Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ແລະ​ກ່າວ​ອີກ​ວ່າ, “ບຸດມະນຸດ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ຢ່າງ ແລະ ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ຈະ​ເປັນຄືນມາ​ສູ່​ຊີວິດ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ແລະ ກ່າວ​ຕື່ມ​ວ່າ, “ບຸດ​ມະນຸດ​ຕ້ອງ​ທົນທຸກ​ທໍລະມານ​ຢ່າງ​ໜັກ​ຫລາຍ​ປະການ ບັນດາ​ເຖົ້າແກ່ ບັນດາ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ຈະ​ບໍ່​ຍອມ​ຮັບ​ທ່ານ, ທ່ານ​ຈະ​ຖືກ​ຂ້າ, ແຕ່​ໃນ​ວັນ​ຖ້ວນ​ສາມ ທ່ານ​ຈະ​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.”

Uka jalj uñjjattʼäta Copia luraña




ລູກາ 9:22
24 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ເອລີຢາ​ໄດ້​ມາ​ແລ້ວ ແລະ ພວກເຂົາ​ບໍ່​ຮູ້ຈັກ​ເພິ່ນ ແຕ່​ໄດ້​ເຮັດ​ກັບ​ເພິ່ນ​ທຸກ​ຢ່າງ​ຕາມໃຈ​ມັກ. ໃນ​ທຳນອງ​ດຽວ​ກັນ ບຸດມະນຸດ​ກໍ​ຈະ​ຕ້ອງ​ທົນທຸກທໍລະມານ​ດ້ວຍ​ມື​ຂອງ​ພວກເຂົາ​ເໝືອນກັນ”.


ເມື່ອ​ພວກເພິ່ນ​ພາກັນ​ມາ​ເຕົ້າໂຮມກັນ​ຢູ່​ແຂວງ​ຄາລີເລ ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ


ພວກເຂົາ​ເວົ້າ​ວ່າ, “ນາຍ​ເອີຍ, ພວກຂ້າພະເຈົ້າ​ຈື່​ໄດ້​ວ່າ​ຂະນະ​ທີ່​ຄົນຫລອກລວງ​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ໄດ້​ເວົ້າ​ວ່າ, ‘ຫລັງ​ຈາກ​ສາມ​ວັນ​ເຮົາ​ຈະ​ເປັນຄືນມາ​ອີກ’.


ຕັ້ງ​ແຕ່​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມ​ສັ່ງສອນ​ພວກສາວົກ​ວ່າ​ບຸດມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ. ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ອີກ.


ເພາະ​ພຣະອົງ​ກຳລັງ​ສັ່ງສອນ​ພວກສາວົກ​ຢູ່. ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ. ພວກເຂົາ​ຈະ​ຂ້າ​ເພິ່ນ, ແລະ ຫລັງຈາກ​ສາມ​ວັນ​ພຣະອົງ​ຈະ​ເປັນຄືນມາຈາກຕາຍ”.


ແຕ່​ກ່ອນ​ໜ້າ​ນັ້ນ ພຣະອົງ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ຢ່າງ ແລະ ຄົນ​ໃນ​ສະໄໝ​ນີ້​ຈະ​ປະຕິເສດ​ພຣະອົງ.


ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ​ຕໍ່​ສິ່ງ​ເຫລົ່ານັ້ນ​ກ່ອນ ແລ້ວ​ຈຶ່ງ​ເຂົ້າ​ສູ່​ສະຫງ່າລາສີ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?”


ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


‘ບຸດມະນຸດ​ຈະ​ຕ້ອງ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ບັນດາ​ຄົນບາບ, ພຣະອົງ​ຈະ​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ ໃນ​ວັນ​ທີ​ສາມ​ຈະ​ເປັນຄືນມາ​ອີກ’”.


“ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ບອກ​ພວກເຈົ້າ​ໃຫ້​ດີ​ຄື: ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ”.


ພຣະອົງ​ຖືກ​ຝັງ​ໄວ້, ໃນ​ວັນ​ທີສາມ​ພຣະອົງ​ເປັນຄືນມາຈາກຕາຍ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ


ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka