Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຍັງ​ມີ​ບາງເມັດ​ທີ່​ຕົກໃສ່​ດິນ​ດີ. ພືດ​ກໍ​ງອກ​ຂຶ້ນ​ມາ​ແລ້ວ​ກໍ​ເກີດຜົນ​ຫລາຍ​ກວ່າ​ທີ່​ໄດ້​ຫວ່ານ​ຮ້ອຍ​ເທົ່າ”. ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແລະ​ບາງ​ເມັດ​ກໍ​ຕົກ​ໃສ່​ດິນ​ດີ ພືດ​ຈຶ່ງ​ງອກງາມ​ຂຶ້ນ ແລະ​ເກີດຜົນ​ໄດ້​ຮ້ອຍ​ຕໍ່.” ແລ້ວ​ພຣະເຢຊູເຈົ້າ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ເອົາ.”

Uka jalj uñjjattʼäta Copia luraña




ລູກາ 8:8
25 Jak'a apnaqawi uñst'ayäwi  

ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ.


ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ເທິງ​ດິນ​ດີ​ນັ້ນ​ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ ແລະ ເຂົ້າໃຈ​ພຣະຄຳ ຜູ້​ນັ້ນ​ຈຶ່ງ​ເກີດຜົນ​ຮ້ອຍ​ເທົ່າ, ຫົກສິບ​ເທົ່າ ຫລື ສາມສິບ​ເທົ່າ​ຂອງ​ເມັດພືດ​ທີ່​ຫວ່ານ​ລົງ​ໄປ”.


ບາງຄົນ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ດິນ​ດີ, ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ, ຕ້ອນຮັບ​ເອົາ​ພຣະຄຳ​ໄວ້ ແລະ ເກີດຜົນ​ສາມສິບ​ເທົ່າ, ຫົກສິບ​ເທົ່າ ແລະ ຮ້ອຍ​ເທົ່າ​ຂອງ​ທີ່​ໄດ້​ຫວ່ານ​ລົງ​ໄປ”.


ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.


ຍັງ​ມີ​ບາງເມັດ​ອີກ​ທີ່​ຕົກໃສ່​ດິນ​ດີ ພືດ​ກໍ​ງອກ​ຂຶ້ນ​ມາ, ເຕີບໃຫຍ່​ຂຶ້ນ ແລະ ເກີດຜົນ​ສາມສິບ​ເທົ່າ, ຫົກສິບ​ເທົ່າ, ແລະ ຮ້ອຍ​ເທົ່າ”.


ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ.


ຈະ​ໃຊ້​ເປັນ​ຝຸ່ນ​ໃສ່​ດິນ ຫລື ຈະ​ໃຊ້​ປະສົມ​ກັບ​ກອງ​ຂີ້ສັດ​ກໍ​ບໍ່​ໄດ້, ເກືອ​ນັ້ນ​ຍ່ອມ​ຖືກ​ຖິ້ມ​ໄປ. “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.


ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ​ຄື​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ດີ ແລະ ສູງສົ່ງ, ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ຮັບໄວ້ ແລະ ດ້ວຍ​ຄວາມອົດທົນ​ຈຶ່ງ​ເກີດຜົນ​ໄດ້.


ບາງເມັດ​ກໍ​ຕົກ​ໃສ່​ທ່າມກາງ​ຟຸ່ມໜາມ ເຊິ່ງ​ຕົ້ນໜາມ​ເຫລົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ ຫຸ້ມຮັດ​ພືດ​ເຫລົ່ານັ້ນ.


ເພາະ​ພວກເຮົາ​ເປັນ​ຜົນງານ​ຂອງ​ພຣະເຈົ້າ ເຊິ່ງ​ໄດ້​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າເຢຊູ ເພື່ອ​ໃຫ້​ເຮັດ​ການ​ດີ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ໃຫ້​ພວກເຮົາ​ປະຕິບັດ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


“ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ຟັງ​ສາ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ບໍ່​ຖືກ​ທຳຮ້າຍ​ໂດຍ​ຄວາມຕາຍ​ຄັ້ງ​ທີ​ສອງ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ອຸທິຍານ​ສະຫວັນ​ຂອງ​ພຣະເຈົ້າ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka