Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ພຣະອົງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ຢູ່​ໃສ?” ພວກເພິ່ນ​ຢ້ານ ແລະ ປະຫລາດໃຈ​ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ນໍ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງ​ເພິ່ນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ແລ້ວ​ພຣະອົງ​ກໍ​ຖາມ​ພວກ​ສາວົກ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ໄປ​ໃສ​ໝົດ?” ແຕ່​ພວກເພິ່ນ​ງຶດ​ປະຫລາດ​ໃຈ​ແລະ​ຢ້ານ ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ໜໍ? ທີ່​ສັ່ງ​ລົມ​ກັບ​ຟອງນໍ້າ ແລະ​ພວກ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”

Uka jalj uñjjattʼäta Copia luraña




ລູກາ 8:25
16 Jak'a apnaqawi uñst'ayäwi  

ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ຍື່ນ​ມື​ຂອງ​ພຣະອົງ​ຈັບ​ເພິ່ນ​ໄວ້ ແລະ ກ່າວ​ວ່າ, “ເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ສົງໄສ?”


ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ນ້ອຍ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ພວກເຈົ້າ​ກໍ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນນີ້​ໄປ​ຢູ່​ບ່ອນ​ນັ້ນ’ ມັນ​ກໍ​ຈະ​ເຄື່ອນ​ໄປ. ຈະ​ບໍ່​ມີ​ສິ່ງໃດ​ທີ່​ເປັນ​ໄປ​ບໍ່​ໄດ້​ສຳລັບ​ພວກເຈົ້າ”.


ຖ້າ​ພຣະເຈົ້າ​ຕົບແຕ່ງ​ຕົ້ນຫຍ້າ​ທີ່​ຢູ່​ໃນ​ທົ່ງ, ເຊິ່ງ​ເປັນຢູ່​ໃນ​ບ່ອນນີ້​ວັນນີ້ ແລະ ມື້ອື່ນ​ກໍ​ຈະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃສ່​ໄຟ, ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ! ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍ​ກວ່າ​ນັ້ນ​ອີກ​ບໍ?


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ. ພຣະອົງ​ກໍ​ປະຫລາດໃຈ ແລະ ກ່າວ​ກັບ​ບັນດາ​ຜູ້​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ບໍ່​ເຄີຍ​ພົບ​ຜູ້ໃດ​ໃນ​ອິດສະຣາເອນ​ທີ່​ມີ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້.


ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ?” ແລ້ວ​ພຣະອົງ​ລຸກຂຶ້ນ​ສັ່ງຫ້າມ​ລົມ ແລະ ຄື້ນທະເລ, ແລ້ວ​ລົມພະຍຸ ແລະ ຄື້ນທະເລ​ກໍ​ສະຫງົບ​ລົງ.


ໃນ​ຕອນຄ່ຳ​ຂອງ​ວັນ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ເທາະ”.


ຖ້າ​ພຣະເຈົ້າ​ຕົບແຕ່ງ​ຕົ້ນຫຍ້າ​ທີ່​ຢູ່​ໃນ​ທົ່ງ ເຊິ່ງ​ເປັນຢູ່​ໃນ​ບ່ອນນີ້​ວັນນີ້ ແລະ ມື້ອື່ນ​ກໍ​ຈະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃສ່​ໄຟ, ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ! ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍ​ກວ່າ​ນັ້ນ​ອີກ​ບໍ?


ພວກສາວົກ​ຈຶ່ງ​ໄປ​ຫາ ແລະ ປຸກ​ພຣະອົງ ໂດຍ​ເວົ້າ​ວ່າ, “ນາຍ, ນາຍ​ເອີຍ, ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນ້ຳ​ແລ້ວ!” ພຣະອົງ​ກໍ​ລຸກຂຶ້ນ​ສັ່ງຫ້າມ​ລົມພະຍຸ ແລະ ຄື້ນທະເລ, ລົມພະຍຸ​ກໍ​ຢຸດ​ສະຫງົບ​ລົງ​ທັນທີ ແລະ ທຸກ​ຢ່າງ​ກໍ​ມິດ​ງຽບສະຫງົບ.


ເມື່ອ​ພວກເພິ່ນ​ຂີ່​ເຮືອ​ມາ​ເຖິງ​ເຂດແດນ​ເຄຣາເຊນ, ເຊິ່ງ​ຢູ່​ຄົນ​ລະ​ຟາກ​ກັບ​ຄາລີເລ.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຈະ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka