Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:47 - ພຣະຄຳພີລາວສະບັບສະໄໝໃໝ່

47 ຝ່າຍ​ຍິງ​ຄົນ​ນັ້ນ​ເຫັນ​ວ່າ​ບໍ່​ອາດ​ຈະ​ເຊື່ອງ​ໂຕ​ໄດ້​ແລ້ວ ກໍ​ຢ້ານ​ຈົນ​ໂຕສັ່ນ ແລະ ເຂົ້າ​ມາ​ໝອບ​ລົງ​ທີ່​ຕີນ​ຂອງ​ພຣະອົງ. ນາງ​ເວົ້າ​ກັບ​ພຣະອົງ​ຕໍ່ໜ້າ​ຄົນ​ທັງປວງ​ເຖິງ​ສາເຫດ​ທີ່​ໄດ້​ບາຍ​ພຣະອົງ ແລະ ທີ່​ຕົນ​ດີພະຍາດ​ທັນທີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

47 ເມື່ອ​ເຫັນ​ວ່າ ຈະ​ເຊື່ອງ​ຕົວ​ບໍ່ໄດ້​ແລ້ວ ຍິງ​ຄົນ​ນັ້ນ ຈຶ່ງ​ເຂົ້າ​ມາ​ຫາ​ທັງ​ຕົວ​ສັ່ນເຊັນ ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ຕໍ່ໜ້າ​ທຸກຄົນ​ໃນ​ທີ່ນັ້ນ ນາງ​ບອກ​ພຣະອົງ​ວ່າ, ດ້ວຍເຫດໃດ​ຕົນ​ຈຶ່ງ​ໄດ້​ບາຍ​ພຣະອົງ ແລະ​ຕົນ​ໄດ້​ຫາຍ​ດີ​ພະຍາດ​ໃນ​ທັນທີ​ໄດ້​ຢ່າງ​ໃດ?

Uka jalj uñjjattʼäta Copia luraña




ລູກາ 8:47
18 Jak'a apnaqawi uñst'ayäwi  

ດັ່ງນັ້ນ ແມ່ຍິງ​ເຫລົ່ານັ້ນ​ຈຶ່ງ​ຟ້າວ​ອອກໄປ​ຈາກ​ອຸບມຸງ, ທັງ​ຢ້ານ​ທັງ​ຊື່ນຊົມຍິນດີ​ຫລາຍ ແລະ ແລ່ນ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ.


ຝ່າຍ​ຍິງ​ຄົນ​ນັ້ນ​ຮູ້​ດີ​ວ່າ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຕົນ, ນາງ​ຈຶ່ງ​ມາ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ​ດ້ວຍ​ຄວາມຢ້ານ, ແລ້ວ​ເວົ້າ​ຄວາມຈິງ​ທັງໝົດ​ໃຫ້​ພຣະອົງ​ຟັງ.


ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ມີ​ຜູ້​ໜຶ່ງ​ໄດ້​ບາຍ​ເຮົາ, ເຮົາ​ຮູ້ສຶກ​ວ່າ​ລິດເດດ​ໄດ້​ຜ່ານ​ອອກ​ຈາກ​ໂຕ​ເຮົາ”.


ພຣະອົງ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ລູກ​ຍິງ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ກັບ​ໄປ​ດ້ວຍ​ສັນຕິສຸກ”.


ເຈົ້າໜ້າທີ່​ໄດ້​ເອີ້ນ​ໃຫ້​ຈຸດ​ໄຟ ແລ້ວ​ແລ່ນ​ເຂົ້າ​ມາ​ໝອບ​ລົງ​ທັງ​ໂຕ​ສັ່ນ​ຕໍ່ໜ້າ​ໂປໂລ​ກັບ​ຊີລາ.


ເຮົາ​ມາ​ຫາ​ພວກເຈົ້າ​ດ້ວຍ​ຄວາມອ່ອນແອ​ກັບ​ຄວາມ​ຢ້ານກົວ​ທີ່ສຸດ​ຈົນ​ຕົວສັ່ນ.


ແລະ ຄວາມຮັກ​ຂອງ​ຕີໂຕ​ທີ່​ມີ​ຕໍ່​ພວກເຈົ້າ​ຈຶ່ງ​ຫລາຍ​ຂຶ້ນ ເມື່ອ​ເພິ່ນ​ລະນຶກເຖິງ​ການເຊື່ອຟັງ​ຂອງ​ພວກເຈົ້າ​ທຸກຄົນ ແລະ ຕ້ອນຮັບ​ເພິ່ນ​ດ້ວຍ​ຄວາມ​ຢ້ານກົວ​ຈົນ​ຕົວສັ່ນ.


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ກຳລັງ​ໄດ້​ຮັບ​ອານາຈັກ​ທີ່​ບໍ່​ສາມາດ​ສັ່ນສະເທືອນ​ໄດ້, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ ແລະ ນະມັດສະການ​ພຣະເຈົ້າ​ຕາມ​ທີ່​ສົມຄວນ​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka