Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:43 - ພຣະຄຳພີລາວສະບັບສະໄໝໃໝ່

43 ໃນ​ທີ່​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ ແຕ່​ບໍ່​ມີ​ຄົນໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍດີ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

43 ໃນ​ນັ້ນ ມີ​ຍິງ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ເລືອດຕົກ ໄດ້​ສິບສອງ​ປີ​ແລ້ວ ນາງ​ໄດ້​ຈ່າຍ​ຊັບ​ທັງໝົດ​ທີ່​ຕົນ​ມີ​ໃຫ້​ພວກ​ໝໍ ແຕ່​ບໍ່ມີ​ໝໍ​ຄົນ​ໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍ​ດີ​ໄດ້.

Uka jalj uñjjattʼäta Copia luraña




ລູກາ 8:43
22 Jak'a apnaqawi uñst'ayäwi  

ເພາະ​ພວກເຂົາ​ທັງໝົດ​ລ້ວນ​ແຕ່​ເອົາ​ສ່ວນ​ໜຶ່ງ​ຈາກ​ຄວາມຮັ່ງມີ​ຂອງ​ພວກເຂົາ​ມາ​ຖວາຍ, ແຕ່​ແມ່ໝ້າຍ​ຄົນ​ນີ້​ໄດ້​ເອົາ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່​ສຳລັບ​ລ້ຽງ​ຊີວິດ​ມາ​ຖວາຍ”.


ເມື່ອ​ມັນ​ເຂົ້າ​ສິງ​ລາວ​ເທື່ອ​ໃດ, ມັນ​ກໍ​ເຮັດ​ໃຫ້​ລາວ​ລົ້ມລົງ​ພື້ນ, ແລະ ມີ​ນ້ຳລາຍ​ຟູມປາກ​ທັງ​ກັດແຂ້ວ ແລະ ໂຕ​ແຂງ​ໄປ​ໝົດ​ທັງ​ຮ່າງກາຍ. ຂ້ານ້ອຍ​ຂໍ​ໃຫ້​ພວກສາວົກ​ຂອງ​ທ່ານ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໄດ້”.


ໃນ​ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ສິບແປດ​ປີ, ນາງ​ເປັນ​ຫລັງກົ່ງ ແລະ ບໍ່​ສາມາດ​ຢືດ​ໂຕ​ຊື່​ໄດ້​ເລີຍ.


ແລ້ວ​ຍິງ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ຖືກ​ມານຊາຕານ​ຜູກມັດ​ມາ​ຕະຫລອດ​ສິບແປດ​ປີ ບໍ່​ສົມຄວນ​ບໍ​ທີ່​ຈະ​ປົດປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ​ໃນ​ວັນຊະບາໂຕ?”


ເມື່ອ​ພຣະເຢຊູເຈົ້າ​ກ້າວ​ຂຶ້ນ​ໄປ​ເທິງ​ຝັ່ງ, ພຣະອົງ​ກໍ​ພົບ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ນັ້ນ​ທີ່​ຖືກ​ຜີມານຮ້າຍ​ຫລາຍ​ໂຕ​ເຂົ້າ​ສິງ​ຢູ່. ເປັນ​ເວລາ​ດົນນານ​ແລ້ວ​ທີ່​ຊາຍ​ຄົນ​ນີ້​ບໍ່​ໄດ້​ນຸ່ງເຄື່ອງ ແລະ ບໍ່​ໄດ້​ຢູ່​ໃນ​ເຮືອນ ແຕ່​ອາໄສ​ຢູ່​ຕາມ​ອຸບມຸງ​ຝັງສົບ.


ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ປະມານ​ສິບສອງ​ປີ ກຳລັງ​ໃກ້​ຈະ​ຕາຍ. ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ເດີນທາງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ມາ​ບຸບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ​ຫລາຍ.


ນາງ​ຈຶ່ງ​ຫຍັບ​ເຂົ້າ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ, ໃນທັນໃດ​ນັ້ນ​ເລືອດ​ຂອງ​ນາງ​ກໍ​ຢຸດ​ໄຫລ​ທັນທີ.


ຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາບອດ​ມາ​ແຕ່​ເກີດ.


ແຕ່​ພວກຂ້ານ້ອຍ​ບໍ່​ຮູ້​ວ່າ ດຽວນີ້​ລາວ​ເຫັນຮຸ່ງ​ໄດ້​ແນວໃດ ຫລື ຜູ້ໃດ​ຮັກສາ​ຕາ​ຂອງ​ລາວ​ໃຫ້​ເຊົາ​ບອດ. ຈົ່ງ​ຖາມ​ລາວ​ສາ. ລາວ​ເປັນ​ຜູ້ໃຫຍ່​ແລ້ວ ລາວ​ເວົ້າ​ເອງ​ໄດ້”.


ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ຄົນຂາເປ້ຍ​ມາ​ຕັ້ງແຕ່​ເກີດ​ຖືກ​ຫາມ​ມາ​ທີ່​ປະຕູ​ວິຫານ​ທີ່​ເອີ້ນ​ວ່າ​ປະຕູ​ງາມ, ເຊິ່ງ​ເປັນ​ບ່ອນ​ທີ່​ລາວ​ຖືກ​ຫາມ​ມາ​ວາງ​ໄວ້​ທຸກ​ມື້​ເພື່ອ​ຂໍທານ​ຈາກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ.


ເພາະ​ຊາຍ​ຄົນ​ທີ່​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ​ຢ່າງ​ອັດສະຈັນ​ນັ້ນ​ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka