Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເພາະວ່າ​ຂ້ານ້ອຍ​ເອງ​ມີ​ທັງ​ຜູ້​ບັງຄັບບັນຊາ ແລະ ມີ​ທະຫານ​ທີ່​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ແລ້ວ​ລາວ​ກໍ​ໄປ, ສັ່ງ​ຄົນ​ນັ້ນ​ວ່າ, ‘ມາ’ ແລ້ວ​ລາວ​ກໍ​ມາ, ຂ້ານ້ອຍ​ສັ່ງ​ຄົນຮັບໃຊ້​ວ່າ, ‘ຈົ່ງ​ເຮັດ​ສິ່ງ​ນີ້’ ແລ້ວ​ລາວ​ກໍ​ເຮັດ​ຕາມ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ດ້ວຍວ່າ, ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຜູ້​ເປັນ​ນາຍ ແລະ​ຂ້ານ້ອຍ​ກໍ​ຍັງ​ມີ​ທະຫານ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ເຂົາ​ກໍ​ໄປ ຂ້ານ້ອຍ​ສັ່ງ​ຄົນ​ນັ້ນ​ອີກ​ວ່າ, ‘ມາ’ ເຂົາ​ກໍ​ມາ ແລະ​ຂ້ານ້ອຍ​ສັ່ງ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ວ່າ, ‘ເຮັດ​ອັນ​ນີ້’ ເຂົາ​ກໍ​ເຮັດ.”

Uka jalj uñjjattʼäta Copia luraña




ລູກາ 7:8
12 Jak'a apnaqawi uñst'ayäwi  

ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ຄິດ​ວ່າ​ຕົນ​ເອງ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ມາ​ຫາ​ພຣະອົງ. ຂໍ​ພຽງ​ແຕ່​ພຣະອົງ​ກ່າວ​ເທົ່ານັ້ນ ແລະ ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍດີ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ ພຣະອົງ​ກໍ​ປະຫລາດໃຈ​ໃນ​ລາວ ແລ້ວ​ຫັນ​ມາ​ກ່າວ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ບໍ່​ເຄີຍ​ພົບ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້​ແມ່ນແຕ່​ໃນ​ອິດສະຣາເອນ”.


ແລ້ວ​ໂປໂລ​ກໍ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ມາ ແລະ ບອກ​ວ່າ, “ຈົ່ງ​ພາ​ຊາຍໜຸ່ມ​ຜູ້​ນີ້​ໄປ​ພົບ​ນາຍພັນ; ລາວ​ມີ​ເລື່ອງ​ຈະ​ແຈ້ງ​ໃຫ້​ເພິ່ນ​ຮູ້”.


ຫລັງຈາກນັ້ນ ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ​ສອງ​ຄົນ​ມາ ແລະ ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ຕຽມ​ກຳລັງ​ທະຫານ​ສອງຮ້ອຍ​ຄົນ, ທະຫານ​ມ້າ​ເຈັດສິບ​ຄົນ ແລະ ທະຫານຫອກ​ສອງຮ້ອຍ​ຄົນ​ເພື່ອ​ໄປ​ທີ່​ເມືອງ​ກາຍຊາເຣຍ​ໃນເວລາ​ເກົ້າໂມງ​ຂອງ​ຄືນ​ນີ້,


ຂ້າພະເຈົ້າ ກລາວດີໂອລີເຊຍ, ຮຽນ​ພະນະ​ທ່ານ, ເຟລິກ​ຜູ້ປົກຄອງ: ຂໍ​ຄຳນັບ.


ພວກທະຫານ​ຈຶ່ງ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ, ພວກເຂົາ​ໄດ້​ນຳ​ເອົາ​ໂປໂລ​ໄປ​ໃນ​ຄືນ​ນັ້ນ​ເອງ ແລະ ລາວ​ໄປ​ໄກ​ຈົນ​ເຖິງ​ເມືອງ​ອັນຕີປາຕີ.


ເຟລິກ​ໄດ້​ສັ່ງ​ນາຍຮ້ອຍ​ໃຫ້​ເຝົ້າ​ໂປໂລ ແຕ່​ຜ່ອນຜັນ​ໃຫ້​ມີ​ອິດສະຫລະ ແລະ ອະນຸຍາດ​ໃຫ້​ເພື່ອນ​ຂອງ​ໂປໂລ​ເບິ່ງແຍງ​ຊ່ວຍເຫລືອ​ເພິ່ນ​ໃນ​ສິ່ງ​ທີ່​ຈຳເປັນ.


ແຕ່​ຂ້າພະເຈົ້າ​ບໍ່ມີ​ສິ່ງໃດ​ຊັດເຈນ​ພໍ​ທີ່​ຈະ​ຂຽນ​ເປັນ​ລາຍງານ​ເຖິງ​ຈັກກະພັດ​ກ່ຽວກັບ​ຊາຍ​ຜູ້​ນີ້. ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ນຳ​ລາວ​ມາ​ຢູ່​ຕໍ່ໜ້າ​ທ່ານ​ທັງຫລາຍ ແລະ ໂດຍ​ສະເພາະ​ຕໍ່ໜ້າ​ທ່ານ​ກະສັດ​ອັກຄຣີປາ, ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ໄດ້​ຂໍ້ມູນ​ທີ່​ຈະ​ຖວາຍ​ລາຍງານ​ຈາກ​ຜົນ​ການສືບສວນ​ຄັ້ງ​ນີ້.


ຝ່າຍ​ຂ້າທາດ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຝ່າຍ​ໂລກ​ຂອງ​ຕົນ​ໃນ​ທຸກສິ່ງ ແລະ ຈົ່ງ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ພຽງແຕ່​ຢູ່​ຕໍ່ໜ້າ ຫລື ເຮັດ​ເພື່ອ​ເອົາ​ໃຈ​ເທົ່ານັ້ນ ແຕ່​ເຮັດ​ດ້ວຍ​ຄວາມຈິງໃຈ ແລະ ດ້ວຍ​ຄວາມຢຳເກງ​ອົງພຣະຜູ້ເປັນເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka