Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:40 - ພຣະຄຳພີລາວສະບັບສະໄໝໃໝ່

40 ເມື່ອ​ພຣະເຢຊູເຈົ້າ​ໄດ້​ຂ້າມ​ຟາກ​ກັບ​ມາ​ແລ້ວ, ປະຊາຊົນ​ກໍ​ພາກັນ​ຕ້ອນຮັບ​ພຣະອົງ​ເພາະ​ພວກເຂົາ​ກຳລັງ​ຄອຍຖ້າ​ພຣະອົງ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

40 ເມື່ອ​ພຣະເຢຊູເຈົ້າ​ກັບ​ມາ​ແຕ່​ທະເລສາບ​ຟາກ​ນັ້ນ​ແລ້ວ ປະຊາຊົນ​ກໍ​ມາ​ຕ້ອນຮັບ​ພຣະອົງ ເພາະ​ພວກເຂົາ​ລໍຄອຍ​ການ​ກັບ​ມາ​ຂອງ​ພຣະອົງ​ຢູ່.

Uka jalj uñjjattʼäta Copia luraña




ລູກາ 8:40
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ລົງ​ເຮືອ, ຂ້າມ​ຟາກ​ໄປ​ຍັງ​ເມືອງ​ຂອງ​ພຣະອົງ​ເອງ.


ໃນ​ເມື່ອ​ກະສັດ​ດາວິດ​ເອງ​ຍັງ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’ ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?” ປະຊາຊົນ​ຈໍານວນ​ຫລວງຫລາຍ​ຟັງ​ພຣະອົງ​ດ້ວຍ​ຄວາມຊື່ນຊົມຍິນດີ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຂີ່​ເຮືອ​ຂ້າມ​ຟາກ​ທະເລສາບ​ກັບ​ມາ​ອີກ, ຂະນະ​ທີ່​ພຣະອົງ​ຢູ່​ທີ່​ແຄມ​ທະເລສາບ​ນັ້ນ ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ.


ເພາະວ່າ​ເຮໂຣດ​ຢ້ານ​ໂຢຮັນ ແລະ ປົກປ້ອງ​ເພິ່ນ​ໄວ້​ເພາະ​ຮູ້​ວ່າ​ເພິ່ນ​ເປັນ​ຜູ້ຊອບທຳ ແລະ ບໍລິສຸດ. ເມື່ອ​ເຮໂຣດ​ໄດ້​ຟັງ​ໂຢຮັນ​ເວົ້າ​ກໍ​ມຶນງົງ​ສົງໄສ ແຕ່​ເພິ່ນ​ກໍ​ຍັງ​ຢາກ​ຟັງ​ໂຢຮັນ.


ແຕ່​ພວກເຂົາ​ບໍ່​ເຫັນ​ຊ່ອງທາງ​ທີ່​ຈະ​ເຮັດ​ໄດ້, ເພາະ​ປະຊາຊົນ​ທັງຫລາຍ​ຕັ້ງໃຈ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ດັ່ງນັ້ນ​ລາວ​ຈຶ່ງ​ລົງ​ມາ​ທັນທີ ແລະ ຕ້ອນຮັບ​ພຣະອົງ​ດ້ວຍ​ຄວາມຊື່ນຊົມຍິນດີ.


ວັນ​ໜຶ່ງ​ຂະນະ​ທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ​ໂດຍ​ມີ​ປະຊາຊົນ​ກຳລັງ​ຫຸ້ມ​ອ້ອມ​ພຣະອົງ ເພື່ອ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ,


“ຈົ່ງ​ກັບ​ຄືນ​ເຮືອນ ແລະ ບອກ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ເຈົ້າ”. ແລ້ວ​ຊາຍ​ຄົນ​ນັ້ນ​ຈຶ່ງ​ກັບ​ໄປ ແລະ ບອກ​ໃຫ້​ຄົນ​ທົ່ວ​ທັງ​ເມືອງ​ຟັງ​ເຖິງ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ເພື່ອ​ລາວ.


ໂຢຮັນ​ເປັນ​ຕະກຽງ​ທີ່​ລຸກ ແລະ ໃຫ້​ແສງສະຫວ່າງ ແລ້ວ​ພວກເຈົ້າ​ກໍ​ເລືອກ​ທີ່​ຈະ​ຍິນດີ​ໃນ​ຄວາມສະຫວ່າງ​ຂອງ​ລາວ​ຊົ່ວຂະນະໜຶ່ງ.


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສົ່ງ​ຄົນ​ໄປ​ເຊີນ​ທ່ານ​ທັນທີ ແລະ ດີ​ແທ້ໆ​ທີ່​ທ່ານ​ກໍ​ກະລຸນາ​ມາ. ບັດນີ້ ພວກຂ້ານ້ອຍ​ທັງຫລາຍ​ກໍ​ຢູ່​ທີ່​ນີ້​ພ້ອມ​ກັນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ຮັບຟັງ​ທຸກໆ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ທ່ານ​ໃຫ້​ບອກ​ພວກຂ້ານ້ອຍ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka