Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ພຣະອົງ​ໄດ້​ສັ່ງ​ພວກເພິ່ນ​ວ່າ: “ເມື່ອ​ເດີນທາງ​ໄປ​ນັ້ນ ບໍ່​ໃຫ້​ນຳເອົາ​ສິ່ງໃດ​ຕິດໂຕ​ໄປ​ນຳ ບໍ່​ວ່າ​ຈະ​ເປັນ​ໄມ້ຄ້ອນເທົ້າ, ຖົງ, ອາຫານ, ເງິນ ຫລື ເສື້ອ​ອີກ​ຜືນ​ໜຶ່ງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ພຣະອົງ​ສັ່ງ​ແກ່​ພວກເພິ່ນ​ວ່າ, “ເມື່ອ​ເດີນທາງ​ໄປ​ນັ້ນ ຢ່າ​ເອົາ​ຫຍັງ​ໄປ​ນຳ ບໍ່​ວ່າ ໄມ້​ເທົ້າ, ຖົງ, ອາຫານ, ເງິນ, ແມ່ນແຕ່​ເຄື່ອງ​ນຸ່ງ​ກໍ​ບໍ່​ໃຫ້​ຖື​ໄປ​ເພື່ອ​ປ່ຽນ.

Uka jalj uñjjattʼäta Copia luraña




ລູກາ 9:3
12 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ ແລະ ເລີ່ມ​ໃຊ້​ພວກເພິ່ນ​ອອກໄປ​ເປັນ​ຄູ່ໆ ໂດຍ​ໃຫ້​ພວກເພິ່ນ​ມີ​ສິດອຳນາດ​ເໜືອ​ວິນຍານສົກກະປົກ​ທັງຫລາຍ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກ່າວ​ພວກສາວົກ​ວ່າ, “ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ​ຈະ​ກິນ​ຫຍັງ ຫລື ຮ່າງກາຍ​ຂອງ​ຕົນ​ວ່າ​ຈະ​ນຸ່ງຫົ່ມ​ຫຍັງ.


ຖ້າ​ພຣະເຈົ້າ​ຕົບແຕ່ງ​ຕົ້ນຫຍ້າ​ທີ່​ຢູ່​ໃນ​ທົ່ງ ເຊິ່ງ​ເປັນຢູ່​ໃນ​ບ່ອນນີ້​ວັນນີ້ ແລະ ມື້ອື່ນ​ກໍ​ຈະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃສ່​ໄຟ, ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ! ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍ​ກວ່າ​ນັ້ນ​ອີກ​ບໍ?


ຫລັງຈາກນັ້ນ ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເມື່ອ​ເຮົາ​ໄດ້​ໃຊ້​ພວກເຈົ້າ​ອອກ​ໄປ​ໂດຍ​ບໍ່​ມີ​ຖົງເງິນ, ຖົງເຄື່ອງ ຫລື ເກີບ ພວກເຈົ້າ​ໄດ້​ຂາດເຂີນ​ສິ່ງໃດ​ບໍ?” ພວກເພິ່ນ​ຕອບ​ວ່າ, “ບໍ່​ຂາດເຂີນ​ສິ່ງໃດ​ເລີຍ”.


ໂຢຮັນ​ຕອບ​ວ່າ, “ຄົນ​ທີ່​ມີ​ເສື້ອ​ສອງ​ໂຕ​ຈົ່ງ​ແບ່ງປັນ​ໃຫ້​ແກ່​ຄົນ​ທີ່​ບໍ່​ມີ, ແລ້ວ​ຜູ້ໃດ​ທີ່​ມີ​ອາຫານ​ກໍ​ຈົ່ງ​ແບ່ງປັນ​ໃຫ້​ແກ່​ຄົນ​ທີ່​ບໍ່​ມີ​ເໝືອນກັນ”.


ແລ້ວ​ເລວີ​ກໍ​ໄດ້​ຈັດ​ງານລ້ຽງ​ໃຫຍ່​ຂຶ້ນ​ທີ່​ເຮືອນ​ຂອງ​ລາວ​ຖວາຍ​ແກ່​ພຣະເຢຊູເຈົ້າ, ມີ​ຄົນເກັບພາສີ​ກຸ່ມ​ໃຫຍ່ ແລະ ຄົນ​ອື່ນໆ​ອີກ​ຈຳນວນ​ຫລວງຫລາຍ​ກໍ​ມາ​ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ​ດ້ວຍ.


ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ໃດ ຈົ່ງ​ພັກ​ຢູ່​ທີ່​ນັ້ນ​ຈົນກວ່າ​ພວກເຈົ້າ​ຈະ​ໄປ​ຈາກ​ເມືອງ​ນັ້ນ.


ບໍ່​ມີ​ຜູ້ໃດ​ທີ່​ຮັບໃຊ້​ໃນ​ໜ້າທີ່​ເປັນ​ທະຫານ​ແລ້ວ​ຍັງ​ຫຍຸ້ງກ່ຽວ​ກັບ​ເລື່ອງ​ຝ່າຍ​ພົນລະເຮືອນ, ແຕ່​ລາວ​ຕ້ອງ​ເຮັດ​ໃຫ້​ຜູ້​ບັງຄັບ​ບັນຊາ​ຂອງ​ຕົນ​ພໍໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka