53 ແລ້ວພວກເຂົາກໍພາກັນຫົວຂວັນພຣະອົງ ເພາະຮູ້ວ່ານາງຕາຍແລ້ວ.
53 ແລ້ວພວກເຂົາກໍພາກັນຫົວຂວັນພຣະອົງ ເພາະພວກເຂົາຕ່າງກໍຮູ້ວ່າ ນາງຕາຍແລ້ວ.
ພຣະອົງກ່າວວ່າ, “ຈົ່ງອອກໄປສາ, ເດັກຍິງຜູ້ນີ້ຍັງບໍ່ຕາຍ ນາງພຽງແຕ່ນອນຫລັບຢູ່”. ແຕ່ພວກເຂົາພາກັນຫົວຂວັນພຣະອົງ.
ຝ່າຍພວກຟາຣີຊາຍຜູ້ທີ່ຮັກເງິນເມື່ອໄດ້ຍິນເລື່ອງທັງໝົດນີ້ແລ້ວກໍເຢາະເຢີ້ຍພຣະເຢຊູເຈົ້າ.
ໃນເວລາດຽວກັນນັ້ນ ຄົນທັງຫລາຍກໍກຳລັງຮ້ອງໄຫ້ ແລະ ໄວ້ທຸກໃຫ້ແກ່ນາງຢູ່ນັ້ນ, ພຣະເຢຊູເຈົ້າກ່າວວ່າ, “ຢຸດຮ້ອງໄຫ້ສາ, ລາວຍັງບໍ່ຕາຍພຽງແຕ່ນອນຫລັບຢູ່”.
ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍນັ້ນ ແລະ ກ່າວວ່າ, “ລູກຂອງເຮົາເອີຍ, ຈົ່ງລຸກຂຶ້ນ!”
ພຣະອົງກ່າວວ່າ, “ຈົ່ງກຶ່ງກ້ອນຫີນອອກ”. ມາທາເອື້ອຍຂອງຜູ້ຕາຍນັ້ນເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ປານນີ້ສົບຄົງມີກິ່ນເໝັນແລ້ວ ເພາະລາວຢູ່ໃນອຸບມຸງມາໄດ້ສີ່ວັນແລ້ວ”.