9 ແລ້ວພວກສາວົກກໍຖາມພຣະອົງເຖິງຄວາມໝາຍຂອງຄຳອຸປະມານີ້.
9 ແລ້ວພວກສາວົກຂອງພຣະອົງ ກໍຖາມພຣະເຢຊູເຈົ້າ ເຖິງຄຳອຸປະມານັ້ນວ່າ ມີຄວາມໝາຍຢ່າງໃດ.
ບັນດາສາວົກຈຶ່ງມາຫາພຣະອົງ ແລະ ຖາມວ່າ, “ເປັນຫຍັງທ່ານຈຶ່ງໃຊ້ຄຳອຸປະມາເມື່ອທ່ານກ່າວກັບປະຊາຊົນ?”
“ຈົ່ງຟັງຄວາມໝາຍຂອງຄຳອຸປະມາເລື່ອງຜູ້ຫວ່ານຄື:
ຫລັງຈາກນັ້ນ ພຣະເຢຊູເຈົ້າອອກໄປຈາກປະຊາຊົນ ແລະ ເຂົ້າໄປໃນເຮືອນ. ບັນດາສາວົກຂອງພຣະອົງກໍມາຫາພຣະອົງ ແລະ ກ່າວວ່າ, “ຂໍທ່ານຊ່ວຍອະທິບາຍຄຳອຸປະມາເລື່ອງເຂົ້ານົກແກ່ພວກຂ້ານ້ອຍແດ່”.
ເປໂຕເວົ້າວ່າ, “ຂໍອະທິບາຍຄຳອຸປະມານີ້ໃຫ້ພວກຂ້ານ້ອຍແດ່”.
ເມື່ອພຣະອົງຢູ່ຕາມລຳພັງແລ້ວ, ພວກສາວົກທັງສິບສອງຄົນກັບຄົນອື່ນໆທີ່ຕິດຕາມພຣະອົງບາງຄົນຈຶ່ງຖາມພຣະອົງກ່ຽວກັບຄຳອຸປະມາດັ່ງກ່າວ.
ພຣະອົງກ່າວກັບພວກເຂົາທຸກຄົນເປັນຄຳອຸປະມາ. ແຕ່ເມື່ອພຣະອົງຢູ່ຕາມລຳພັງກັບພວກສາວົກຂອງພຣະອົງແລ້ວ ພຣະອົງກໍອະທິບາຍທຸກໆສິ່ງ.
ເຮົາບໍ່ເອີ້ນພວກເຈົ້າວ່າຄົນຮັບໃຊ້ອີກຕໍ່ໄປ, ເພາະວ່າຄົນຮັບໃຊ້ບໍ່ຮູ້ຈັກວ່ານາຍຂອງຕົນກຳລັງເຮັດຫຍັງ, ແຕ່ເຮົາເອີ້ນພວກເຈົ້າວ່າມິດສະຫາຍ ເພາະວ່າທຸກສິ່ງທີ່ເຮົາໄດ້ຮຽນຮູ້ຈາກພຣະບິດາເຈົ້າຂອງເຮົາ ເຮົາໄດ້ສະແດງໃຫ້ພວກເຈົ້າຮູ້ແລ້ວ.