Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດຄວາມເຊື່ອ ແລະ ຊົ່ວຊ້າ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ແລະ ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ​ມາ​ທີ່​ນີ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ໃນ​ຍຸກ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ເຫິງ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ?” ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ​ມາ​ພີ້​ເບິ່ງດູ.”

Uka jalj uñjjattʼäta Copia luraña




ລູກາ 9:41
31 Jak'a apnaqawi uñst'ayäwi  

“ບັນດາ​ຜູ້​ທີ່​ອິດເມື່ອຍ ແລະ ແບກ​ພາລະ​ໜັກ​ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມເຊົາເມື່ອຍ.


ພຣະອົງ​ຕອບ​ວ່າ, “ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້ ຂໍ​ແຕ່​ໝາຍສຳຄັນ! ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ​ຜູ້ທຳນວາຍ.


ມັນ​ຈຶ່ງ​ອອກ​ໄປ​ນຳ​ເອົາ​ວິນຍານຊົ່ວ​ອື່ນໆ​ອີກ​ເຈັດ​ໂຕ​ທີ່​ຊົ່ວຮ້າຍ​ກວ່າ​ມັນ​ອີກ ແລ້ວ​ພວກມັນ​ກໍ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ ແລະ ໃນທີ່ສຸດ​ສະພາບ​ຂອງ​ຄົນ​ນັ້ນ​ກໍ​ຊົ່ວຮ້າຍ​ລົງ​ກວ່າ​ຕອນ​ຕົ້ນ​ອີກ. ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ​ນີ້​ກໍ​ຈະ​ເປັນ​ຢ່າງ​ນີ້”.


ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້​ຊອກຫາ​ແຕ່​ໝາຍສຳຄັນ, ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ”. ແລ້ວ​ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຈາກ​ພວກເຂົາ ແລະ ໄປ​ທາງ​ອື່ນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ ຊົ່ວຊ້າ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ​ຢູ່​ທີ່​ນີ້”.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຫດການ​ເຫລົ່ານີ້​ຈະ​ເກີດຂຶ້ນ​ແກ່​ຄົນ​ສະໄໝ​ນີ້.


ແຕ່​ເມື່ອ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ​ຫລາຍ​ຄົນ​ກຳລັງ​ມາ​ຍັງ​ບ່ອນ​ທີ່​ເພິ່ນ​ໃຫ້​ບັບຕິສະມາ​ຢູ່​ນັ້ນ, ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ພວກ​ຊາດ​ງູ​ຮ້າຍ! ຜູ້ໃດ​ຕັກເຕືອນ​ພວກເຈົ້າ​ໃຫ້​ໜີ​ຈາກ​ຄວາມໂກດຮ້າຍ​ທີ່​ຈະ​ມາ​ເຖິງ​ນັ້ນ?


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ດັ່ງນັ້ນ, ພຣະອົງ​ກໍ​ບໍ່​ພໍໃຈ​ຈຶ່ງ​ກ່າວ​ແກ່​ພວກສາວົກ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ເຫລົ່ານັ້ນ​ມາ​ຫາ​ເຮົາ, ແລະ ຢ່າ​ຂັດຂວາງ​ພວກເຂົາ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ຂອງ​ຄົນ​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫລົ່ານີ້​ແຫລະ.


ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ ກ່າວ​ວ່າ, “ຈົ່ງ​ເອີ້ນ​ລາວ​ມາ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ເອີ້ນ​ເອົາ​ຊາຍ​ຕາບອດ​ນັ້ນ​ມາ ແລະ ເວົ້າ​ວ່າ, “ຈົ່ງ​ດີໃຈ! ແລະ ລຸກຂຶ້ນ! ພຣະອົງ​ກຳລັງ​ເອີ້ນ​ເຈົ້າ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ​ເອີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ”.


ພຣະອົງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ຢູ່​ໃສ?” ພວກເພິ່ນ​ຢ້ານ ແລະ ປະຫລາດໃຈ​ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ນໍ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງ​ເພິ່ນ”.


ຂ້ານ້ອຍ​ໄດ້​ຂໍຮ້ອງ​ພວກສາວົກ​ຂອງ​ພຣະອົງ​ໃຫ້​ຂັບໄລ່​ມັນ​ອອກ ແຕ່​ພວກເພິ່ນ​ກໍ​ເຮັດ​ບໍ່​ໄດ້”.


ແມ່ນ​ແຕ່​ໃນ​ຂະນະ​ທີ່​ເດັກນ້ອຍ​ນັ້ນ​ກຳລັງ​ມາ ວິນຍານສົກກະປົກ​ໄດ້​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມ​ຊັກດິ້ນ​ລົງ​ພື້ນດິນ​ກິ້ງເກືອກ​ໄປ​ມາ. ແຕ່​ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ນັ້ນ​ໃຫ້​ອອກ​ໄປ ແລະ ຮັກສາ​ເດັກນ້ອຍ​ຄົນ​ນັ້ນ​ໃຫ້​ຫາຍດີ ແລ້ວ​ສົ່ງ​ຄືນ​ໃຫ້​ພໍ່​ຂອງ​ລາວ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ​ແລ້ວ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະບິດາເຈົ້າ. ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ບອກ​ວ່າ, ‘ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ’?


ຫລັງຈາກນັ້ນ ພຣະອົງກ່າວ​ກັບ​ໂທມາ​ວ່າ, “ຈົ່ງ​ເອົາ​ນິ້ວມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ບ່ອນນີ້ ຈົ່ງ​ເບິ່ງ​ມື​ຂອງ​ເຮົາ ແລະ ເອົາ​ມື​ຂອງ​ເຈົ້າ​ມາ​ວາງ​ໃສ່​ທີ່​ຂ້າງ​ຂອງ​ເຮົາ. ຈົ່ງ​ເຊົາ​ສົງໄສ ແລະ ຈົ່ງ​ເຊື່ອ”.


ພຣະອົງ​ໄດ້​ອົດທົນ​ຕໍ່​ການ​ປະພຶດ​ຂອງ​ພວກເພິ່ນ​ເປັນ​ເວລາ​ສີ່ສິບ​ປີ​ໃນ​ຖິ່ນແຫ້ງແລ້ງກັນດານ;


ແລ້ວ​ເປໂຕ​ໄດ້​ເຕືອນ​ພວກເຂົາ​ອີກ​ຫລາຍ​ຄຳ ແລະ ອ້ອນວອນ​ວ່າ, “ຈົ່ງ​ເອົາ​ຕົວ​ເອງ​ໃຫ້​ພົ້ນ​ຈາກ​ຄົນ​ໃນ​ຍຸກ​ເສື່ອມຊາມ​ນີ້”.


ຫລື ພວກເຈົ້າ​ໝິ່ນປະໝາດ​ຄວາມເມດຕາ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນ​ອັນ​ລົ້ນເຫລືອ​ຂອງ​ພຣະອົງ, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄວາມເມດຕາ​ຂອງ​ພຣະເຈົ້າ​ນັ້ນ​ແມ່ນ​ມີ​ໄວ້​ເພື່ອ​ນຳ​ພວກເຈົ້າ​ໃຫ້​ກັບໃຈ​ໃໝ່?


ດັ່ງນັ້ນ ພວກເຮົາ​ຈຶ່ງ​ເຫັນ​ໄດ້​ວ່າ​ພວກເຂົາ​ເຫລົ່ານັ້ນ​ບໍ່​ສາມາດ​ເຂົ້າ​ໄປ​ກໍ​ເພາະ​ພວກເຂົາ​ບໍ່ເຊື່ອ.


ເຫດສະນັ້ນ ໃຫ້​ພວກເຮົາ​ພະຍາຍາມ​ທຸກ​ວິຖີທາງ​ທີ່​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ນັ້ນ. ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ຈິບຫາຍ​ໄປ​ເພາະ​ເຮັດຕາມ​ແບບຢ່າງ​ການ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.


ເພາະ​ພວກເຮົາ​ທັງຫລາຍ​ກໍ​ໄດ້​ຮັບ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ, ແຕ່​ຂໍ້ຄວາມ​ທີ່​ພວກເຂົາ​ໄດ້​ຍິນ​ນັ້ນ​ບໍ່​ເປັນ​ປະໂຫຍດ​ແກ່​ພວກເຂົາ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຮ່ວມ​ໃນ​ຄວາມເຊື່ອ​ຂອງ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ເຊື່ອຟັງ.


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka