Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ພຣະອົງ​ໃຊ້​ພວກເພິ່ນ​ອອກ​ໄປ​ເພື່ອ​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ເພື່ອ​ຮັກສາ​ຄົນເຈັບປ່ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ແລ້ວ​ພຣະອົງ​ກໍ​ໃຊ້​ພວກເພິ່ນ​ອອກ​ໄປ​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ດີ​ພະຍາດ.

Uka jalj uñjjattʼäta Copia luraña




ລູກາ 9:2
14 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໃຊ້​ສິບສອງ​ຄົນ​ນີ້​ອອກໄປ​ພ້ອມ​ກັບ​ໃຫ້​ຄຳແນະນໍາ​ດັ່ງນີ້: “ຢ່າ​ໄປ​ໃນ​ທ່າມກາງ​ຄົນຕ່າງຊາດ ຫລື ຢ່າ​ເຂົ້າໄປ​ໃນ​ເມືອງ​ໃດ​ຂອງ​ຊາວຊາມາເຣຍ.


ເມື່ອ​ຜູ້ໃດ​ໄດ້​ຍິນ​ພຣະຄຳ​ເລື່ອງ​ອານາຈັກ ແລະ ບໍ່​ເຂົ້າໃຈ ມານຊົ່ວຮ້າຍ​ກໍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຫວ່ານ​ລົງ​ໃນ​ໃຈ​ຂອງ​ພວກເຂົາ​ໄປ. ນີ້​ຄື​ເມັດພືດ​ທີ່​ຫວ່ານ​ຕາມ​ທາງ.


ແລະ ຂ່າວປະເສີດ​ເລື່ອງ​ອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ຍຸກ​ສຸດທ້າຍ​ຈະ​ມາ​ເຖິງ.


ແລະ ກ່າວ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່, ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ທົ່ວ​ໂລກ ປະກາດ​ຂ່າວປະເສີດ​ແກ່​ມະນຸດ​ທັງໝົດ.


ພວກສາວົກ​ຈຶ່ງ​ອອກ​ໄປ ແລະ ເທດສະໜາ​ໃຫ້​ປະຊາຊົນ​ຖິ້ມໃຈເກົ່າເອົາໃຈໃໝ່.


ຕໍ່ມາ​ອົງພຣະຜູ້ເປັນເຈົ້າ​ແຕ່ງຕັ້ງ​ອີກ​ເຈັດສິບສອງ​ຄົນ ແລະ ສົ່ງ​ພວກເພິ່ນ​ອອກໄປ​ເປັນ​ຄູ່​ລ່ວງໜ້າ​ພຣະອົງ​ໄປ​ຍັງ​ທຸກ​ເມືອງ ແລະ ທຸກ​ບ່ອນ​ທີ່​ພຣະອົງ​ກຳລັງ​ຈະ​ໄປ.


‘ແມ່ນ​ແຕ່​ຂີ້ຝຸ່ນ​ຂອງ​ເມືອງ​ນີ້​ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ເຊັດ​ອອກ​ເພື່ອ​ເປັນ​ການ​ເຕືອນ​ພວກເຈົ້າ. ແຕ່​ຈົ່ງ​ຈຳ​ໄວ້​ໃນ​ຂໍ້​ນີ້​ວ່າ: ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ’.


ຈົ່ງ​ຮັກສາ​ຄົນເຈັບປ່ວຍ​ຢູ່​ໃນ​ເມືອງ​ນັ້ນ ແລະ ບອກ​ພວກເຂົາ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ພວກເຈົ້າ​ແລ້ວ’.


“ກົດບັນຍັດ ແລະ ຄຳສອນ​ຂອງ​ຜູ້ທຳນວາຍ​ໄດ້​ຮັບ​ການ​ປະກາດ​ຕະຫລອດ​ມາ​ຈົນ​ເຖິງ​ສະໄໝ​ຂອງ​ໂຢຮັນ. ຕັ້ງແຕ່​ເວລາ​ນັ້ນ​ມາ ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ໄດ້​ຖືກ​ປະກາດ​ໄປ ແລະ ທຸກຄົນ​ກໍ​ກຳລັງ​ຍາດ​ກັນ​ເຂົ້າ​ໄປ​ໃນ​ອານາຈັກ​ນັ້ນ.


ແຕ່​ເມື່ອ​ປະຊາຊົນ​ຮູ້​ເຖິງ​ເລື່ອງ​ນີ້​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ. ພຣະອົງ​ກໍ​ໄດ້​ຕ້ອນຮັບ​ພວກເຂົາ ແລະ ກ່າວ​ກັບ​ພວກເຂົາ​ເຖິງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຮັກສາ​ບັນດາ​ຜູ້​ທີ່​ຕ້ອງການ​ການຮັກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka