Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ຢາອີໂຣ​ທີ່​ເປັນ​ຫົວໜ້າ​ທຳມະສາລາ​ໄດ້​ມາ​ໝູບ​ລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ອ້ອນວອນຂໍ​ໃຫ້​ພຣະອົງ​ໄປ​ທີ່​ເຮືອນ​ຂອງ​ຕົນ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ຊື່ ຢາອີໂຣ ເປັນ​ຫົວໜ້າ​ໂຮງ​ທຳມະສາລາ​ໃນ​ທ້ອງຖິ່ນ​ນັ້ນ ໄດ້​ມາ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ທູນ​ອ້ອນວອນ​ຂໍ​ພຣະອົງ​ໃຫ້​ໄປ​ທີ່​ເຮືອນ​ຂອງຕົນ,

Uka jalj uñjjattʼäta Copia luraña




ລູກາ 8:41
15 Jak'a apnaqawi uñst'ayäwi  

ຫົວໜ້າ​ທຳມະສາລາ​ບໍ່​ພໍໃຈ​ທີ່​ພຣະເຢຊູເຈົ້າ​ຮັກສາ​ພະຍາດ​ໃນ​ວັນຊະບາໂຕ ຈຶ່ງ​ກ່າວ​ກັບ​ປະຊາຊົນ​ວ່າ, “ມີ​ຫົກ​ວັນ​ທີ່​ໃຫ້​ເຮັດ​ວຽກງານ. ດັ່ງນັ້ນ ຈົ່ງ​ມາ​ຮັບ​ການຮັກສາ​ໃນ​ວັນ​ເຫລົ່ານັ້ນ ບໍ່​ແມ່ນ​ໃນ​ວັນຊະບາໂຕ”.


ລາວ​ຖິ້ມ​ໂຕ​ລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ​ແລ້ວ​ຂອບພຣະຄຸນ​ພຣະອົງ. ລາວ​ເປັນ​ຊາວ​ຊາມາເຣຍ.


ເມື່ອ​ຊີໂມນເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ຢ່າງ​ນີ້​ເພິ່ນ​ກໍ​ຂາບ​ລົງ​ທີ່​ຫົວເຂົ່າ​ຂອງ​ພຣະເຢຊູເຈົ້າ ແລະ ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຂໍ​ໃຫ້​ໄປ​ຈາກ​ຂ້ານ້ອຍ​ສາ ເພາະ​ຂ້ານ້ອຍ​ເປັນ​ຄົນບາບ!”


ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ປະມານ​ສິບສອງ​ປີ ກຳລັງ​ໃກ້​ຈະ​ຕາຍ. ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ເດີນທາງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ມາ​ບຸບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ​ຫລາຍ.


ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່​ນັ້ນ ກໍ​ມີ​ຄົນ​ມາ​ຈາກ​ເຮືອນ​ຂອງ​ຢາອີໂຣ ຫົວໜ້າ​ທຳມະສາລາ. ລາວ​ບອກ​ວ່າ, “ລູກສາວ​ຂອງ​ທ່ານ​ຕາຍ​ແລ້ວ. ຢ່າ​ລົບກວນ​ອາຈານ​ເລີຍ”.


ມາທາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ຄົງ​ຈະ​ບໍ່​ຕາຍ.


ຫລັງຈາກ​ອ່ານ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ແລ້ວ, ບັນດາ​ຫົວໜ້າ​ທຳມະສາລາ​ກໍ​ໃຫ້​ຄົນ​ໄປ​ບອກ​ພວກເພິ່ນ​ວ່າ, “ພີ່ນ້ອງ, ຖ້າ​ພວກທ່ານ​ມີ​ຄຳ​ໜູນໃຈ​ແກ່​ປະຊາຊົນ​ເຫລົ່ານີ້​ກໍ​ເຊີນ​ກ່າວ​ໄດ້”.


ແລ້ວ​ພວກເຂົາ​ຈຶ່ງ​ຈັບ​ໂຊຊະເຖນ ຫົວໜ້າ​ທຳມະສາລາ​ໄປ​ຂ້ຽນຕີ​ຢູ່​ຕໍ່ໜ້າ​ສານ; ແລະ ຄາລີໂອ​ກໍ​ບໍ່​ສົນໃຈ​ຫຍັງ.


ຝ່າຍ​ກີສະໂປ ຫົວໜ້າ​ທຳມະສາລາ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ຕົນ​ກໍ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ; ແລະ ຊາວ​ໂກຣິນໂທ​ຫລາຍ​ຄົນ​ທີ່​ໄດ້​ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ​ນັ້ນ​ກໍ​ໄດ້​ເຊື່ອ ແລະ ຮັບ​ບັບຕິສະມາ.


ເມືອງ​ລິດດາ​ຢູ່​ໃກ້​ກັບ​ເມືອງ​ຢົບປາ; ດັ່ງນັ້ນ ເມື່ອ​ພວກສາວົກ​ໄດ້​ຂ່າວ​ວ່າ​ເປໂຕ​ຢູ່ໃນ​ເມືອງ​ລິດດາ, ພວກເຂົາ​ຈຶ່ງ​ສົ່ງ​ຊາຍ​ສອງ​ຄົນ​ມາ​ຫາ​ເພິ່ນ ແລະ ຂໍຮ້ອງ​ເພິ່ນ​ວ່າ, “ຂໍ​ໃຫ້​ມາ​ຫາ​ພວກເຮົາ​ໃນ​ທັນທີ!”


ແລະ ເມື່ອ​ພຣະອົງ​ຮັບ​ໜັງສືມ້ວນ​ນັ້ນ​ແລ້ວ, ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ກົ້ມ​ຂາບ​ລົງ​ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ. ແຕ່​ລະ​ຕົນ​ມີ​ພິນ ແລະ ພວກເພິ່ນ​ໄດ້​ຖື​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ, ເຊິ່ງ​ເປັນ​ຄຳອະທິຖານ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka