Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:44 - ພຣະຄຳພີລາວສະບັບສະໄໝໃໝ່

44 ນາງ​ຈຶ່ງ​ຫຍັບ​ເຂົ້າ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ, ໃນທັນໃດ​ນັ້ນ​ເລືອດ​ຂອງ​ນາງ​ກໍ​ຢຸດ​ໄຫລ​ທັນທີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

44 ນາງ​ຈຶ່ງ​ຫຍັບ​ເຂົ້າ​ມາ​ທາງ​ຫລັງ​ພຣະເຢຊູເຈົ້າ ແລະ​ບາຍ​ແຄມ​ເສື້ອຄຸມ​ຂອງ​ພຣະອົງ ແລະ​ພະຍາດ​ເລືອດ​ຕົກ​ນັ້ນ​ກໍ​ຢຸດ​ທັນທີ.

Uka jalj uñjjattʼäta Copia luraña




ລູກາ 8:44
15 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ສົງສານ​ພວກເຂົາ ຈຶ່ງ​ບາຍ​ຕາ​ຂອງ​ພວກເຂົາ. ໃນ​ທັນໃດ​ນັ້ນ ພວກເຂົາ​ກໍ​ເຫັນຮຸ່ງ ແລະ ຕິດຕາມ​ພຣະອົງ​ໄປ.


ພຣະເຢຊູເຈົ້າ​ເດ່​ມື​ອອກ​ໄປ​ແຕະຕ້ອງ​ລາວ ແລະ ກ່າວ​ວ່າ, “ເຮົາ​ພໍໃຈ​ຈະ​ຮັກສາ, ຈົ່ງ​ດີ​ສະອາດ​ສາ!” ໃນ​ທັນໃດ​ນັ້ນ ຊາຍ​ຜູ້​ນັ້ນ​ກໍ​ດີ​ຈາກ​ພະຍາດຂີ້ທູດ.


ຂະນະ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ ໄດ້​ເຂົ້າ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ.


ບໍ່​ວ່າ​ພຣະອົງ​ເຂົ້າ​ໄປ​ຢູ່​ທີ່​ໃດ ທັງ​ໃນ​ໝູ່ບ້ານ, ໃນ​ເມືອງ ຫລື ໃນ​ຊົນນະບົດ ພວກເຂົາ​ກໍ​ຫາມ​ຄົນເຈັບ​ມາ​ໄວ້​ທີ່​ບ່ອນຊຸມຊົນ. ພວກເຂົາ​ໄດ້​ຂໍຮ້ອງ​ພຣະອົງ​ໃຫ້​ຄົນເຈັບປ່ວຍ​ນັ້ນ​ໄດ້​ບາຍ​ແຕ່​ພຽງ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ​ກໍ​ພໍ ແລະ ທຸກຄົນ​ທີ່​ໄດ້​ບາຍ​ກໍ​ຫາຍດີ.


ແລ້ວ​ພຣະອົງ​ໄດ້​ວາງ​ມື​ທັງ​ສອງ​ໃສ່​ນາງ, ໃນທັນໃດ​ນັ້ນ​ນາງ​ກໍ​ຢືດ​ໂຕ​ຊື່ ແລະ ສັນລະເສີນ​ພຣະເຈົ້າ.


ໃນ​ຂະນະ​ທີ່​ນາງ​ຢືນ​ຢູ່​ທາງຫລັງ​ໃກ້​ຕີນ​ຂອງ​ພຣະອົງ​ຮ້ອງໄຫ້, ນາງ​ກໍ​ເລີ່ມ​ເຮັດ​ໃຫ້​ຕີນ​ຂອງ​ພຣະອົງ​ປຽກ​ດ້ວຍ​ນໍ້າຕາ​ຂອງ​ນາງ, ແລ້ວ​ນາງ​ກໍ​ເຊັດ​ຕີນ​ຂອງ​ພຣະອົງ​ດ້ວຍ​ຜົມ​ຂອງ​ຕົນ, ທັງ​ຈູບ ແລະ ຖອກ​ນ້ຳຫອມ​ຫົດ​ຕີນ​ຂອງ​ພຣະອົງ.


ໃນ​ທີ່​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ ແຕ່​ບໍ່​ມີ​ຄົນໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍດີ​ໄດ້.


ພຣະເຢຊູເຈົ້າ​ຖາມ​ວ່າ, “ແມ່ນ​ຜູ້ໃດ​ໄດ້​ບາຍ​ເຮົາ?” ຄົນ​ທັງປວງ​ຕ່າງ​ກໍ​ປະຕິເສດ. ເປໂຕ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ກໍ​ແມ່ນ​ປະຊາຊົນ​ທີ່​ກຳລັງ​ຫຸ້ມ ແລະ ບຸບຽດ​ທ່ານ”.


ຄົນ​ທີ່​ໄດ້​ດີພະຍາດ​ນັ້ນ​ບໍ່​ຮູ້​ວ່າ​ພຣະອົງ​ແມ່ນ​ຜູ້ໃດ ເພາະ​ພຣະເຢຊູເຈົ້າ​ໄດ້​ໜີ​ໄປ​ປົນ​ກັບ​ປະຊາຊົນ​ທີ່​ຢູ່​ໃນ​ບ່ອນ​ນັ້ນ.


ແມ່ນ​ແຕ່​ເມື່ອ​ນຳ​ເອົາ​ຜ້າ​ເຊັດ​ໜ້າ​ກັບ​ຜ້າ​ກັນເປື້ອນ​ທີ່​ຖືກ​ໂຕ​ເພິ່ນ​ໄປ​ວາງ​ໃສ່​ຄົນເຈັບປ່ວຍ, ຄົນ​ເຫລົ່ານັ້ນ​ກໍ​ດີພະຍາດ ແລະ ຜີມານຮ້າຍ​ກໍ​ອອກໄປ​ຈາກ​ພວກເຂົາ.


ຈົນ​ວ່າ​ພວກເຂົາ​ໄດ້​ຫາມ​ຄົນເຈັບປ່ວຍ​ໄປ​ວາງ​ໄວ້​ຕາມ​ຫົນທາງ ແລະ ໃຫ້​ຄົນເຈັບປ່ວຍ​ນອນ​ເທິງ​ບ່ອນນອນ ແລະ ເທິງ​ເສື່ອ ເພື່ອ​ວ່າ​ຢ່າງ​ນ້ອຍ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ​ເງົາ​ຂອງ​ເພິ່ນ​ຈະ​ໄດ້​ຖືກ​ບາງຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka