Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ​ຄື​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ດີ ແລະ ສູງສົ່ງ, ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ຮັບໄວ້ ແລະ ດ້ວຍ​ຄວາມອົດທົນ​ຈຶ່ງ​ເກີດຜົນ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ ແລະ​ຢຶດຖື​ເອົາ​ໄວ້​ດ້ວຍ​ໃຈ​ສັດຊື່​ແລະ​ເຊື່ອຟັງ ຈຶ່ງ​ທົນ​ໄດ້​ຈົນ​ເກີດຜົນ.”

Uka jalj uñjjattʼäta Copia luraña




ລູກາ 8:15
40 Jak'a apnaqawi uñst'ayäwi  

ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ


ພຣະອົງ​ຕອບ​ວ່າ, “ພຣະພອນ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ເຊື່ອຟັງ​ຫລາຍ​ກວ່າ”.


ຄົນດີ​ຍ່ອມ​ນຳ​ສິ່ງ​ດີ​ອອກ​ມາ​ຈາກ​ຄວາມດີ​ທີ່​ສະສົມ​ໄວ້​ໃນ​ໃຈ​ຂອງ​ຕົນ, ສ່ວນ​ຄົນຊົ່ວ​ກໍ​ນຳ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄວາມຊົ່ວ​ທີ່​ສະສົມ​ໄວ້​ໃນ​ໃຈ​ຂອງ​ຕົນ. ເພາະ​ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງ​ໃດ​ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.


ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ​ຄື​ຜູ້​ທີ່​ໄດ້​ຍິນ ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນຊີວິດ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ​ນັ້ນ ພວກເຂົາ​ກໍ​ຖືກ​ຄວາມກັງວົນ​ໃນ​ຊີວິດ, ຄວາມຮັ່ງມີ ແລະ ຄວາມສະໜຸກສະໜານ​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ພວກເຂົາ​ຈຶ່ງ​ບໍ່​ເປັນ​ຜູ້ໃຫຍ່.


“ບໍ່​ມີ​ຜູ້ໃດ​ເມື່ອ​ໄຕ້​ຕະກຽງ​ແລ້ວ​ຈະ​ເອົາ​ເຂົ້າ​ໄວ້​ໃນ​ໄຫ ຫລື ວາງ​ໄວ້​ກ້ອງ​ຕຽງນອນ. ແຕ່​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ​ເພື່ອ​ວ່າ​ຄົນ​ທັງຫລາຍ​ທີ່​ເຂົ້າ​ມາ​ຈະ​ໄດ້​ເຫັນ​ແສງສະຫວ່າງ.


“ຖ້າ​ພວກເຈົ້າ​ຮັກ​ເຮົາ ຈົ່ງ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ເຮົາ.


ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ໃນ​ຄວາມຮັກ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ແຕ່​ບັດນີ້​ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມບາບ​ແລ້ວ ແລະ ໄດ້​ກາຍເປັນ​ຂ້າທາດ​ຂອງ​ພຣະເຈົ້າ​ແລ້ວ, ປະໂຫຍດ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ນຳ​ໄປ​ສູ່​ຄວາມບໍລິສຸດ ແລະ ຜົນ​ທີ່​ໄດ້​ຮັບ​ກໍ​ຄື​ຊີວິດ​ນິລັນດອນ.


ເພາະ​ເຮົາ​ຮູ້​ວ່າ​ບໍ່​ມີ​ສິ່ງ​ດີ​ອັນໃດ​ຢູ່​ໃນ​ໂຕ​ເຮົາ, ນັ້ນ​ກໍ​ຄື ທຳມະຊາດ​ບາບ​ຂອງ​ເຮົາ​ທີ່​ຢູ່​ໃນ. ເພາະວ່າ​ເຮົາ​ປາຖະໜາ​ຈະ​ເຮັດ​ສິ່ງ​ທີ່​ດີ ແຕ່​ເຮົາ​ເຮັດ​ບໍ່​ໄດ້.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ກໍ​ເໝືອນກັນ​ໄດ້​ຕາຍ​ຈາກ​ກົດບັນຍັດ​ໂດຍ​ທາງ​ກາຍ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ໜຶ່ງ​ອີກ​ຄື ເປັນ​ຂອງ​ພຣະອົງ​ຜູ້​ທີ່​ເປັນຄືນມາຈາກຕາຍ ເພື່ອ​ວ່າ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແກ່​ພຣະເຈົ້າ.


ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ຍັງ​ບໍ່​ມີ ພວກເຮົາ​ກໍ​ຈະ​ຄອຍຖ້າ​ສິ່ງ​ນັ້ນ​ດ້ວຍ​ຄວາມອົດທົນ.


ການ​ທີ່​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ສຳຄັນ​ຫຍັງ. ແຕ່​ສິ່ງ​ສຳຄັນ​ແມ່ນ​ການປະຕິບັດ​ຕາມ​ພຣະບັນຍັດ​ຂອງ​ພຣະເຈົ້າ.


ດ້ວຍວ່າ ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ໂດຍ​ພຣະຄຸນ​ຜ່ານ​ທາງ​ຄວາມເຊື່ອ ແລະ ຄວາມລອດພົ້ນ​ນີ້​ບໍ່​ໄດ້​ມາ​ຈາກ​ພວກເຈົ້າເອງ, ແຕ່​ເປັນ​ຂອງປະທານ​ຈາກ​ພຣະເຈົ້າ


ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ນັ້ນ. ໃນ​ທຳນອງ​ດຽວ​ກັນ​ນັ້ນ ຂ່າວປະເສີດ​ນີ້​ກໍ​ກຳລັງ​ເກີດຜົນ ແລະ ຂະຫຍາຍ​ໄປ​ທົ່ວ​ໂລກ ເໝືອນ​ທີ່​ກຳລັງ​ມີ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້​ຍິນ​ຂ່າວປະເສີດ ແລະ ເຂົ້າໃຈ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ.


ພວກເຈົ້າ​ທັງຫລາຍ​ຈໍາເປັນ​ຕ້ອງ​ມີ​ຄວາມອົດທົນ​ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້


ເຫດສະນັ້ນ ພວກເຮົາ​ຕ້ອງ​ເອົາໃຈໃສ່​ຢ່າງ​ລະມັດລະວັງ​ທີ່ສຸດ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ, ເພື່ອວ່າ​ພວກເຮົາ​ຈະ​ບໍ່​ໄດ້​ຫລົງທາງ​ໄປ.


ຈົ່ງ​ໃຫ້​ຄວາມອົດທົນ​ບັນລຸ​ເຖິງ​ເປົ້າໝາຍ​ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ຜູ້​ໃຫຍ່​ຂຶ້ນ ແລະ ຄວບຖ້ວນ​ໂດຍ​ບໍ່​ຂາດ​ຫຍັງ.


ຖ້າ​ພວກເຮົາ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ພຣະອົງ ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ຮູ້ຈັກ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka