Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:24 - ພຣະຄຳພີລາວສະບັບສະໄໝໃໝ່

24 ພວກສາວົກ​ຈຶ່ງ​ໄປ​ຫາ ແລະ ປຸກ​ພຣະອົງ ໂດຍ​ເວົ້າ​ວ່າ, “ນາຍ, ນາຍ​ເອີຍ, ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນ້ຳ​ແລ້ວ!” ພຣະອົງ​ກໍ​ລຸກຂຶ້ນ​ສັ່ງຫ້າມ​ລົມພະຍຸ ແລະ ຄື້ນທະເລ, ລົມພະຍຸ​ກໍ​ຢຸດ​ສະຫງົບ​ລົງ​ທັນທີ ແລະ ທຸກ​ຢ່າງ​ກໍ​ມິດ​ງຽບສະຫງົບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

24 ພວກ​ສາວົກ​ຈຶ່ງ​ໄປ​ຫາ​ພຣະເຢຊູເຈົ້າ ແລ້ວ​ປຸກ​ພຣະອົງ​ໃຫ້​ລຸກ​ຂຶ້ນ ໂດຍ​ເວົ້າ​ວ່າ, “ພຣະອາຈານ​ເອີຍ, ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ກຳລັງ​ຈະ​ຕາຍ​ຢູ່​ແລ້ວ.” ພຣະເຢຊູເຈົ້າ​ລຸກ​ຂຶ້ນ​ສັ່ງ​ຫ້າມ​ລົມ​ແລະ​ຟອງນໍ້າ ລົມ​ແລະ​ຟອງນໍ້າ​ກໍ​ມິດງຽບ​ລົງ ແລະ​ມີ​ຄວາມ​ງຽບ​ສະຫງົບ​ທັນທີ.

Uka jalj uñjjattʼäta Copia luraña




ລູກາ 8:24
19 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ເພິ່ນ​ເຫັນ​ລົມ​ພັດ​ມາ​ແຮງ​ກໍ​ຢ້ານ ແລະ ເມື່ອ​ກຳລັງ​ຈະ​ຈົມ​ກໍ​ຮ້ອງ​ຂຶ້ນ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຊ່ວຍ​ຂ້ານ້ອຍ​ແດ່​ທ້ອນ!”


ພວກສາວົກ​ໄດ້​ມາ​ປຸກ​ພຣະອົງ​ພ້ອມ​ທັງ​ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຊ່ວຍ​ພວກຂ້ານ້ອຍ​ແດ່​ທ້ອນ! ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນໍ້າ​ແລ້ວ!”


ພຣະອົງ​ຈຶ່ງ​ຕື່ນ​ຂຶ້ນ​ມາ, ສັ່ງຫ້າມ​ລົມພະຍຸ ແລະ ຄື້ນທະເລ​ວ່າ, “ຈົ່ງ​ມິດ! ງຽບສະຫງົບ​ແມ!” ແລ້ວ​ລົມພະຍຸ​ກໍ​ຢຸດ​ພັດ ແລະ ຄື້ນທະເລ​ກໍ​ສະຫງົບ​ລົງ.


ພຣະເຢຊູເຈົ້າ​ສັ່ງ​ຢ່າງ​ເດັດຂາດ​ວ່າ, “ມິດງຽບ! ຈົ່ງ​ອອກ​ມາ​ຈາກ​ລາວ​ດຽວ​ນີ້!” ແລ້ວ​ຜີມານຮ້າຍ​ໄດ້​ເຮັດ​ໃຫ້​ຄົນ​ນີ້​ລົ້ມລົງ​ຕໍ່ໜ້າ​ພວກເຂົາ​ທັງໝົດ ແລະ ອອກ​ໄປ​ຈາກ​ລາວ​ໂດຍ​ບໍ່​ໄດ້​ເຮັດ​ອັນຕະລາຍ​ແຕ່​ຢ່າງໃດ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ໂນ້ມ​ໂຕ​ລົງ ແລະ ສັ່ງ​ຫ້າມ​ໄຂ້​ນັ້ນ ແລ້ວ​ໄຂ້​ນັ້ນ​ກໍ​ຫາຍ​ໄປ​ຈາກ​ນາງ. ນາງ​ຈຶ່ງ​ລຸກຂຶ້ນ​ທັນທີ ແລະ ເລີ່ມ​ຮັບໃຊ້​ພຣະອົງ​ກັບ​ພວກສາວົກ.


ຊີໂມນ​ຕອບ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ຫາປາ​ຢ່າງ​ໜັກໜ່ວງ​ມາ​ຕະຫລອດ​ຄືນ ແລະ ຈັບ​ປາ​ບໍ່​ໄດ້​ປາ​ຈັກ​ໂຕ. ແຕ່​ເພາະ​ພຣະອົງ​ບອກ​ຢ່າງ​ນັ້ນ ຂ້ານ້ອຍ​ກໍ​ຈະ​ຢ່ອນ​ມອງ​ລົງ”.


ພຣະອົງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ຢູ່​ໃສ?” ພວກເພິ່ນ​ຢ້ານ ແລະ ປະຫລາດໃຈ​ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ນໍ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງ​ເພິ່ນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka