Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:29 - ພຣະຄຳພີລາວສະບັບສະໄໝໃໝ່

29 ເພາະວ່າ​ພຣະເຢຊູເຈົ້າ​ໄດ້​ສັ່ງ​ວິນຍານສົກກະປົກ​ໃຫ້​ອອກ​ມາ​ຈາກ​ຊາຍ​ຄົນ​ນີ້. ວິນຍານສົກກະປົກ​ໄດ້​ສິງ​ລາວ​ຫລາຍ​ເທື່ອ​ແລ້ວ ເຖິງ​ວ່າ​ເອົາ​ໂສ້​ລ່າມ​ມື​ລ່າມ​ຕີນ​ຂອງ​ມັນ ແລະ ຈັດ​ຄົນເຝົ້າຍາມ, ມັນ​ກໍ​ຫັກ​ໂສ້​ຖິ້ມ ແລະ ຜີມານຮ້າຍ​ໄດ້​ບີບບັງຄັບ​ລາວ​ໃຫ້​ອອກ​ໄປ​ຢູ່​ໃນ​ບ່ອນ​ທີ່​ປ່ຽວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

29 ມັນ​ເວົ້າ​ດັ່ງນັ້ນ ກໍ​ເພາະ​ພຣະອົງ​ໄດ້​ສັ່ງ​ຜີຊົ່ວຮ້າຍ​ໃຫ້​ອອກ​ໄປ​ຈາກ​ຄົນ​ນັ້ນ. (ດ້ວຍວ່າ, ມັນ​ໄດ້​ກຸມ​ເອົາ​ຄົນ​ນັ້ນ​ໄປ​ຫລາຍ​ເທື່ອ ແລະ​ເຄີຍ​ມັດ​ດ້ວຍ​ເຊືອກ ແລະ​ຖືກ​ລ່າມໂສ້​ຂັງ​ໄວ້, ແຕ່​ມັນ​ກໍ​ຫັກ​ເຄື່ອງ​ມັດ​ນັ້ນ​ເສຍ ແລ້ວ​ບັງຄັບ​ໃຫ້​ເຂົ້າ​ໄປ​ໃນ​ປ່າ.)

Uka jalj uñjjattʼäta Copia luraña




ລູກາ 8:29
9 Jak'a apnaqawi uñst'ayäwi  

ເພາະ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ມັນ​ວ່າ, “ວິນຍານສົກກະປົກ ຈົ່ງ​ອອກ​ມາ​ຈາກ​ຊາຍ​ຄົນ​ນີ້!”


ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ, ລາວ​ກໍ​ຮ້ອງ​ຂຶ້ນ ແລະ ໝອບ​ລົງ​ທີ່​ຕີນ​ຂອງ​ພຣະອົງ​ແລ້ວ​ຮ້ອງ​ສຸດ​ສຽງ​ວ່າ, “ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພຣະອົງ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ຢ່າ​ທໍລະມານ​ຂ້ານ້ອຍ​ເລີຍ!”


ພຣະເຢຊູເຈົ້າ​ໄດ້​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່​ກອງທັບ”, ເພາະ​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່​ໃນ​ລາວ.


ມີ​ວິນຍານ​ເຂົ້າ​ສິງ​ລາວ ແລະ ລາວ​ກໍ​ຮ້ອງ​ຂຶ້ນ​ທັນທີ, ມັນ​ເຮັດ​ໃຫ້​ລາວ​ຊັກດິ້ນ​ຢ່າງ​ແຮງ​ຈົນ​ນໍ້າລາຍ​ຟູມ​ປາກ. ມັນ​ບໍ່​ຍອມ​ອອກ​ຈາກ​ໂຕ​ລາວ​ເລີຍ ແລະ ມັນ​ທຳລາຍ​ລາວ.


ແມ່ນ​ແຕ່​ໃນ​ຂະນະ​ທີ່​ເດັກນ້ອຍ​ນັ້ນ​ກຳລັງ​ມາ ວິນຍານສົກກະປົກ​ໄດ້​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມ​ຊັກດິ້ນ​ລົງ​ພື້ນດິນ​ກິ້ງເກືອກ​ໄປ​ມາ. ແຕ່​ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ນັ້ນ​ໃຫ້​ອອກ​ໄປ ແລະ ຮັກສາ​ເດັກນ້ອຍ​ຄົນ​ນັ້ນ​ໃຫ້​ຫາຍດີ ແລ້ວ​ສົ່ງ​ຄືນ​ໃຫ້​ພໍ່​ຂອງ​ລາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka