Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ​ຄື​ຜູ້​ທີ່​ໄດ້​ຍິນ ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນຊີວິດ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ​ນັ້ນ ພວກເຂົາ​ກໍ​ຖືກ​ຄວາມກັງວົນ​ໃນ​ຊີວິດ, ຄວາມຮັ່ງມີ ແລະ ຄວາມສະໜຸກສະໜານ​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ພວກເຂົາ​ຈຶ່ງ​ບໍ່​ເປັນ​ຜູ້ໃຫຍ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເມັດ​ທີ່​ຕົກ​ໃສ່​ທ່າມກາງ​ພຸ່ມໜາມ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ, ແຕ່​ພວກເຂົາ​ປ່ອຍ​ໃຫ້​ຄວາມ​ກັງວົນ​ນຳ​ຊັບສົມບັດ ຕະຫລອດ​ທັງ​ຄວາມ​ສະໜຸກ​ຂອງ​ຊີວິດ​ນີ້ ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ແລະ​ຜົນ​ຂອງ​ພວກເຂົາ​ກໍ​ບໍ່​ສຸກ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ລູກາ 8:14
17 Jak'a apnaqawi uñst'ayäwi  

ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້ ແລະ ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ນັ້ນ​ໄວ້​ຈຶ່ງ​ບໍ່​ເກີດຜົນ.


ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້, ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ ແລະ ຕະຫລອດ​ທັງ​ຄວາມປາຖະໜາ​ໃນ​ສິ່ງ​ຕ່າງໆ​ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ໄວ້ ຈຶ່ງ​ເຮັດ​ໃຫ້​ພຣະຄຳ​ບໍ່​ເກີດຜົນ.


“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້”.


“ຈົ່ງ​ລະວັງ​ໃຫ້​ດີ, ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົມ​ຢູ່​ກັບ​ການ​ກິນລ້ຽງ, ດື່ມ​ເຫລົ້າ​ມຶນເມົາ ແລະ ຄວາມກັງວົນ​ຂອງ​ຊີວິດ ແລະ ວັນ​ນັ້ນ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ຢ່າງ​ໄວ​ເໝືອນ​ກັບ​ບ້ວງແຮ້ວ.


ເມັດພືດ​ທີ່​ຕົກ​ໃສ່​ເທິງ​ພື້ນ​ຫີນ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ຮັບ​ເອົາ​ພຣະຄຳ​ດ້ວຍ​ຄວາມຍິນດີ, ແຕ່​ພວກເຂົາ​ບໍ່​ມີ​ຮາກ. ພວກເຂົາ​ເຊື່ອ​ຢູ່​ພຽງ​ຊົ່ວໄລຍະໜຶ່ງ, ແຕ່​ເມື່ອ​ພວກເຂົາ​ຖືກ​ທົດລອງ​ພວກເຂົາ​ກໍ​ລົ້ມເລີກ​ໄປ.


ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ​ຄື​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ດີ ແລະ ສູງສົ່ງ, ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ຮັບໄວ້ ແລະ ດ້ວຍ​ຄວາມອົດທົນ​ຈຶ່ງ​ເກີດຜົນ​ໄດ້.


ບາງເມັດ​ກໍ​ຕົກ​ໃສ່​ທ່າມກາງ​ຟຸ່ມໜາມ ເຊິ່ງ​ຕົ້ນໜາມ​ເຫລົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ ຫຸ້ມຮັດ​ພືດ​ເຫລົ່ານັ້ນ.


ຖ້າ​ຜູ້ໃດ​ບໍ່​ເຂົ້າສະໜິດ​ຢູ່​ໃນ​ເຮົາ ຜູ້​ນັ້ນ​ຈະ​ເປັນ​ເໝືອນ​ກິ່ງ​ໜຶ່ງ​ທີ່​ຖືກ​ຕັດ​ຖິ້ມ ແລະ ຫ່ຽວແຫ້ງ​ໄປ, ກິ່ງ​ເຫລົ່ານີ້​ຈະ​ຖືກ​ເກັບ​ໄປ​ໂຍນຖິ້ມ​ໃສ່​ໄຟ ແລະ ເຜົາໄໝ້.


ຈົ່ງ​ສັ່ງ​ບັນດາ​ຜູ້​ທີ່​ຮັ່ງມີ​ໃນ​ໂລກ​ປັດຈຸບັນ​ນີ້​ບໍ່​ໃຫ້​ຈອງຫອງ ຫລື ມອບ​ຄວາມຫວັງ​ໄວ້​ກັບ​ຊັບສົມບັດ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ແນ່ນອນ, ແຕ່​ໃຫ້​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ພຣະເຈົ້າ​ຜູ້​ຈັດຕຽມ​ທຸກສິ່ງ​ໃຫ້​ພວກເຮົາ​ຢ່າງ​ບໍລິບູນ​ເພື່ອ​ຄວາມປິຕິຍິນດີ​ຂອງ​ພວກເຮົາ.


ເພາະ​ເດມາ​ໄດ້​ຮັກ​ໂລກ​ນີ້, ໄດ້​ປະຖິ້ມ​ເຮົາ​ໄປ​ຍັງ​ເມືອງ​ເທສະໂລນິກ​ແລ້ວ. ເຄເຊັນ​ໄດ້​ໄປ​ຍັງ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ຍັງ​ເມືອງ​ດັນມາເຕຍ.


ເຫດສະນັ້ນ ໃຫ້​ພວກເຮົາ​ຜ່ານ​ຫລັກຄຳສອນ​ເບື້ອງຕົ້ນ​ກ່ຽວກັບ​ພຣະຄຣິດເຈົ້າ ແລະ ຈົ່ງ​ກ້າວໄປ​ສູ່​ຄວາມ​ເປັນ​ຜູ້ໃຫຍ່, ຢ່າ​ວາງ​ພື້ນຖານ​ຂອງ​ການ​ກັບໃຈ​ຊ້ຳ​ອີກ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ ແລະ ໃນ​ເລື່ອງ​ຄວາມເຊື່ອ​ໃນ​ພຣະເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka