Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:51 - ພຣະຄຳພີລາວສະບັບສະໄໝໃໝ່

51 ເມື່ອ​ພຣະອົງ​ມາ​ເຖິງ​ເຮືອນ​ຂອງ​ຢາອີໂຣ, ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຕິດຕາມ​ເຂົ້າ​ໄປ​ທາງ​ໃນ​ກັບ​ພຣະອົງ​ຍົກເວັ້ນ​ເປໂຕ, ຢາໂກໂບ, ໂຢຮັນ ແລະ ພໍ່​ແມ່​ຂອງ​ເດັກນ້ອຍ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

51 ເມື່ອ​ມາ​ຮອດ​ເຮືອນ​ແລ້ວ ພຣະອົງ​ບໍ່​ໃຫ້​ຜູ້ໃດ​ເຂົ້າ​ໄປ​ນຳ​ພຣະອົງ ເວັ້ນ​ໄວ້​ແຕ່​ເປໂຕ, ໂຢຮັນ, ຢາໂກໂບ ແລະ ພໍ່​ແມ່​ຂອງ​ເດັກ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




ລູກາ 8:51
13 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ເອົາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ.


ຊີໂມນ (ເຊິ່ງ​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ), ອັນເດອາ​ນ້ອງຊາຍ​ຂອງ​ເປໂຕ, ຢາໂກໂບ, ໂຢຮັນ, ຟີລິບ, ບາຣະໂທໂລມາຍ,


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ກໍ​ກ່າວ​ກັບ​ລາວ​ວ່າ, “ຢ່າ​ຢ້ານ​ເລີຍ ຈົ່ງ​ເຊື່ອ​ເທົ່ານັ້ນ ແລ້ວ​ນາງ​ກໍ​ຈະ​ຫາຍດີ”.


ໃນ​ເວລາ​ດຽວກັນ​ນັ້ນ ຄົນ​ທັງຫລາຍ​ກໍ​ກຳລັງ​ຮ້ອງໄຫ້ ແລະ ໄວ້ທຸກ​ໃຫ້​ແກ່​ນາງ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢຸດ​ຮ້ອງໄຫ້​ສາ, ລາວ​ຍັງ​ບໍ່​ຕາຍ​ພຽງ​ແຕ່​ນອນຫລັບ​ຢູ່”.


ປະມານ​ແປດ​ວັນ​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ​ແລ້ວ, ພຣະອົງ​ພາ​ເປໂຕ ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ກັບ​ພຣະອົງ​ເພື່ອ​ອະທິຖານ.


ເປໂຕ​ໄດ້​ໃຫ້​ທຸກຄົນ​ອອກ​ໄປ​ຈາກ​ຫ້ອງ; ແລ້ວ​ເພິ່ນ​ໄດ້​ຄຸເຂົ່າ​ລົງ ແລະ ອະທິຖານ. ເພິ່ນ​ຫັນ​ໄປ​ຫາ​ຍິງ​ທີ່​ຕາຍ​ແລ້ວ​ນັ້ນ, ເພິ່ນ​ເວົ້າ​ວ່າ, “ຕາບີທາ, ຈົ່ງ​ລຸກ​ຂຶ້ນ”. ນາງ​ກໍ​ມືນ​ຕາ ແລະ ເມື່ອ​ເຫັນ​ເປໂຕ​ນາງ​ກໍ​ລຸກ​ຂຶ້ນ​ນັ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka