Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 9:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເມື່ອ​ຕາເວັນ​ກຳລັງ​ຈະ​ຕົກດິນ ພວກສາວົກ​ທັງ​ສິບສອງ​ຄົນ​ກໍ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ຂໍ​ໃຫ້​ປະຊາຊົນ​ກັບ​ເມືອ​ເພື່ອ​ພວກເຂົາ​ຈະ​ໄດ້​ຊອກຫາ​ອາຫານ ແລະ ຊອກຫາ​ທີ່ພັກ​ຕາມ​ໝູ່ບ້ານ​ຕ່າງໆ ແລະ ຕາມ​ຊົນນະບົດ​ໃນ​ແຖບ​ນີ້ ເພາະ​ພວກເຮົາ​ຢູ່​ໃນ​ບ່ອນ​ຫ່າງໄກສອກຫລີກ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເມື່ອ​ຕາເວັນ​ກຳລັງ​ຈະ​ຕົກ​ແລ້ວ ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ເລີກ​ເມືອ​ສາ ເພື່ອ​ໃຫ້​ພວກເຂົາ​ໄປ​ຫາ​ບ້ານ​ໄຮ່​ບ້ານ​ນາ​ແຖບ​ນີ້ ຊອກ​ທີ່​ພັກ​ແລະ​ອາຫານ ເພາະ​ທີ່​ນີ້​ເປັນ​ບ່ອນ​ປ່ຽວ.”

Uka jalj uñjjattʼäta Copia luraña




ລູກາ 9:12
13 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ພຣະອົງ​ກໍ​ລົງ​ເຮືອ​ຈາກ​ທີ່​ນັ້ນ​ໄປ​ບ່ອນ​ທີ່​ງຽບສະຫງົບ​ຢູ່​ຕ່າງຫາກ. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ກໍ​ອອກ​ຈາກ​ເມືອງ​ຕ່າງໆ​ຕິດຕາມ​ພຣະອົງ​ໄປ.


ພຣະເຢຊູເຈົ້າ​ບໍ່​ຕອບ​ນາງ​ຈັກ​ຄຳ. ພວກສາວົກ​ໄດ້​ມາ​ຫາ​ພຣະອົງ ແລະ ຮ້ອງຂໍ​ວ່າ, “ບອກ​ນາງ​ໜີ​ສາ​ເພາະ​ນາງ​ຮ້ອງ​ຕາມ​ພວກເຮົາ​ມາ”.


ພຣະເຢຊູເຈົ້າ​ໄດ້​ເອີ້ນ​ພວກສາວົກ​ຂອງ​ພຣະອົງ​ມາ ແລະ ກ່າວ​ວ່າ, “ເຮົາ​ສົງສານ​ຄົນ​ເຫລົ່ານີ້ ເພາະ​ພວກເຂົາ​ມາ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ ບໍ່​ມີ​ຫຍັງ​ກິນ. ເຮົາ​ບໍ່​ຢາກ​ໃຫ້​ພວກເຂົາ​ກັບ​ໄປ​ທັງ​ທີ່​ຍັງ​ຫິວ​ຢູ່, ເພາະ​ພວກເຂົາ​ອາດ​ຈະ​ໝົດ​ແຮງ​ກາງທາງ​ກໍ​ໄດ້”.


ແຕ່​ເມື່ອ​ປະຊາຊົນ​ຮູ້​ເຖິງ​ເລື່ອງ​ນີ້​ກໍ​ໄດ້​ຕິດຕາມ​ພຣະອົງ​ໄປ. ພຣະອົງ​ກໍ​ໄດ້​ຕ້ອນຮັບ​ພວກເຂົາ ແລະ ກ່າວ​ກັບ​ພວກເຂົາ​ເຖິງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຮັກສາ​ບັນດາ​ຜູ້​ທີ່​ຕ້ອງການ​ການຮັກສາ.


ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ”. ພວກເພິ່ນ​ຕອບ​ວ່າ, “ພວກຂ້ານ້ອຍ​ມີ​ພຽງ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ເທົ່ານັ້ນ ນອກຈາກ​ວ່າ​ພວກຂ້ານ້ອຍ​ຈະ​ໄປ​ຊື້​ອາຫານ​ມາ​ໃຫ້​ປະຊາຊົນ​ທັງໝົດ​ນີ້”.


ຕໍ່ມາ ພຣະເຢຊູເຈົ້າ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ທະເລສາບ​ຄາລີເລ (ຄື​ທະເລ​ຕີເບເຣຍ),


ເພາະ​ເຮົາ​ຮູ້​ວ່າ​ຜ່ານ​ທາງ​ຄຳອະທິຖານ​ຂອງ​ພວກເຈົ້າ ແລະ ການຈັດຕຽມ​ຂອງ​ພຣະເຈົ້າ​ໂດຍ​ພຣະວິນຍານ​ຂອງ​ພຣະເຢຊູຄຣິດເຈົ້າ ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຮົາ​ຈະ​ເປັນ​ການປົດປ່ອຍ​ເຮົາ​ໃຫ້​ລອດພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka