11 “ຄວາມໝາຍຂອງຄຳອຸປະມາກໍຄື ເມັດພືດທີ່ຫວ່ານນັ້ນແມ່ນພຣະຄຳຂອງພຣະເຈົ້າ,
11 “ຄຳອຸປະມານັ້ນມີຄວາມໝາຍດັ່ງນີ້: ເມັດພືດນັ້ນ ແມ່ນພຣະທຳຂອງພຣະເຈົ້າ.
“ຈົ່ງຟັງຄວາມໝາຍຂອງຄຳອຸປະມາເລື່ອງຜູ້ຫວ່ານຄື:
ເມື່ອຜູ້ໃດໄດ້ຍິນພຣະຄຳເລື່ອງອານາຈັກ ແລະ ບໍ່ເຂົ້າໃຈ ມານຊົ່ວຮ້າຍກໍມາຍາດເອົາພຣະທຳທີ່ຫວ່ານລົງໃນໃຈຂອງພວກເຂົາໄປ. ນີ້ຄືເມັດພືດທີ່ຫວ່ານຕາມທາງ.
ແລ້ວພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ພວກເຈົ້າບໍ່ເຂົ້າໃຈຄຳອຸປະມານີ້ບໍ? ຖ້າເປັນຢ່າງນັ້ນ ພວກເຈົ້າຈະເຂົ້າໃຈຄຳອຸປະມາເລື່ອງອື່ນໄດ້ຢ່າງໃດ?
ເມັດພືດທີ່ຕົກໃສ່ຕາມທາງຄືຜູ້ທີ່ໄດ້ຍິນ ແລ້ວມານຮ້າຍກໍມາເອົາພຣະຄຳໄປຈາກໃຈຂອງພວກເຂົາ ເພື່ອບໍ່ໃຫ້ພວກເຂົາເຊື່ອ ແລະ ໄດ້ພົ້ນ.
ເຫດສະນັ້ນ ຈົ່ງກຳຈັດຄວາມເປື້ອນເປິທາງສິນທຳທຸກຢ່າງ ແລະ ຄວາມຊົ່ວຊ້າທີ່ແຜ່ຫລາຍ ແລ້ວຖ່ອມໂຕລົງຮັບເອົາພຣະຄຳທີ່ໄດ້ປູກໄວ້ໃນພວກເຈົ້າ ເຊິ່ງສາມາດຊ່ວຍພວກເຈົ້າໃຫ້ພົ້ນໄດ້.