Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 8:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພຣະອົງ​ກ່າວ​ວ່າ, “ສິ່ງ​ເລິກລັບ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ໃຫ້​ພວກເຈົ້າ​ຮູ້ ແຕ່​ສຳລັບ​ຄົນ​ອື່ນ​ນັ້ນ​ເຮົາ​ໄດ້​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ, “‘ເຖິງ​ແມ່ນ​ວ່າ​ພວກເຂົາ​ເບິ່ງ, ພວກເຂົາ​ກໍ​ບໍ່​ເຫັນ ເຖິງ​ແມ່ນ​ວ່າ​ພວກເຂົາ​ຟັງ, ພວກເຂົາ​ກໍ​ບໍ່​ເຂົ້າໃຈ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ພຣະອົງ​ຊົງ​ກ່າວ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ລັບເລິກ ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ສຳລັບ​ຄົນອື່ນ​ນັ້ນ ເຮົາ​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ ເມື່ອ​ພວກເຂົາ​ເບິ່ງ ແຕ່​ຈະ​ບໍ່​ເຫັນ ແລະ​ເມື່ອ​ພວກເຂົາ​ຟັງ ແຕ່​ຈະ​ບໍ່​ເຂົ້າໃຈ.”

Uka jalj uñjjattʼäta Copia luraña




ລູກາ 8:10
24 Jak'a apnaqawi uñst'ayäwi  

ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຄວາມສຸກ​ມີ​ແກ່​ເຈົ້າ ຊີໂມນ​ລູກຊາຍ​ຂອງ​ໂຢນາ​ເອີຍ, ເພາະວ່າ​ມະນຸດ​ບໍ່​ໄດ້​ເປີດເຜີຍ​ຄວາມຈິງ​ນີ້​ໃຫ້​ເຈົ້າ​ຮູ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.


ພຣະອົງ​ບອກ​ພວກເຂົາ​ວ່າ, “ຄວາມເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ຮູ້​ໄດ້. ແຕ່​ສ່ວນ​ຄົນນອກ​ນັ້ນ ທຸກຢ່າງ​ຈະ​ໃຊ້​ຄຳອຸປະມາ


ເພື່ອ​ວ່າ, “‘ພວກເຂົາ​ເບິ່ງ​ແລ້ວ​ເບິ່ງ​ອີກ​ແຕ່​ກໍ​ຈະ​ບໍ່​ເຫັນ ແລະ ຈະ​ຟັງ​ແລ້ວ​ຟັງ​ອີກ​ແຕ່​ຈະ​ບໍ່​ເຂົ້າໃຈ ບໍ່​ດັ່ງນັ້ນ​ແລ້ວ ພວກເຂົາ​ຈະ​ຫັນ​ກັບ​ຄືນ​ມາ ແລະ ໄດ້​ຮັບ​ການ​ອະໄພ!’”


“ພຣະອົງ​ໄດ້​ເຮັດ​ໃຫ້​ຕາ​ຂອງ​ພວກເຂົາ​ບອດ ແລະ ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ແຂງກະດ້າງ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ສາມາດ​ເຫັນ​ດ້ວຍ​ຕາ ບໍ່​ເຂົ້າໃຈ​ດ້ວຍ​ຫົວໃຈ​ຂອງ​ພວກເຂົາ ບໍ່​ຫັນ​ກັບ​ຄືນ​ມາ ແລະ ເຮົາ​ຈະ​ຮັກສາ​ພວກເຂົາ​ໃຫ້​ຫາຍດີ”.


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ສິ່ງ​ທັງໝົດ​ເຫລົ່ານີ້​ແມ່ນ​ພຣະວິນຍານ​ອົງ​ດຽວ​ກັນ​ທຳງານ ແລະ ພຣະອົງ​ໃຫ້​ສິ່ງ​ເຫລົ່ານີ້​ແກ່​ແຕ່ລະຄົນ​ຕາມ​ທີ່​ພຣະອົງ​ໄດ້​ກຳນົດ​ໄວ້.


ເປົ້າໝາຍ​ຂອງ​ເຮົາ​ກໍ​ຄື​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ໜູນໃຈ​ໃນ​ໃຈ ແລະ ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຄວາມຮັກ, ເພື່ອ​ວ່າ​ພວກເຂົາ​ຈະ​ເຕັມລົ້ນ​ດ້ວຍ​ຄວາມເຂົ້າໃຈ​ອັນ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮູ້​ເຖິງ​ຂໍ້​ເລິກລັບ​ຂອງ​ພຣະເຈົ້າ ຄື​ພຣະຄຣິດເຈົ້າ,


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka