Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເມັດພືດ​ທີ່​ຕົກ​ໃສ່​ເທິງ​ພື້ນ​ຫີນ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ຮັບ​ເອົາ​ພຣະຄຳ​ດ້ວຍ​ຄວາມຍິນດີ, ແຕ່​ພວກເຂົາ​ບໍ່​ມີ​ຮາກ. ພວກເຂົາ​ເຊື່ອ​ຢູ່​ພຽງ​ຊົ່ວໄລຍະໜຶ່ງ, ແຕ່​ເມື່ອ​ພວກເຂົາ​ຖືກ​ທົດລອງ​ພວກເຂົາ​ກໍ​ລົ້ມເລີກ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ເມັດ​ທີ່​ຕົກ​ໃສ່​ພື້ນ ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ພວກເຂົາ​ບໍ່​ໃຫ້​ພຣະທຳ​ນັ້ນ ຝັງ​ຮາກ​ລົງ​ເລິກ​ໃນ​ຈິດໃຈ ພວກເຂົາ​ເຊື່ອ​ຢູ່​ແຕ່​ພຽງ​ຊົ່ວຄາວ ແລະ​ເມື່ອ​ພວກເຂົາ​ຖືກ​ການ​ທົດລອງ ກໍ​ລົ້ມເລີກ​ໄປ​ເສຍ.

Uka jalj uñjjattʼäta Copia luraña




ລູກາ 8:13
37 Jak'a apnaqawi uñst'ayäwi  

ເພາະວ່າ​ເຮໂຣດ​ຢ້ານ​ໂຢຮັນ ແລະ ປົກປ້ອງ​ເພິ່ນ​ໄວ້​ເພາະ​ຮູ້​ວ່າ​ເພິ່ນ​ເປັນ​ຜູ້ຊອບທຳ ແລະ ບໍລິສຸດ. ເມື່ອ​ເຮໂຣດ​ໄດ້​ຟັງ​ໂຢຮັນ​ເວົ້າ​ກໍ​ມຶນງົງ​ສົງໄສ ແຕ່​ເພິ່ນ​ກໍ​ຍັງ​ຢາກ​ຟັງ​ໂຢຮັນ.


ເມັດພືດ​ທີ່​ຕົກ​ໃສ່​ຕາມ​ທາງ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ມານຮ້າຍ​ກໍ​ມາ​ເອົາ​ພຣະຄຳ​ໄປ​ຈາກ​ໃຈ​ຂອງ​ພວກເຂົາ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອ ແລະ ໄດ້​ພົ້ນ.


ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ​ຄື​ຜູ້​ທີ່​ໄດ້​ຍິນ ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນຊີວິດ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ​ນັ້ນ ພວກເຂົາ​ກໍ​ຖືກ​ຄວາມກັງວົນ​ໃນ​ຊີວິດ, ຄວາມຮັ່ງມີ ແລະ ຄວາມສະໜຸກສະໜານ​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ພວກເຂົາ​ຈຶ່ງ​ບໍ່​ເປັນ​ຜູ້ໃຫຍ່.


ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ.


ຖ້າ​ຜູ້ໃດ​ບໍ່​ເຂົ້າສະໜິດ​ຢູ່​ໃນ​ເຮົາ ຜູ້​ນັ້ນ​ຈະ​ເປັນ​ເໝືອນ​ກິ່ງ​ໜຶ່ງ​ທີ່​ຖືກ​ຕັດ​ຖິ້ມ ແລະ ຫ່ຽວແຫ້ງ​ໄປ, ກິ່ງ​ເຫລົ່ານີ້​ຈະ​ຖືກ​ເກັບ​ໄປ​ໂຍນຖິ້ມ​ໃສ່​ໄຟ ແລະ ເຜົາໄໝ້.


ໂຢຮັນ​ເປັນ​ຕະກຽງ​ທີ່​ລຸກ ແລະ ໃຫ້​ແສງສະຫວ່າງ ແລ້ວ​ພວກເຈົ້າ​ກໍ​ເລືອກ​ທີ່​ຈະ​ຍິນດີ​ໃນ​ຄວາມສະຫວ່າງ​ຂອງ​ລາວ​ຊົ່ວຂະນະໜຶ່ງ.


ຖ້າຫາກ​ວ່າ​ເຮົາ​ມີ​ຂອງປະທານ​ໃນ​ການທຳນວາຍ ສາມາດ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ ແລະ ຄວາມຮູ້​ທັງໝົດ, ແລະ ຖ້າ​ເຮົາ​ມີ​ຄວາມເຊື່ອ​ທີ່​ສາມາດ​ເຄື່ອນ​ພູເຂົາ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ ເຮົາ​ກໍ​ບໍ່​ມີ​ຄ່າ​ອັນໃດ.


ໂດຍ​ຂ່າວປະເສີດ​ນີ້​ແຫລະ​ພວກເຈົ້າ​ຈຶ່ງ​ໄດ້​ຮັບ​ຄວາມພົ້ນ ຖ້າ​ພວກເຈົ້າ​ຫາກ​ຕັ້ງໝັ້ນ​ຢູ່​ກັບ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າ​ກໍ​ເຊື່ອ​ໂດຍ​ບໍ່ມີ​ປະໂຫຍດ.


ຊາວຄາລາເຕຍ​ຜູ້​ໂງ່ຈ້າ​ເອີຍ! ຜູ້ໃດ​ໃສ່​ຄາຖາ​ພວກເຈົ້າ? ພາບ​ທີ່​ພຣະເຢຊູຄຣິດເຈົ້າ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ກໍ​ຊັດເຈນ​ຢູ່​ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ແລ້ວ.


ພວກເຈົ້າ​ໄດ້​ປະສົບ​ຢ່າງ​ໜັກ​ໂດຍ​ໄຮ້ປະໂຫຍດ​ບໍ ສິ່ງ​ນີ້​ໄຮ້ປະໂຫຍດ​ແທ້ໆ​ບໍ?


ເພື່ອ​ວ່າ​ພຣະຄຣິດເຈົ້າ​ຈະ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ. ແລະ ເຮົາ​ອະທິຖານ​ວ່າ, ເມື່ອ​ພວກເຈົ້າ​ໄດ້​ວາງຮາກ​ລົງ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,


ຖ້າ​ພວກເຈົ້າ​ດໍາເນີນ​ຕໍ່ໄປ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຊິ່ງ​ໄດ້​ວາງຮາກ​ລົງ​ຢ່າງ​ໝັ້ນຄົງ ແລະ ຖາວອນ​ແລ້ວ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ. ນີ້​ແມ່ນ​ຂ່າວປະເສີດ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ປະກາດ​ແກ່​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ສະຫວັນ ແລະ ເຮົາ​ຄື​ໂປໂລ​ໄດ້​ກາຍເປັນ​ຜູ້ຮັບໃຊ້.


ຈົ່ງ​ຢັ່ງຮາກ ແລະ ຮັບ​ການ​ສ້າງ​ຂຶ້ນ​ໃນ​ພຣະອົງ, ຈົ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ​ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ການສອນ​ມາ ແລະ ເຕັມລົ້ນ​ດ້ວຍ​ການຂອບພຣະຄຸນ.


ດ້ວຍເຫດນີ້ ເມື່ອ​ເຮົາ​ບໍ່​ສາມາດ​ທົນ​ຕໍ່ໄປ​ໄດ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ​ມາ​ເບິ່ງ​ຄວາມເຊື່ອ​ຂອງ​ພວກເຈົ້າ. ເຮົາ​ຢ້ານ​ວ່າ​ຜູ້ທົດລອງ​ໄດ້​ລໍ້ລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ແລ້ວ ແລະ ການເຮັດວຽກ​ໜັກ​ຂອງ​ພວກເຮົາ​ກໍ​ອາດ​ຈະ​ເສຍປະໂຫຍດ.


ຈົ່ງ​ຢຶດໝັ້ນ​ໃນ​ຄວາມເຊື່ອ ແລະ ຈິດສຳນຶກ​ອັນ​ດີ ເຊິ່ງ​ມີ​ບາງຄົນ​ໄດ້​ປະຕິເສດ ແລະ ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ຕົນ​ຫລົ້ມ.


ສ່ວນ​ພວກເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຄົນ​ທີ່​ຫລົບຖອຍຫລັງ ແລະ ຖືກ​ທຳລາຍ, ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມເຊື່ອ ແລະ ໄດ້​ຮັບ​ການຊ່ວຍ​ໃຫ້​ພົ້ນ.


ຮ່າງກາຍ​ທີ່​ບໍ່​ມີ​ວິນຍານ ກໍ​ຕາຍ​ແລ້ວ​ສັນໃດ, ດັ່ງນັ້ນ​ຄວາມເຊື່ອ​ທີ່​ບໍ່ມີ​ການປະຕິບັດ ກໍ​ຕາຍ​ແລ້ວ​ສັນນັ້ນ.


ຖ້າ​ພວກເຂົາ​ໄດ້​ໜີ​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ​ມາ​ແລ້ວ​ໂດຍ​ການຮູ້ຈັກ​ກັບ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລ້ວ​ຍັງ​ກັບ​ຄືນ​ໄປ​ພົວພັນ ແລະ ພ່າຍແພ້​ກັບ​ສິ່ງ​ນັ້ນ​ຢູ່ ບັ້ນປາຍ​ຂອງ​ພວກເຂົາ​ກໍ​ກັບ​ຊົ່ວຮ້າຍ​ຍິ່ງ​ກວ່າ​ບັ້ນຕົ້ນ.


ພວກເຂົາ​ກໍ​ເປັນ​ຈິງ​ຕາມ​ສຸພາສິດ​ທີ່​ວ່າ: “ໝາ​ກໍ​ກັບ​ຄືນ​ໄປ​ຫາ​ສິ່ງ​ທີ່​ມັນ​ຮາກ​ອອກ​ມາ” ແລະ “ໝູ​ທີ່​ລ້າງ​ແລ້ວ​ກໍ​ກັບ​ໄປ​ກິ້ງເກືອກ​ໃນ​ຂີ້ຕົມ”.


ພວກເຂົາ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ກໍ​ບໍ່​ແມ່ນ​ຝ່າຍ​ພວກເຮົາ​ແທ້. ເພາະ​ຖ້າ​ພວກເຂົາ​ເປັນ​ຝ່າຍ​ພວກເຮົາ, ພວກເຂົາ​ກໍ​ຄົງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ; ແຕ່​ການ​ໄປ​ຂອງ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ພວກເຂົາ​ບໍ່​ມີ​ຈັກຄົນ​ທີ່​ເປັນ​ຝ່າຍ​ພວກເຮົາ.


ຄົນ​ເຫລົ່ານີ້​ເປັນ​ຮອຍ​ຕຳໜິ​ໃນ​ງານລ້ຽງ​ແຫ່ງ​ຄວາມຮັກ​ຂອງ​ພວກເຈົ້າ ພວກເຂົາ​ຮ່ວມ​ກິນ​ກັບ​ພວກເຈົ້າ​ໂດຍ​ບໍ່​ຢ້ານກົວ​ເລິີຍ ເປັນ​ເໝືອນ​ຄົນລ້ຽງແກະ​ທີ່​ລ້ຽງ​ແຕ່​ຕົນເອງ. ພວກເຂົາ​ເປັນ​ເມກ​ທີ່​ບໍ່​ມີ​ຝົນ, ຖືກ​ພັດ​ໄປ​ຕາມ​ລົມ, ເປັນ​ຕົ້ນໄມ້​ທີ່​ບໍ່​ເກີດຜົນ​ຕາມ​ລະດູ ແລະ ຖືກ​ຖອນ​ຮາກ​ຖອນ​ເຫງົ້າ​ຕາຍ​ແລ້ວ​ຕາຍ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka