Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:39 - ພຣະຄຳພີລາວສະບັບສະໄໝໃໝ່

39 “ຈົ່ງ​ກັບ​ຄືນ​ເຮືອນ ແລະ ບອກ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ເຈົ້າ”. ແລ້ວ​ຊາຍ​ຄົນ​ນັ້ນ​ຈຶ່ງ​ກັບ​ໄປ ແລະ ບອກ​ໃຫ້​ຄົນ​ທົ່ວ​ທັງ​ເມືອງ​ຟັງ​ເຖິງ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ເພື່ອ​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

39 “ຈົ່ງ​ກັບ​ເມືອ​ບ້ານ​ເຮືອນ​ຂອງ​ເຈົ້າ ແລະ​ບອກ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ແກ່​ເຈົ້າ.” ແລ້ວ​ຊາຍ​ຄົນ​ນັ້ນ ກໍ​ໄປ​ປະກາດ​ທົ່ວ​ທັງ​ເມືອງ ເຖິງ​ສິ່ງ​ທັງຫລາຍ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ສຳລັບ​ຕົນ.

Uka jalj uñjjattʼäta Copia luraña




ລູກາ 8:39
13 Jak'a apnaqawi uñst'ayäwi  

ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ລົງ​ເຮືອ, ຊາຍ​ທີ່​ມີ​ຜີມານຮ້າຍ​ເຄີຍ​ສິງ​ນັ້ນ ກໍ​ຂໍຮ້ອງ​ໄປ​ກັບ​ພຣະອົງ.


ພຣະເຢຊູເຈົ້າ​ບໍ່​ອະນຸຍາດ​ໃຫ້​ລາວ​ໄປ​ນຳ ແຕ່​ໄດ້​ກ່າວ​ວ່າ, “ຈົ່ງ​ກັບ​ເມືອ​ບ້ານ​ໄປ​ຫາ​ຍາດພີ່ນ້ອງ​ຂອງ​ເຈົ້າ ແລະ ບອກ​ພວກເຂົາ​ເຖິງ​ເຫດການ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ສຳລັບ​ເຈົ້າ ແລະ ພຣະອົງ​ເມດຕາ​ຕໍ່​ເຈົ້າ​ຢ່າງໃດ”.


ຊາຍ​ຄົນ​ທີ່​ຜີມານຮ້າຍ​ໄດ້​ອອກ​ໄປ​ຈາກ​ລາວ​ແລ້ວ​ນັ້ນ​ໄດ້​ຂໍ​ໄປ​ກັບ​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ໄດ້​ສົ່ງ​ລາວ​ກັບ​ຄືນ​ໄປ ແລະ ສັ່ງ​ວ່າ,


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຂ້າມ​ຟາກ​ກັບ​ມາ​ແລ້ວ, ປະຊາຊົນ​ກໍ​ພາກັນ​ຕ້ອນຮັບ​ພຣະອົງ​ເພາະ​ພວກເຂົາ​ກຳລັງ​ຄອຍຖ້າ​ພຣະອົງ​ຢູ່.


“ຈົ່ງ​ມາ​ເບິ່ງ​ຊາຍ​ຜູ້​ໜຶ່ງ​ທີ່​ບອກ​ຂ້ອຍ​ເຖິງ​ທຸກສິ່ງ​ທີ່​ຂ້ອຍ​ເຄີຍ​ໄດ້​ເຮັດ​ຜ່ານມາ ທ່ານ​ຜູ້ນີ້​ບໍ່​ແມ່ນ​ພຣະຄຣິດເຈົ້າ​ບໍ?”


ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ຍາດພີ່ນ້ອງ​ຂອງ​ຕົນ​ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍ​ໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ ຮ້າຍ​ກວ່າ​ຄົນ​ທີ່​ບໍ່ເຊື່ອ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka