Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ເຫດສະນັ້ນ ຈົ່ງ​ພິຈາລະນາ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຟັງ​ໃຫ້​ດີ. ດ້ວຍ​ວ່າ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມ​ຂຶ້ນ​ອີກ; ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ຄິດ​ວ່າ​ພວກເຂົາ​ມີ​ຢູ່​ນັ້ນ​ກໍ​ຈະ​ຖືກ​ເອົາ​ໄປ​ຈາກ​ພວກເຂົາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 “ເຫດສະນັ້ນ ຈົ່ງ​ລະວັງ​ໃຫ້​ດີ​ວ່າ ພວກເຈົ້າ​ຟັງ​ດ້ວຍ​ທ່າທີ​ຢ່າງ​ໃດ ເພາະ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ຊົງ​ເພີ່ມ​ເຕີມ​ໃຫ້​ອີກ, ແຕ່​ຜູ້ໃດ​ທີ່​ບໍ່ມີ ແມ່ນແຕ່​ສິ່ງ​ທີ່​ຕົນ​ຄິດ​ວ່າ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ເສຍ​ຈາກ​ລາວ.”

Uka jalj uñjjattʼäta Copia luraña




ລູກາ 8:18
25 Jak'a apnaqawi uñst'ayäwi  

ຜູ້ໃດ​ກໍ​ຕາມ​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ເພີ່ມເຕີມ​ອີກ ແລະ ພວກເຂົາ​ຈະ​ມີ​ຢ່າງ​ອຸດົມສົມບູນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ມີ, ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ.


ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ຂຶ້ນ​ອີກ ແລະ ພວກເຂົາ​ຈະ​ມີ​ຢ່າງ​ອຸດົມສົມບູນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ.


“ເມື່ອ​ພວກເຈົ້າ​ເຫັນ ‘ສິ່ງ​ທີ່​ໜ້າກຽດໜ້າຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ’ ຕັ້ງ​ຢູ່​ໃນ​ບ່ອນ​ບໍ່​ສົມຄວນ​ຈະ​ຕັ້ງ (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ) ແລ້ວ​ໃຫ້​ບັນດາ​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໜີ​ໄປ​ທີ່​ພູເຂົາ​ທັງຫລາຍ.


“ເພິ່ນ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ວ່າ, ທຸກຄົນ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ອີກ, ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ກໍ​ຈະ​ຖືກ​ຍົກ​ເອົາ​ໄປ.


“ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ບອກ​ພວກເຈົ້າ​ໃຫ້​ດີ​ຄື: ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ”.


ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ.


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສົ່ງ​ຄົນ​ໄປ​ເຊີນ​ທ່ານ​ທັນທີ ແລະ ດີ​ແທ້ໆ​ທີ່​ທ່ານ​ກໍ​ກະລຸນາ​ມາ. ບັດນີ້ ພວກຂ້ານ້ອຍ​ທັງຫລາຍ​ກໍ​ຢູ່​ທີ່​ນີ້​ພ້ອມ​ກັນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ຮັບຟັງ​ທຸກໆ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ທ່ານ​ໃຫ້​ບອກ​ພວກຂ້ານ້ອຍ”.


ຄົນຢິວ​ໃນ​ເມືອງ​ເບເຣຍ​ມີ​ຈິດໃຈ​ດີ​ງາມ​ກວ່າ​ຊາວ​ເທສະໂລນິກ ເພາະ​ພວກເຂົາ​ໄດ້​ຮັບ​ຟັງ​ຖ້ອຍຄຳ​ດ້ວຍ​ຄວາມ​ກະຕືລືລົ້ນ ແລະ ສຶກສາ​ພຣະຄຳພີ​ທຸກ​ວັນ ເພື່ອ​ກວດ​ເບິ່ງ​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມ​ຈິງ.


ເພາະ​ໂດຍ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ເຮົາ ເຮົາ​ຂໍ​ກ່າວ​ແກ່​ພວກເຈົ້າ​ທຸກຄົນ​ວ່າ: ຢ່າ​ຄິດ​ປະເມີນ​ຕົນ​ເອງ​ສູງ​ເກີນກວ່າ​ທີ່​ຄວນ ແຕ່​ຈົ່ງ​ຄິດ​ປະເມີນ​ຕົນ​ຢ່າງ​ມີ​ສະຕິ​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ແຕ່ລະຄົນ​ນັ້ນ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຜູ້ທຳນວາຍ ຫລື ມີ​ຂອງປະທານ​ຈາກ​ພຣະວິນຍານ ກໍ​ໃຫ້​ພວກເຂົາ​ຍອມຮັບ​ວ່າ​ຂໍ້ຄວາມ​ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ທັງຫລາຍ​ນັ້ນ​ເປັນ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ.


ຢ່າ​ຫລອກລວງ​ຕົນເອງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຄິດວ່າ​ຕົນ​ເປັນ​ຄົນສະຫລາດ​ຕາມ​ມາດຕະຖານ​ຂອງ​ຄົນ​ຍຸກ​ນີ້ ຜູ້​ນັ້ນ​ກໍ​ຄວນ​ຈະ​ກາຍ​ເປັນ “ຄົນໂງ່” ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຄົນສະຫລາດ.


ຜູ້ໃດ​ທີ່​ຄິດ​ວ່າ​ຕົນເອງ​ຮູ້​ບາງສິ່ງ​ແລ້ວ ຜູ້​ນັ້ນ​ຍັງ​ບໍ່​ຮູ້​ຕາມ​ທີ່​ຕົນ​ຄວນ​ຈະ​ຮູ້.


ເຖິງແມ່ນວ່າ ເຮົາ​ເອງ​ມີ​ເຫດຜົນ​ຫລາຍ​ປະການ​ທີ່​ຈະ​ໝັ້ນໃຈ​ເຊັ່ນ​ນັ້ນ. ຖ້າ​ຄົນ​ໃດ​ຄິດ​ວ່າ​ຕົນ​ມີ​ເຫດຜົນ​ທີ່​ຈະ​ໝັ້ນໃຈ​ໃນ​ເນື້ອໜັງ​ນັ້ນ ເຮົາ​ກໍ​ມີ​ຫລາຍ​ກວ່າ​ຄື:


ເຫດສະນັ້ນ ພວກເຮົາ​ຕ້ອງ​ເອົາໃຈໃສ່​ຢ່າງ​ລະມັດລະວັງ​ທີ່ສຸດ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ, ເພື່ອວ່າ​ພວກເຮົາ​ຈະ​ບໍ່​ໄດ້​ຫລົງທາງ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka