Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ພ້ອມ​ກັບ​ບັນດາ​ແມ່ຍິງ​ທີ່​ພຣະອົງ​ໄດ້​ຮັກສາ​ໃຫ້​ພົ້ນ​ຈາກ​ວິນຍານຊົ່ວຮ້າຍ ແລະ ຫາຍດີ​ຈາກ​ພະຍາດ​ຕ່າງໆ​ຄື: ມາຣີ (ຜູ້​ທີ່​ເອີ້ນ​ວ່າ​ຊາວ​ມັກດາລາ) ຜູ້​ທີ່​ພຣະອົງ​ຂັບໄລ່​ວິນຍານຊົ່ວຮ້າຍ​ເຈັດ​ໂຕ​ອອກ​ຈາກ​ນາງ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພ້ອມ​ດ້ວຍ​ພວກ​ແມ່ຍິງ​ບາງຄົນ​ທີ່​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຜີຊົ່ວຮ້າຍ ແລະ​ໃຫ້​ຫາຍ​ດີ​ຈາກ​ພະຍາດ​ຕ່າງໆ​ຄື ມາຣີ (ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ໄທ​ມັກດາລາ) ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ,

Uka jalj uñjjattʼäta Copia luraña




ລູກາ 8:2
11 Jak'a apnaqawi uñst'ayäwi  

ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ເມື່ອ​ວັນຊະບາໂຕ​ຜ່ານພົ້ນ​ໄປ​ແລ້ວ ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ນາງ​ຊາໂລເມ​ກໍ​ຊື້​ເຄື່ອງຫອມ​ເພື່ອ​ເອົາ​ໄປ​ຫົດສົງ​ສົບ​ຂອງ​ພຣະເຢຊູເຈົ້າ.


ເມື່ອ​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ, ພຣະອົງ​ໄດ້​ປາກົດ​ແກ່​ນາງ​ມາຣີ​ຊາວ​ມັກດາລາ​ເປັນ​ຜູ້ທຳອິດ ຄື​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ​ນັ້ນ.


ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ລວມ​ທັງ​ພວກ​ແມ່ຍິງ​ທີ່​ຕີ​ເອິກ​ຮ້ອງໄຫ້​ຄ່ຳຄວນ​ສຽງດັງ​ເພາະ​ພຣະອົງ.


ແຕ່​ທຸກຄົນ​ທີ່​ຮູ້ຈັກ​ພຣະອົງ, ລວມ​ທັງ​ພວກແມ່ຍິງ​ທີ່​ຕິດຕາມ​ພຣະອົງ​ມາ​ຈາກ​ຄາລີເລ ຕ່າງ​ກໍ​ຢືນ​ເຝົ້າ​ເບິ່ງ​ສິ່ງ​ເຫລົ່ານີ້​ຢູ່​ຫ່າງໆ.


ສ່ວນ​ພວກແມ່ຍິງ​ທີ່​ຕິດຕາມ​ພຣະເຢຊູເຈົ້າ​ຈາກ​ຄາລີເລ​ມາ ກໍ​ໄດ້​ຕິດຕາມ​ໂຢເຊັບ​ໄປ ແລະ ໄດ້​ເຫັນ​ອຸບມຸງ​ຕະຫລອດ​ຈົນ​ໄດ້​ເຫັນ​ວ່າ​ເພິ່ນ​ວາງ​ສົບ​ຂອງ​ພຣະອົງ​ໄວ້​ໃນ​ອຸບມຸງ​ຢ່າງໃດ.


ພຣະເຢຊູເຈົ້າ​ໄດ້​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່​ກອງທັບ”, ເພາະ​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່​ໃນ​ລາວ.


ຜູ້​ທີ່​ຢືນ​ຢູ່​ໃກ້​ໄມ້ກາງແຂນ​ຂອງ​ພຣະເຢຊູເຈົ້າ​ນັ້ນ​ມີ​ແມ່​ຂອງ​ພຣະອົງ, ນ້າສາວ​ຂອງ​ພຣະອົງ, ມາຣີ​ເມຍ​ຂອງ​ກະໂລປາ ແລະ ມາຣີ​ຊາວ​ມັກດາລາ.


ພວກເພິ່ນ​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ອະທິຖານ​ຢ່າງ​ສະໝໍ່າສະເໝີ​ໂດຍ​ມີ​ພວກແມ່ຍິງ, ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ ພວກ​ນ້ອງຊາຍ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka