂກນີອົມ.


ແຕ່​ເມື່ອ​ພວກ​ຢິວ​ຕໍ່ຕ້ານ ແລະ ໃສ່​ຮ້າຍ​ໂປໂລ, ເພິ່ນ​ຈຶ່ງ​ສັ່ນ​ເຄື່ອງນຸ່ງ​ຂອງ​ເພິ່ນ​ປະທ້ວງ ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ໃຫ້​ເລືອດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ! ຂ້າພະເຈົ້າ​ບໍ່​ມີ​ສ່ວນ​ຫຍັງ​ນຳ. ຕັ້ງແຕ່​ນີ້​ຕໍ່ໄປ ຂ້າພະເຈົ້າ​ຈະ​ໄປ​ຫາ​ຄົນຕ່າງຊາດ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka