Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ພຣະເຢຊູເຈົ້າ​ກໍ​ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ມາ ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ນັ້ນ ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ​ເພື່ອ​ແຈກຢາຍ​ແກ່​ປະຊາຊົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ແລ້ວ​ພຣະອົງ​ກໍ​ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ອາຫານ ພຣະອົງ​ໄດ້​ແບ່ງ​ອາຫານ​ນັ້ນ ແລະ​ມອບ​ໃຫ້​ພວກ​ສາວົກ ເພື່ອ​ນຳ​ໄປ​ແຈກ​ຢາຍ​ໃຫ້​ປະຊາຊົນ.

Uka jalj uñjjattʼäta Copia luraña




ລູກາ 9:16
16 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ໄດ້​ບອກ​ໃຫ້​ປະຊາຊົນ​ນັ່ງ​ລົງ​ເທິງ​ຫຍ້າ, ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ ແລະ ພວກສາວົກ​ຈຶ່ງ​ແຈກຢາຍ​ເຂົ້າຈີ່​ນັ້ນ​ໃຫ້​ແກ່​ປະຊາຊົນ.


ແລ້ວ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ ແລະ ປາ​ນ້ອຍ​ມາ, ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ພຣະອົງ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ເຂົ້າຈີ່​ນັ້ນ​ໃຫ້​ພວກສາວົກ, ພວກເພິ່ນ​ຈຶ່ງ​ແຈກຢາຍ​ໃຫ້​ແກ່​ປະຊາຊົນ.


ພຣະອົງ​ເງີຍ​ໜ້າ​ເບິ່ງ​ສະຫວັນ​ພ້ອມ​ທັງ​ຖອນ​ຫາຍໃຈ​ຍາວ ແລະ ກ່າວ​ກັບ​ລາວ​ວ່າ “ເອຟາທາ!” (ເຊິ່ງ​ແປ​ວ່າ: “ຈົ່ງ​ເປີດ​ອອກ!”).


ແລະ ພຣະອົງ​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ​ຫັກ​ເຂົ້າຈີ່​ນັ້ນ ແລ້ວ​ຍື່ນ​ໃຫ້​ພວກເພິ່ນ ແລະ ກ່າວ​ວ່າ: “ນີ້​ຄື​ກາຍ​ຂອງ​ເຮົາ ເຊິ່ງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ, ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ເປັນ​ການ​ລະນຶກ​ເຖິງ​ເຮົາ”.


ເມື່ອ​ພຣະອົງ​ນັ່ງ​ຮ່ວມ​ໂຕະ​ກັບ​ພວກເພິ່ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ເລີ່ມ​ຍື່ນ​ໃຫ້​ພວກເພິ່ນ.


ພວກສາວົກ​ກໍ​ເຮັດ​ຕາມ​ນັ້ນ, ທຸກຄົນ​ຈຶ່ງ​ນັ່ງ​ລົງ.


ພວກເຂົາ​ທຸກຄົນ​ໄດ້​ກິນອີ່ມ ແລະ ພວກສາວົກ​ກໍ​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ນັ້ນ​ໄວ້​ໄດ້​ເຕັມ​ສິບສອງ​ກະບຸງ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ນັ້ນ​ມາ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ຈຶ່ງ​ແຈກຢາຍ​ໃຫ້​ແກ່​ຜູ້​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ໃຫ້​ຫລາຍ​ຕາມ​ທີ່​ພວກເຂົາ​ຕ້ອງການ. ພຣະອົງ​ຈັບ​ເອົາ​ປາ​ມາ​ເຮັດ​ຢ່າງ​ດຽວ​ກັນ.


ແລ້ວ​ມີ​ເຮືອ​ລຳ​ອື່ນ​ທີ່​ມາ​ຈາກ​ເມືອງ​ຕີເບເຣຍ​ມາ​ຈອດ​ໃກ້​ບ່ອນ​ທີ່​ປະຊາຊົນ​ໄດ້​ກິນ​ເຂົ້າຈີ່​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ.


ຫລັງຈາກ​ກ່າວ​ຢ່າງ​ນີ້​ແລ້ວ, ໂປໂລ​ກໍ​ຈັບ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຕໍ່ໜ້າ​ພວກເຂົາ​ທັງຫລາຍ. ແລ້ວ​ເພິ່ນ​ກໍ​ຫັກ​ເຂົ້າຈີ່ ແລະ ເລີ່ມ​ກິນ.


ຜູ້ໃດ​ກໍ​ຕາມ​ຖື​ວັນ​ໃດ​ວັນ​ໜຶ່ງ​ເປັນ​ພິເສດ ກໍ​ຖື​ເພື່ອ​ອົງພຣະຜູ້ເປັນເຈົ້າ. ຜູ້​ທີ່​ກິນ​ຊີ້ນ ກໍ​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ເພາະ​ພວກເຂົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ ແລະ ຜູ້​ທີ່​ບໍ່​ກິນ ກໍ​ບໍ່​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ຂອບພຣະຄຸນ​ພຣະເຈົ້າ.


ຖ້າ​ເຮົາ​ມີ​ສ່ວນຮ່ວມ​ໃນ​ອາຫານ​ນັ້ນ​ດ້ວຍ​ການໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ເປັນຫຍັງ​ເຮົາ​ຈຶ່ງ​ຖືກ​ຕຳໜິ​ເພາະ​ສິ່ງ​ທີ່​ເຮົາ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ?


ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ ແລະ ກ່າວ​ວ່າ, “ນີ້​ຄື​ກາຍ​ຂອງ​ເຮົາ, ເຊິ່ງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ; ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ເປັນ​ການລະນຶກ​ເຖິງ​ເຮົາ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka