Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ວັນ​ໜຶ່ງ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ອີກ​ຟາກ​ໜຶ່ງ​ເທາະ”. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ພາກັນ​ຂີ່​ເຮືອ​ອອກ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ຢູ່ມາ​ວັນໜຶ່ງ ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ເຮືອ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ແລະ​ກ່າວ​ກັບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ຟາກ​ນັ້ນ​ເທາະ.” ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ຖອຍ​ເຮືອ​ອອກ​ໄປ.

Uka jalj uñjjattʼäta Copia luraña




ລູກາ 8:22
12 Jak'a apnaqawi uñst'ayäwi  

ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັດ​ໃຫ້​ພວກສາວົກ​ເຂົ້າ​ໄປ​ໃນ​ເຮືອ ແລະ ຂ້າມ​ຟາກ​ໄປ​ລ່ວງໜ້າກ່ອນ​ພຣະອົງ, ໃນຂະນະ​ທີ່​ພຣະອົງ​ໄດ້​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ​ປະຊາຊົນ​ມາ​ອ້ອມຮອບ​ພຣະອົງ​ຢູ່, ພຣະອົງ​ຈຶ່ງ​ສັ່ງ​ໃຫ້​ຂ້າມ​ທະເລສາບ​ໄປ​ອີກ​ຟາກ​ໜຶ່ງ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຂີ່​ເຮືອ​ຂ້າມ​ຟາກ​ທະເລສາບ​ກັບ​ມາ​ອີກ, ຂະນະ​ທີ່​ພຣະອົງ​ຢູ່​ທີ່​ແຄມ​ທະເລສາບ​ນັ້ນ ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ.


ໃນທັນໃດ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັດ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເຂົ້າ​ໄປ​ໃນ​ເຮືອ ແລະ ຂ້າມ​ຟາກ​ໄປ​ຍັງ​ເມືອງ​ເບັດຊາອີດາ​ລ່ວງໜ້າກ່ອນ​ພຣະອົງ, ໃນຂະນະ​ທີ່​ພຣະອົງ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.


ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ກັບ​ລົງ​ໄປ​ໃນ​ເຮືອ ແລະ ຂ້າມ​ທະເລສາບ​ໄປ​ຍັງ​ຟາກ​ອື່ນ.


ວັນ​ໜຶ່ງ​ຂະນະ​ທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ​ໂດຍ​ມີ​ປະຊາຊົນ​ກຳລັງ​ຫຸ້ມ​ອ້ອມ​ພຣະອົງ ເພື່ອ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ,


ໃນ​ຂະນະ​ທີ່​ພວກເພິ່ນ​ຂີ່​ເຮືອ​ຂ້າມ​ໄປ​ນັ້ນ ພຣະເຢຊູເຈົ້າ​ໄດ້​ນອນຫລັບ. ເກີດ​ມີ​ລົມພະຍຸ​ຮຸນແຮງ​ພັດ​ລົງ​ມາ​ກາງ​ທະເລສາບ ຈົນ​ຄື້ນນໍ້າ​ຊັດ​ເຂົ້າ​ເຮືອ ແລະ ພວກເພິ່ນ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ​ຢ່າງ​ໃຫຍ່.


ແລ້ວ​ພວກ​ຜີມານຮ້າຍ​ຈຶ່ງ​ອອກ​ຈາກ​ຊາຍ​ຄົນ​ນັ້ນ​ເຂົ້າ​ໄປ​ສິງ​ໃນ​ໝູ ແລ້ວ​ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕະລິ່ງຊັນ​ໂຕນ​ລົງ​ທະເລສາບ​ຈົມນ້ຳ​ຕາຍ​ໝົດ.


ຕໍ່ມາ ພຣະເຢຊູເຈົ້າ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ທະເລສາບ​ຄາລີເລ (ຄື​ທະເລ​ຕີເບເຣຍ),


ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ​ຈາກ​ເມືອງ​ອາຣະມິດ ເຊິ່ງ​ກຳລັງ​ຈະ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ຊາຍ​ຝັ່ງ​ຂອງ​ແຂວງ​ເອເຊຍ, ແລ້ວ​ພວກເຮົາ​ກໍ​ອອກ​ໄປ​ສູ່​ທະເລ. ອາຣິດຕາໂຂ ຊາວ​ມາເກໂດເນຍ​ທີ່​ມາ​ຈາກ​ເມືອງ​ເທສະໂລນິກ​ກໍ​ຢູ່​ກັບ​ພວກເຮົາ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka