Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:47 - ພຣະຄຳພີລາວສະບັບສະໄໝໃໝ່

47 ພຣະເຢຊູເຈົ້າ​ຮູ້​ຄວາມຄິດ​ໃນ​ໃຈ​ຂອງ​ພວກເພິ່ນ, ຈຶ່ງ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທາງຂ້າງ​ພຣະອົງ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

47 ຝ່າຍ​ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກເພິ່ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ໃກ້​ພຣະອົງ.

Uka jalj uñjjattʼäta Copia luraña




ລູກາ 9:47
17 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຮູ້​ກົນອຸບາຍ​ນີ້​ຈຶ່ງ​ອອກ​ໄປ​ຈາກ​ທີ່​ນັ້ນ. ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ແລະ ພຣະອົງ​ໄດ້​ຮັກສາ​ທຸກຄົນ​ທີ່​ເຈັບປ່ວຍ​ໃຫ້​ດີ​ພະຍາດ.


ພຣະເຢຊູເຈົ້າ​ຮູ້ຈັກ​ຄວາມຄິດ​ຂອງ​ພວກເຂົາ​ຈຶ່ງ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ຊົ່ວ​ຢູ່​ໃນ​ໃຈ?


ພຣະເຢຊູເຈົ້າ​ຮູ້​ວ່າ​ພວກເຂົາ​ຄິດ​ສິ່ງ​ໃດ​ຢູ່ ແລະ ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ໃນ​ໃຈ​ຢ່າງ​ນັ້ນ?


ດຽວນີ້​ພວກຂ້ານ້ອຍ​ຮູ້​ແລ້ວ​ວ່າ​ພຣະອົງ​ຮູ້ຈັກ​ທຸກສິ່ງ ແລະ ພຣະອົງ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ຜູ້ໃດ​ມາ​ຖາມ​ພຣະອົງ. ສິ່ງ​ນີ້​ເຮັດ​ໃຫ້​ພວກຂ້ານ້ອຍ​ທັງຫລາຍ​ເຊື່ອ​ວ່າ​ພຣະອົງມາ​ຈາກ​ພຣະເຈົ້າ”.


ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ມາ​ເປັນພະຍານ​ເຖິງ​ເລື່ອງ​ມະນຸດ, ເພາະ​ພຣະອົງ​ຮູ້ຈັກ​ດີ​ວ່າ​ມີ​ຫຍັງ​ແດ່​ຢູ່​ໃນ​ແຕ່ລະຄົນ.


ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຢຸດ​ຄິດ​ເໝືອນ​ຢ່າງ​ເດັກນ້ອຍ. ໃນ​ເລື່ອງ​ຄວາມຊົ່ວ​ຈົ່ງ​ເປັນ​ເໝືອນດັ່ງ​ເດັກອ່ອນ ແຕ່​ໃນ​ດ້ານ​ຄວາມຄິດ​ຈົ່ງ​ເປັນ​ເໝືອນ​ຜູ້ໃຫຍ່.


ບໍ່​ມີ​ສິ່ງໃດ​ໃນ​ສັບພະສິ່ງ​ທີ່​ຖືກ​ສ້າງ​ຈະ​ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ພຣະເຈົ້າ​ໄດ້. ທຸກສິ່ງ​ຖືກ​ເປີດເຜີຍ ແລະ ຈະ​ປາກົດ​ຕໍ່​ສາຍຕາ​ຂອງ​ພຣະອົງ​ຜູ້​ທີ່​ພວກເຮົາ​ທັງຫລາຍ​ຈະ​ຕ້ອງ​ໃຫ້​ການ.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka