Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:30 - ພຣະຄຳພີລາວສະບັບສະໄໝໃໝ່

30 ພຣະເຢຊູເຈົ້າ​ໄດ້​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່​ກອງທັບ”, ເພາະ​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່​ໃນ​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

30 ພຣະເຢຊູເຈົ້າ​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່ ‘ກອງທັບ.”’ ເພາະ​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່​ໃນ​ຄົນ​ນີ້.

Uka jalj uñjjattʼäta Copia luraña




ລູກາ 8:30
7 Jak'a apnaqawi uñst'ayäwi  

ເຈົ້າ​ຄິດ​ວ່າ​ເຮົາ​ບໍ່​ສາມາດ​ຮ້ອງຂໍ​ພຣະບິດາ​ຂອງ​ເຮົາ ແລະ ພຣະອົງ​ຈະ​ໃຫ້​ເທວະດາ​ຫລາຍ​ກວ່າ​ສິບສອງ​ກອງ​ມາ​ຊ່ວຍ​ເຮົາ​ທັນທີ​ບໍ?


ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ພຣະບຸດ​ຂອງ​ພຣະເຈົ້າ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ບ່ອນ​ນີ້​ເພື່ອ​ຈະ​ທໍລະມານ​ພວກຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ກຳນົດ​ບໍ?”


ເມື່ອ​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ, ພຣະອົງ​ໄດ້​ປາກົດ​ແກ່​ນາງ​ມາຣີ​ຊາວ​ມັກດາລາ​ເປັນ​ຜູ້ທຳອິດ ຄື​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ​ນັ້ນ.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ຖາມ​ມັນ​ວ່າ, “ເຈົ້າ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່​ກອງທັບ, ເພາະ​ພວກຂ້ານ້ອຍ​ມີ​ຢູ່​ນຳກັນ​ຫລາຍ​ໂຕ”.


ພ້ອມ​ກັບ​ບັນດາ​ແມ່ຍິງ​ທີ່​ພຣະອົງ​ໄດ້​ຮັກສາ​ໃຫ້​ພົ້ນ​ຈາກ​ວິນຍານຊົ່ວຮ້າຍ ແລະ ຫາຍດີ​ຈາກ​ພະຍາດ​ຕ່າງໆ​ຄື: ມາຣີ (ຜູ້​ທີ່​ເອີ້ນ​ວ່າ​ຊາວ​ມັກດາລາ) ຜູ້​ທີ່​ພຣະອົງ​ຂັບໄລ່​ວິນຍານຊົ່ວຮ້າຍ​ເຈັດ​ໂຕ​ອອກ​ຈາກ​ນາງ,


ເພາະວ່າ​ພຣະເຢຊູເຈົ້າ​ໄດ້​ສັ່ງ​ວິນຍານສົກກະປົກ​ໃຫ້​ອອກ​ມາ​ຈາກ​ຊາຍ​ຄົນ​ນີ້. ວິນຍານສົກກະປົກ​ໄດ້​ສິງ​ລາວ​ຫລາຍ​ເທື່ອ​ແລ້ວ ເຖິງ​ວ່າ​ເອົາ​ໂສ້​ລ່າມ​ມື​ລ່າມ​ຕີນ​ຂອງ​ມັນ ແລະ ຈັດ​ຄົນເຝົ້າຍາມ, ມັນ​ກໍ​ຫັກ​ໂສ້​ຖິ້ມ ແລະ ຜີມານຮ້າຍ​ໄດ້​ບີບບັງຄັບ​ລາວ​ໃຫ້​ອອກ​ໄປ​ຢູ່​ໃນ​ບ່ອນ​ທີ່​ປ່ຽວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka