Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:48 - ພຣະຄຳພີລາວສະບັບສະໄໝໃໝ່

48 ແລ້ວ​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ນີ້​ໃນ​ນາມ​ຂອງ​ເຮົາ​ກໍ​ຕ້ອນຮັບ​ເຮົາ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ເພາະ​ວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ພວກເຈົ້າ​ທັງໝົດ​ຄື​ຜູ້​ຍິ່ງໃຫຍ່​ທີ່ສຸດ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

48 ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ນີ້ ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ ກໍ​ຕ້ອນຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ ເພາະວ່າ ຜູ້ໃດ​ທີ່​ເປັນ​ນ້ອຍ​ກວ່າ​ໝູ່​ໃນ​ພວກເຈົ້າ ຜູ້ນັ້ນ​ແຫຼະ ເປັນ​ຜູ້​ໃຫຍ່.”

Uka jalj uñjjattʼäta Copia luraña




ລູກາ 9:48
23 Jak'a apnaqawi uñst'ayäwi  

“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໜິ່ນ​ເດັກນ້ອຍ​ເຫລົ່ານີ້​ແມ່ນ​ແຕ່​ຜູ້ດຽວ. ເຮົາ​ບອກ​ພວກເຈົ້າ​ວ່າ​ບັນດາ​ເທວະດາ​ຂອງ​ພວກເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ຕໍ່​ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສະເໝີ.


ດັ່ງນັ້ນ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ຢູ່​ໃນ​ສະຫວັນ​ກໍ​ບໍ່​ປາຖະໜາ​ໃຫ້​ເດັກນ້ອຍ​ເຫລົ່ານີ້​ຈິບຫາຍ​ແມ່ນ​ແຕ່​ຄົນ​ດຽວ.


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂະນະ​ທີ່​ທຸກສິ່ງ​ຖືກ​ສ້າງ​ຂຶ້ນ​ໃໝ່ ເມື່ອ​ບຸດມະນຸດ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ, ພວກເຈົ້າ​ຜູ້​ໄດ້​ຕິດຕາມ​ເຮົາ​ມາ​ກໍ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ​ສິບສອງ​ບ່ອນ ເພື່ອ​ພິພາກສາ​ຄົນ​ອິດສະຣາເອນ​ສິບສອງ​ເຜົ່າ​ເໝືອນກັນ.


“ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ບັນດາ​ພີ່ນ້ອງ​ເຫລົ່ານີ້​ຂອງ​ເຮົາ ພວກເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.


“ພຣະອົງ​ກໍ​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ບໍ່​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ຄົນ​ເຫລົ່ານີ້ ພວກເຈົ້າ​ກໍ​ບໍ່​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.


“ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ໄດ້​ຕ້ອນຮັບ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ”.


“ຜູ້ໃດ​ກໍ​ຕາມ​ທີ່​ຟັງ​ພວກເຈົ້າ​ກໍ​ໄດ້​ຟັງ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ພວກເຈົ້າ​ກໍ​ບໍ່​ຍອມຮັບ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ເຮົາ​ກໍ​ບໍ່​ຍອມຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ”.


ດ້ວຍວ່າ ທຸກຄົນ​ທີ່​ຍົກ​ຕົນ​ເອງ​ຂຶ້ນ​ຈະ​ຖືກ​ກົດ​ລົງ, ແລະ ຜູ້ໃດ​ທີ່​ຖ່ອມ​ຕົນ​ເອງ​ລົງ​ຈະ​ຖືກ​ຍົກ​ຂຶ້ນ”.


ແຕ່​ສຳລັບ​ພວກເຈົ້າ​ແລ້ວ​ບໍ່​ເປັນ​ດັ່ງນັ້ນ. ກົງກັນຂ້າມ​ຜູ້​ທີ່​ເປັນ​ໃຫຍ່​ທີ່ສຸດ​ໃນ​ທ່າມກາງ​ພວກເຈົ້າ ຕ້ອງ​ເປັນ​ເໝືອນດັ່ງ​ຜູ້​ນ້ອຍ​ທີ່ສຸດ ແລະ ຜູ້​ທີ່​ປົກຄອງ​ໃຫ້​ເປັນ​ເໝືອນດັ່ງ​ຜູ້​ທີ່​ຮັບໃຊ້.


ເພື່ອ​ພວກເຈົ້າ​ຈະ​ຮ່ວມ​ກິນ ແລະ ດື່ມ​ທີ່​ໂຕະ​ຂອງ​ເຮົາ​ໃນ​ອານາຈັກ​ຂອງ​ເຮົາ ແລະ ນັ່ງ​ເທິງ​ບັນລັງ, ຕັດສິນ​ອິດສະຣາເອນ​ສິບສອງ​ເຜົ່າ.


ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ບັນດາ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ​ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ໂຢຮັນ; ດັ່ງນັ້ນ ຜູ້ຕໍ່າຕ້ອຍ​ທີ່ສຸດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ເພິ່ນ”.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ​ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ”.


ຜູ້ໃດ​ກໍ​ຕາມ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ເຮົາ ແລະ ເຊື່ອຟັງ​ຄຳສັ່ງ​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ​ທີ່​ຮັກ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະຮັກ​ຜູ້​ທີ່​ຮັກ​ເຮົາ ແລະ ເຮົາ​ກໍ​ຈະ​ຮັກ​ພວກເຂົາ ແລະ ຈະ​ສະແດງ​ໂຕ​ເຮົາ​ເອງ​ແກ່​ພວກເຂົາ​ດ້ວຍ”.


ເຫດສະນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ປະຕິເສດ​ຄຳສອນ​ນີ້​ກໍ​ບໍ່​ໄດ້​ປະຕິເສດ​ມະນຸດ​ແຕ່​ປະຕິເສດ​ພຣະເຈົ້າ​ຜູ້​ມອບ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ.


ເຫດສະນັ້ນ, ພວກເຈົ້າ​ຈົ່ງ​ຖ່ອມໂຕ​ລົງ​ຢູ່​ພາຍໃຕ້​ມື​ອັນ​ມີ​ລິດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ​ເມື່ອ​ເຖິງ​ເວລາ​ອັນ​ສົມຄວນ.


ກຳແພງ​ນະຄອນ​ນັ້ນ​ມີ​ສິບສອງ​ຮາກຖານ, ແລະ ເທິງ​ຮາກຖານ​ເຫລົ່ານັ້ນ​ໄດ້​ຈາລຶກ​ຊື່​ຂອງ​ອັກຄະສາວົກ​ສິບສອງ​ຄົນ​ຂອງ​ລູກແກະ​ຂອງ​ພຣະເຈົ້າ.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ນັ່ງ​ກັບ​ເຮົາ​ຢູ່​ເທິງ​ບັນລັງ​ຂອງ​ເຮົາ ເໝືອນ​ເຮົາ​ໄດ້​ຮັບ​ໄຊຊະນະ ແລະ ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ​ເທິງ​ບັນລັງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka