Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ຄິດ​ວ່າ​ຕົນ​ເອງ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ມາ​ຫາ​ພຣະອົງ. ຂໍ​ພຽງ​ແຕ່​ພຣະອົງ​ກ່າວ​ເທົ່ານັ້ນ ແລະ ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍດີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເພາະສະນັ້ນ ຂ້ານ້ອຍ​ຈຶ່ງ​ເຫັນ​ວ່າ ຕົນເອງ​ເປັນ​ຜູ້​ບໍ່​ສົມຄວນ ທີ່​ຈະ​ໄປ​ຫາ​ທ່ານ​ດ້ວຍ​ຕົນເອງ ຂໍ​ທ່ານ​ພຽງແຕ່​ສັ່ງ​ຄຳ​ດຽວ​ເທົ່ານັ້ນ ແລະ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍ​ດີ.

Uka jalj uñjjattʼäta Copia luraña




ລູກາ 7:7
10 Jak'a apnaqawi uñst'ayäwi  

ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ເປັນ​ຄຳສັ່ງສອນ​ໃໝ່ ແລະ ທັງ​ຍັງ​ມີ​ສິດອຳນາດ! ທ່ານ​ຜູ້​ນີ້​ສັ່ງ​ວິນຍານສົກກະປົກ ແລະ ພວກມັນ​ກໍ​ຍອມ​ເຊື່ອຟັງ​ເພິ່ນ”.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ຖ້ອຍຄຳ​ເຫລົ່ານີ້​ແມ່ນ​ຫຍັງ? ເພາະວ່າ​ເພິ່ນ​ໄດ້​ສັ່ງ​ວິນຍານສົກກະປົກ​ເຫລົ່ານີ້​ດ້ວຍ​ສິດອຳນາດ ແລະ ລິດເດດ ແລ້ວ​ມັນ​ກໍ​ອອກ​ມາ!”


ພຣະເຢຊູເຈົ້າ​ເດ່​ມື​ອອກ​ໄປ​ແຕະ​ລາວ ແລະ ກ່າວ​ວ່າ, “ເຮົາ​ເຕັມໃຈ​ຈະ​ຮັກສາ ຈົ່ງ​ດີ​ສະອາດ​ສາ!” ໃນ​ທັນໃດ​ນັ້ນ ພະຍາດຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ລາວ.


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄປ​ກັບ​ພວກເຂົາ. ເມື່ອ​ພຣະອົງ​ມາ​ໃກ້​ຈະ​ຮອດ​ເຮືອນ​ນັ້ນ​ແລ້ວ, ນາຍຮ້ອຍ​ໄດ້​ໃຊ້​ບັນດາ​ໝູ່​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຢ່າ​ໃຫ້​ເປັນ​ການ​ລຳບາກ​ພຣະອົງ​ເລີຍ, ເພາະ​ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ລຸ່ມ​ຫລັງຄາ​ເຮືອນ​ຂອງ​ຂ້ານ້ອຍ.


ເພາະວ່າ​ຂ້ານ້ອຍ​ເອງ​ມີ​ທັງ​ຜູ້​ບັງຄັບບັນຊາ ແລະ ມີ​ທະຫານ​ທີ່​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ແລ້ວ​ລາວ​ກໍ​ໄປ, ສັ່ງ​ຄົນ​ນັ້ນ​ວ່າ, ‘ມາ’ ແລ້ວ​ລາວ​ກໍ​ມາ, ຂ້ານ້ອຍ​ສັ່ງ​ຄົນຮັບໃຊ້​ວ່າ, ‘ຈົ່ງ​ເຮັດ​ສິ່ງ​ນີ້’ ແລ້ວ​ລາວ​ກໍ​ເຮັດ​ຕາມ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka